ທ່ານ ປອ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກຢ້ຽມຢາມ ແລະ ເຮັດວຽກຢູ່ຄະນະໂຄສະນາອົບຮົມແຂວງສາລະວັນ

ທ່ານ ປອ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກຢ້ຽມຢາມ ແລະ ເຮັດວຽກຢູ່ຄະນະໂຄສະນາອົບຮົມແຂວງສາລະວັນ

    ໃນວັນທີ 6 ຕຸລາ 2020 ນີ້ ຢູ່ທີ່ຄະນະໂຄສະນາອົບຮົມແຂວງສາລະວັນ ໄດ້ຈັດພິທີຕ້ອນຮັບການມາຢ້ຽມຢາມ ແລະ ເຮັດວຽກຂອງທ່ານ ປອ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ. ພິທີຕ້ອນຮັບໄດ້ຈັດຂື້ນຢູ່ທີ່ຫ້ອງປະຊຸມ VIP ຂອງສະໂມສອນໃຫຍ່ ໂດຍການໃຫ້ກຽດຕ້ອນຮັບຂອງທ່ານ ສີເຮັງ ຫອມສົມບັດ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ. ໃນນີ້, ມີບັນດາທ່ານ ຫົວໜ້າພະແນກ, ຮອງພະແນກ ຜູ້ຊີ້ນໍາວຽກງານການເມືອງ- ແນວຄິດ, ທ່ານ ຮອງເລຂາພັກເມືອງ, ຄະນະປະຈໍາພັກເມືອງ ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ຫົວໜ້າຄະນະໂຄສະນາອົບຮົມ 8 ເມືອງ ແລະ ບັນດາພະນັກງານ-ລັດຖະກອນ ພາຍໃນຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມຈໍານວນທັງໝົດ 78 ທ່ານ, ຍິງ 12 ທ່ານ.

ໃນພິທີທ່ານ ສີເຮັງ ຫອມສົມບັດ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ລາຍງານຜົນການຈັດຕັ້ງປະຕິບັດວຽກງານໂຄສະນາ-ອົບຮົມ ຢູ່ແຂວງສາລະວັນ ໃນໄລຍະຜ່ານມາ: ທ່ານ ໄດ້ກ່າວວ່າ ແຂວງສາລະວັນເປັນແຂວງໜື່ງ ທີ່ມີຄວາມສະຫງົບໂດຍພື້ນຖານ, ການພັດທະນາເສດຖະກິດ-ສັງຄົມ ກໍມີທ່ວງທ່າກ້າວຂື້ນ. ແຂວງສາລະວັນ ມີເນື້ອທີ່ 10.691 ກິໂລຕາແມັດ, ມີປະຊາກອນ 4 ແສນກວ່າຄົນ, ປະກອບດ້ວຍ 8 ເມືອງ, 579ບ້ານ, 72 ພັນກວ່າຄອບຄົວ. ມີອັດຕາການຂະຫຍາຍຕົວທາງເສດຖະກິດ 7% ຕໍ່ປີ, ລວມຍອດຜະລິດຕະພັນພາຍໃນສະເລ່ຍຕໍ່ຄົນຕໍ່ປີ 9,7 ລ້ານກີບ ເທົ່າກັບ 1.147 ໂດລາສະຫະລັດ. ບ້ານທຸກຍາກຍັງເຫລືອ 40 ກວ່າບ້ານກວມ 6,9% ຂອງບ້ານທັງໝົດ, ຄອບຄົວທຸກຍາກຍັງເຫລືອ 2.197 ຄອບຄົວ ກວມ 3,05% ຂອງຄອບຄົວທັງໝົດ. ນອກນັ້ນ, ທ່ານ ຍັງໄດ້ລາຍງານດ້ານຕັ້ງໜ້າໃນຍົກສູງການເຮັດວຽກການເມືອງ-ແນວຄິດເຊັ່ນ: ການຈັດຕັ້ງຄົນຄວ້າເຊື່ອມຊຶມ ແລະ ເຜີຍແຜ່ແນະນໍາມະຕິ X ຂອງສູນກາງພັກ ແລະມະຕິ VIII ຂອງອົງຄະນະພັກແຂວງ, ເອກະສານມູນເຊື້ອຂອງພັກ, ຂອງຊາດ ແລະ ຂອງສາກົນໃຫ້ແກ່ພະນັກງານຫລັກແຫຼ່ງແຕ່ຂັ້ນແຂວງລົງຮອດຮາກຖານ ເພື່ອສ້າງຄວາມຮັບຮູ້ ແລະ ນໍາໄປຈັດຕັ້ງປະຕິບັດໃຫ້ເກີດດອກອອກຜົນ, ຄົ້ນຄວ້າວິເຄາະບັນຫາຕ່າງໆແລ້ວ ວາງມາດຕະການແກ້ໄຂຢ່າງທັນການ ແລະ ຈັດຕັ້ງຜັນຂະຫຍາຍເຊື່ອມຊືມບັນດາມະຕິ, ຄໍາສັ່ງໂດຍສະເພາະແມ່ນມະຕິກອງປະຊຸມໃຫ່ຍຄັ້ງທີ X ຂອງພັກ, ມະຕິ 12 ສະໄໝທີ VIII ຂອງອົງຄະນະພັກແຂວງ, ເອກະສານການເມືອງ-ແນວຄິດ ເພື່ອກະກຽມດໍາເນີນກອງປະຊຸມໃຫ່ຍ 3 ຂັ້ນ ຂອງພັກ ສໍາລັບສະມາຊິກພັກ, ພະນັກງານຫຼັກແຫຼ່ງ ແລະ ຄໍາສັ່ງ 06/ນຍ, ລົງວັນທີ 29/3/2020 ການຕ້ານ ແລະ ສະກັດກັ້ນການລະບາດພະຍາດ ໂຄວິດ-19, ເອົາໃຈໃສ່ໃນການໂຄສະນາປຸກລະດົມປາຖະກະຖາ, ມູນເຊື້ອວັນສໍາຄັນຕ່າງໆ ຂອງຊາດຂອງພັກ ໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ແລະ ປະຊາຊົນບັນດາເຜົ່າໄດ້ຮັບຮູ້ເຂົ້າໃຈຢ່າງກວ້າງຂວາງ ເຊິ່ງມັນສະແດງອອກໃນດ້ານຈໍານວນພົນ ເຂົ້າຮ່ວມທັງໝົດ: 137,285 ເທື່ອຄົນ, ຍິງ 53,077 ເທື່ອຄົນ, ສະມາຊິກພັກ 23,704 ເທື່ອສະຫາຍ, ຍິງ 6,204 ເທື່ອສະຫາຍ.

