ກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບ ຄະນະໂຄສະນາອົບຮົມແຂວງເຊກອງ ຈັດພິທີຝຶກອົບຮົມລະບົບຄອມພິວເຕີ, ການບຳລຸງຮັກສາຄອມພິວເຕີ ແລະ ເຄືອຄ່າຍເອເລັກໂຕຼນິກ

ກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບ ຄະນະໂຄສະນາອົບຮົມແຂວງເຊກອງ ຈັດພິທີຝຶກອົບຮົມລະບົບຄອມພິວເຕີ, ການບຳລຸງຮັກສາຄອມພິວເຕີ ແລະ ເຄືອຄ່າຍເອເລັກໂຕຼນິກ

    ໃນຕອນເຊົ້າວັນທີ 10 ກັນຍາ 2020 ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງເຊກອງໄດ້ເຂົ້າພົບປະເຮັດວຽກນຳຄະນະນຳຂອງແຂວງ ແລະ ໄດ້ຈັດພິທີຝຶກອົບຮົມລະບົບຄອມພິວເຕີ, ການບຳລຸງຮັກສາຄອມພິວເຕີ ແລະ ເຄືອຄ່າຍເອເລັກໂຕຼນິກໃຫ້ແກ່ພະນັກງານວິຊາການຄະນະໂຄສະນາອົບຮົມແຂວງເຊກອງໃຫ້ກຽດເຂົ້າພົບປະ ທ່ານ ດາວວີ ສວຍທະລັງສີ ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງເຊກອງ ພ້ອມດ້ວຍຄະນະ, ທ່ານ ວັນຕຸລາ ຣັກນຸດ ວ່າການຫົວໜ້າກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສຸນກາງພັກ ພ້ອມດ້ວຍຄະນະເຂົ້າຮ່ວມ ແລະ ມີນັກຝຶກອົບຮົມຈາກຄະນະໂຄສະນາອົບຮົມແຂວງ ແລະ ເມືອງ ເຂົ້າຮ່ວມທັງໝົດຈຳນວນ 7 ສະຫາຍ, ຍິງ 5 ສະຫາຍ.

    ໃນພິທີຝຶກອົບຮົມລະບົບຄອມພິວເຕີ, ການບຳລຸງຮັກສາຄອມພິວເຕີ ແລະ ເຄືອຄ່າຍເອເລັກໂຕຼນິກໃຫ້ແກ່ພະນັກງານວິຊາການຄະນະໂຄສະນາອົບຮົມແຂວງເຊກອງຄັ້ງນີ້ໃຫ້ກຽດກ່າວເປີດພິທີ ແລະ ກ່າວຈຸດປະສົງ ທ່ານ ນ.ຈັນສະໄໝ ວິໄລສານ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງເຊກອງ ທ່ານໄດ້ຮຽກຮ້ອງໃຫ້ນັກຝຶກອົບຮົມຕ້ອງເອົາໃຈໃສ່ຍາດແຍ້ງຄວາມຮູ້ເພື່ອໝູນໃຊ້ເຂົ້າໃນການ ປະຕິບັດໜ້າທີ່ ວິຊາສະເພາະໃຫ້ມີຄວາມວ່ອງໄວ ພ້ອມນັ້ນ ທ່ານຍັງໄດ້ເນັ້ນມາຍັງສຳມະນາກອນ ຈົ່ງນຳເອົາບົດຮຽນ ດັ່ງກ່າວໄປ ຜັນຂະຫຍາຍ ແລະ ນຳໃຊ້ໃຫ້ປະກົດຜົນເປັນຈິງ.

    ການຝຶກອົບຮົມໃນຄັ້ງນີ້ເຕັມໄປດ້ວຍຄວາມໝາຍຄວາມສໍາຄັນພ້ອມທັງແລກປ່ຽນບົດຮຽນເຊີ່ງກັນ ແລະ ພາຍໃຕ້ຫົວຂໍ້:

  1. ຄວາມຮູ້ພື້ນຖານຂອງອຸປະກອນຄອມພີວເຕີ
  2. ລົງປະຕິບັດຕົວຈິງລົງວິນໂດ, ໂປຼແກຼມຕ່າງໆທີ່ຈຳເປັນ ແລະ ແອນຕີ້ໄວຣັດ
  3. ວິທີການບຳລຸງຮັກສາຄອມພີວເຕີ

    ຕອນທ້າຍພິທີ ໄດ້ມີການມອບໃບຢັ້ງຢືນໃຫ້ແກ່ນັກຝຶກອົບຮົມ. ຫຼັງຈາກນັ້ນ ທ່ານ ແສງຄຳ ສຸວັນແດງ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງເຊກອງ ໄດ້ມີຄຳເຫັນຕໍ່ພິທີກ່ອນອຶ່ນທ່ານສະແດງຄວາມຂອບໃຈມາຍັງສູນກາງທີ່ໄດ້ສຸມຈິດສຸມໃຈນຳເອົາບົດຮຽນດ່ັງກ່າວລົງມາຝຶກອົບຮົມໃຫ້ແກ່ພະນັກງານເຖີງເວລາຈະສັ້ນກໍ່ຕາມແຕ່ທາງອາຈານ ແລະ ນັກຝຶກອົບຮົມກໍ່ໄດ້ມີຄວາມຕັ້ງໃຈຈັດຕັ້ງປະຕິບັດຈົນປະສົບຜົນເລັດ. ຫຼັງຈາກນັ້ນຕາງໜ້າໃຫ້ຊຸດຝຶກອົບຮົມໄດ້ມີຄຳເຫັນຕໍ່ຊຸດຝຶກອົບຮົມພ້ອມທັງໃຫ້ທິດຊີ້ນຳວ່າ: ການເປີດຊຸດຝຶກອົບຮົມ ແລະ ມອບເວັບໄຊໃນຄ້ັງນີ້ແມ່ນມີຄວາມໝາຍສຳຄັນຫຼາຍຕໍ່ວຽກງານໂຄສະນາອົບຮົມສະນັ້ນ ຮຽກຮ້ອງໃຫ້ນັກສຳມະນາກອນເອົາໃຈໃສ່ຄົ້ນຄວ້າຮ່ຳຮຽນ, ເກັບກຳເອົາບົດຮຽນ ແລະ ປະສົບການນຳໄປຈັດຕັ້ງປະຕິບັດເຂົ້າໃນໜ້າທີ່ວຽກງານຂອງຕົນໃຫ້ໄດ້ຮັບຜົນດີ ແລະ ມີປະສິດຕິຜົນສູງຂື້ນໄປເລື້ອຍໆ.