ກອງປະຊຸມສຳມະນາກ່ຽວກັບການພັດທະນາເສດຖະກິດ ດີຈີຕ໋ອນ ຢູ່ ສປປ ລາວ


ກອງປະຊຸມສຳມະນາກ່ຽວກັບການພັດທະນາເສດຖະກິດ ດີຈີຕ໋ອນ ຢູ່ ສປປ ລາວ

      ວັນທີ 8 ຕຸລາ 2020, ຜ່ານມາ,ທີ່ຫ້ອງປະຊຸມໃຫຍ່ສະຖາບັນການຄຸ້ມຄອງວິທະຍາສາດ ແລະ ເຕັກໂນໂລຊີ (ຫຼັກ 14, ບ້ານດອນຕິ້ວ) ທ່ານ ນ ສຸກສະຫວັນ ອິນຄະວິໄລ ເລຂາຄະນະບໍລິຫານງານຊາວໜຸ່ມ ຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍສະມາຊິກໄດ້ເຂົ້າຮ່ວມກອງປະຊຸມ

ສຳມະນາວິທະຍາສາດ ໃນຫົວຂໍ້ ການພັດທະນາ ເສດຖະກິດ ດິຈິຕ໋ອນ ຢູ່ ສປປລາວ”  ເຊິ່ງຈັດຂື້ນໂດຍ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຮ່ວມກັບ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ພາຍໃຕ້ການເປັນ ປະທານຂອງ ສະຫາຍ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ,ຳມະການສູນກາງພັກ, ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ສະຫາຍ ອາລຸນໄຊ ສູນນະລາດ,ກຳມະການສຳຮອງສູນກາງພັກ, ເລຂາຄະນະບໍຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເຂົ້າຮ່ວມມີສະຫາຍໃນຄະນະພັກ, ຫົວໜ້າຫ້ອງການ, ກົມ, ສະຖາບັນ, ບັນດາເລຂາ, ຮອງເລຂາຊາວໜຸ່ມຈາກກະຊວງອ້ອມຂ້າງ, ອົງການ ແລະ ນັກທຸລະກິດໜຸ່ມ.

           ຈຸດປະສົງຂອງການຈັດສຳມະນາຄັ້ງນີ້ແມ່ນເພື່ອເປັນການສ້າງຂະບວນການເພື່ອຂ່ຳນັບຮັບຕ້ອນກອງປະຊຸໃຫຍ່ຂອງບັນດາອົງຄະນະພັກໃນແຕ່ລະຂັ້ນໃນຂອບເຂດທົ່ວປະເທດທີ່ກຳລັງດຳເນີນ ແລະ ພວມກະກຽມໂດຍສະເພາະແມ່ນກອງປະຊຸມໃຫຍ່ ຄັ້ງທີXI ຂອງພັກປະຊາຊົນປະຕິວັດລາວ ທີ່ຈະມາເຖິງນີ້. 

     ຄຽງຄູ່ກັນນັ້ນ, ແມ່ນການສ້າງຂະບວນການ ແລະ ສ້າງຜົນງານຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນ ຊາວໜຸ່ມປະຊາຊົນປະຕິວັດລາວ ຄັ້ງທີ VIII  ແລະ ກອງປະຊຸມໃຫຍ່ ຄັ້ງທີ II ຜູ້ແທນສະມາຊິກພັກກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ຢ່າງເປັນຂະບວນການຟົດຟື້ນທັງເປັນການກະກຽມການສະເຫຼີມ ສະຫຼອງ 2 ວັນປະຫວັດສາດ ຄື:ວັນທີ 12 ຕຸລາ ວັນປະກາດເອກະລາດ ແລະ ວັນວິທະຍາສາດແຫ່ງຊາດ ທີ່ໄດ້ໝູນວຽນມາຮອບອີກປີໜຶ່ງ ຊຶ່ງເປັນການສະເຫຼີມສະຫຼອງໝາກຜົນ ແລະ ຜົນງານທີ່ທົ່ວກອງທັບ,  ທົ່ວຂະແໜງການ, ທົ່ວປວງຊົນລາວທັງຊາດ ແລະ ທົ່ວກ່ອນກຳລັງຂອງຊາວໜຸ່ມ-ເຍົາວະຊົນ, ນັກວິທະຍາສາດທີ່ໜຸ່ມນ້ອຍ ທີ່ນຳໃຊ້ຜົນສຳເລັດທາງດ້ານວິທະຍາສາດ ແລະ ເຕັກໂນໂລຊິ ເຂົ້າໃນການປະຕິວັດ ປົດປ່ອຍຊາດ, ປົດປ່ອຍປະຊາຊົນໃນເມື່ອກ່ອນ. 