ໃນຕອນທ້າຍ, ທ່ານ ປອ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ມີຄໍາເຫັນໂອ້ລົມ ຕໍ່ພິທີ ທ່ານ ໄດ້ເນັ້ນໜັກວ່າ:ຢາກໃຫ້ວຽກງານໂຄສະນາອົບຮົມ ມີການຫັນປ່ຽນ ທີ່ຖືກທິດ ຕ້ອງກໍາແໜ້ນແນວທາງນະໂຍບາຍຂອງພັກ, ເຂົ້າໃຈມະຕິຄໍາສັ່ງ, ລະບຽບກົດໝາຍ ແລະ ຮູ້ຈັດຕັ້ງຜັນຂະຫຍາຍຢ່າງປະດິດສ້າງ, ຕ້ອງປັບປຸງກົງຈັກການຈັດຕັ້ງ ແລະ ປັບປຸງແບບແຜນວິທີເຮັດວຽກ ຂອງຂົງເຂດວຽກງານການເມືອງແນວຄິດເວົ້າລວມ, ເວົ້າສະເພາະວຽກງານໂຄສະນາອົບຮົມໃຫ້ຖືກທິດ. ກ່ອນອື່ນຕ້ອງເລືອກເຟັ້ນ, ບໍາລຸງສ້າງພະນັກງານ ໃຫ້ມີມາດຕະຖານຄົບຖ້ວນສົມຄູ່ກັບໜ້າທີ່ການເມືອງ ທີ່ໄດ້ຮັບການມອບໝາຍ, ປັບປຸງພາລະບົດບາດ ແລະ ກົນໄກຕ່າງໆ ໃຫ້ຖືກຕ້ອງໃນນັ້ນໃຫ້ຖືເອົາການສ້າງຄົນຮັບຜິດຊອບວຽກນີ້ໃຫ້ໄດ້ ( ເອົາຜູ້ທີ່ມີຄວາມຮູ້, ຄວາມສາມາດ, ມີຄຸນສົມບັດ, ມີບົດບາດອິດທິພົນ, ຜູ້ເວົ້າດີ, ເວົ້້າເກັ່ງ, ນໍາພາເຮັດໄດ້, ຂຽນເປັນມີພອນສະຫວັນ ແລະ ມີຄວາມເສຍສະຫລະຢ່າງແທ້ຈິງ), ຕ້ອງປັບປຸງເນື້ອໃນ, ປ່ຽນແປງຮູບການ ແລະ ວິທີການໂຄສະນາໃຫ້ທັນຍຸກທັນສະໄໝ, ສາມາດດຶງດູດ ແລະ ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງມະຫາຊົນ, ຕ້ອງມີລະບອບການປະສານງານຢ່າງກົມກຽວກັບສາຍຕັ້ງ, ສາຍຂວາງ, ກັບພາຍໃນ ແລະ ຕ່າງປະເທດຕາມພາລະບົດບາດ, ຂອບເຂດສິດ ແລະ ໜ້າທີ່ຂອງຕົນເພື່ອຍາດແຍງການຊ່ວຍເຫລືອ ແລະ ຄວາມຮ່ວມມືໃນການປະຕິບັດໜ້າທີ່ການເມືອງໃຫ້ເກີດຜົນ, ຕ້ອງສຸມທຸກກໍາລັງແຮງເຂົ້າໃສ່ວຽກງານການເມືອງແນວຄິດ ເປັນຕົ້ນແມ່ນກໍາລັງຊັບສິນ, ພະຫະນະ, ງົບປະມານ, ການສ້າງສິ່ງເອື້ອອໍານວຍດ້ານຕ່າງ ໃຫ້ສົມຄູ່ກັບຖານະນາມ ເເລະ ໜ້າທີ່ການເມືອງໃນໄລຍະໃໝ່.

ຂ່າວ: ແດນດອກຮັງສາລະວັນ