   ການສຳມະນາໃນຄັ້ງນີ້ຜູ້ເຂົ້າຮ່ວມໄດ້ຮັບຮູ້ເຖິງການນຳໃຊ້ ແລະ ພັດທະນາເຕັກໂນໂລຊີດິຈິຕ໋ອນເຂົ້າ  ໃນການພັດທະນາເສດຖະກິດ ຂອງ ສປປລາວ ໃນຍຸກ ອຸດສາຫະກິດ 4.0, ຜົນປະໂຫຍດ ຂອງການນຳໃຊ້ເຕັກໂນໂລຊີດິຈິຕ໋ອນ ເພື່ອເພີ່ມຄວາມສາມາດ ແລະ ຍົກສູງປະສິດທິພາບຂອງການເຮັດ ວຽກຕ່າງໆ ເຮັດໃຫ້ເກີດມີທຸລະກິດແບບໃໝ່ໆ, ເປັນເຄື່ອງມືໂຄສະນາປະຊາສຳພັນ ທັງພາກ ລັດ-ພາກເອກະຊົນ ແລະ ເປັນແຫຼ່ງສະສົມຄວາມຮູ້ຕ່າງໆອັນໄດ້ສ້າງວຽກເຮັດງານທຳແບບໃໝ່ ຫຼາຍຂຶ້ນ, ຫຼຸດຜ່ອນການໃຊ້ແຮງງານຂອງຄົນລົງ ແລະ ການຕິດຕໍ່ສື່ສານບໍ່ມີພົມແດນ.ພ້ອມນັ້ນ,  ຍັງໄດ້ຮູ້ເຖິງຂະບວນການພັດທະນາອຸດສາຫະກຳຂອງແຕ່ລະຍຸກ, ຊຶ່ງໃນຍຸກ 1.0 ແມ່ນເປັນຍຸກທີ່ການຜະລິດທີ່ໃຊ້ເຄື່ອງຈັກພະລັງງານອາຍນ້ຳ,  ຍຸກອຸດສາຫະກຳ 2.0 ແມ່ນການ  ຜະລິດທີ່ໃຊ້ພະລັງງານໄຟຟ້າ,  ລະບົບສາຍພານຜະລິດ, ຍຸກອຸດສາຫະກຳ 3.0 ແມ່ນການຜະລິດອັດຕະໂນມັດທີ່ໃຊ້ລະບົບເອເລັກໂຕຣນິກ,  ລະບົບໄອທີ ແລະ ຍຸກອຸດສາຫະກຳ 4.0 ແມ່ນການຜະລິດທີ່ນຳໃຊ້ເຕັກໂນໂລຊີດິຈິຕ໋ອນ. ສຳລັບຂະບວນການພັດທະນາ ເຕັກໂນໂລຊີດິຈິ ຕ໋ອນ ຄື: ຍຸກທຳອິດແມ່ນເປັນໄລຍະເລີ່ມຕົ້ນຂອງອິນເຕີເນັດເປັນຍຸກບຸກເບີກການນຳໃຊ້ອີເມວ, ເວບໄຊ ແລະ ໄລຍະຕໍ່ມາແມ່ນເປັນຍຸກເລີ່ມຕົ້ນຂອງການສ້າງສັງຄົມອອນລາຍ, ຜູ້ບໍລິໂພກເລີ່ມສ້າງເຄື່ອຂ່າຍເພື່ອສື່ສານ; ໄລຍະຕໍ່ມາອີກຈະແມ່ນໄລຍະຂອງຂໍ້ມູນ, ການວິເຄາະຂໍ້ມູນມະຫາສານ ແລະ ຈົນຮອດໄລຍະ 4.0ແມ່ນໄລຍະຂອງການນຳໃຊ້ຄວາມສາມາດຂອງເຕັກໂນໂລຊີເຮັດໃຫ້ອຸປະກອນຕ່າງໆສາມາດຮັດວຽກເອງໂດຍອັດຕະໂນມັດຫຼືເວົ້າຢ່າງໜຶ່ງແມ່ນຍຸກປັນຍາປະດິດ (AI). 

       ນອກຈາກນັ້ນ, ຜູ້ເຂົ້າຮ່ວມສຳມະນາຍັງໄດ້ປະກອບຄຳຄິດເຫັນເພື່ອແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ໃນຂົງເຂດວຽກງານຕ່າງໆ ທີ່ເຕັມໄປດ້ວຍເນື້ອໃນຄວາມສຳຄັນຂອງວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ກໍຄືວຽກງານ ເຕັກໂນໂລຊີ ດິຈິຕ໋ອນ. 

 ໃນໂອກາດຈັດກອງປະຊຸມສຳມະນາໃນຄັ້ງນີ້ ສະຫາຍ ອາລຸນໄຊ ສູນນະລາດ ຍັງໄດ້ນຳພາບັນດາແຂກກອງປະຊຸມເຂົ້າຢ້ຽມຊົມການຈັດກິດຈະກຳໂຄງການນ້ອງຢາກເປັນນັກວິທະຍາສາດ ທີ່ໄດ້ຈັດກິດຈະກຳຮ່ວມກັບນ້ອງນ້ອຍນັກຮຽນ ໂຮງຮຽນປະຖົມດ່ານຊ້າງ ເພື່ອເປັນການປູກຈິດສຳນຶກ ແລະ ເຜີຍແຜ່ໃຫ້ຄວາມຮູ້ໃຫ້ແກ່ນ້ອງນັກຮຽນໃນຂົງເຂດວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ອີກດ້ວຍ.