ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບ ສູນບໍລິຫານລັດດ້ວຍເອເລັກໂຕນິກ ກະຊວງໄປສະນີໂທລະຄົມມະນາຄົມ ແລະ ການສື່ສານຈັດຊຸດຝຶກອົບຮົມການຕິດຕັ້ງ ແລະ ການນໍາໃຊ້ ລະບົບສື່ສານພາກລັດ (G-chat).


ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບ ສູນບໍລິຫານລັດດ້ວຍເອເລັກໂຕຣນິກ ກະຊວງໄປສະນີໂທລະຄົມ ມະນາຄົມ ແລະ ການສື່ສານຈັດຊຸດຝຶກອົບຮົມການຕິດຕັ້ງ ແລະ ການນໍາໃຊ້ ລະບົບສື່ສານພາກລັດ (G-chat).
ໃນຕອນເຊົ້າວັນທີ 4 ທັນວາ 2020, ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບ ສູນບໍລິຫານລັດ ກະຊວງໄປສະນີໂທລະຄົມມະນາຄົມ ແລະ ການສື່ສານຈັດຊຸດຝຶກອົບຮົມການຕິດຕັ້ງ ແລະ ການນໍາໃຊ້ ລະບົບສື່ສານພາກລັດ (G-chat) ຂຶ້ນທີ່ຫ້ອງປະຊຸມໃຫຍ່ຄະນະໂຄສະນາອົບຮົມສູນກາງພັກ; ໂດຍການເປັນປະທານຮ່ວມຂອງ ທ່ານ ບົວໄລ ຊົມພູແກ້ວ ຮັກສາການຫົວໜ້າຫ້ອງການ ຄະນະໂຄສະນາອົບຮົມສູນກາງພັກ ແລະ ທ່ານ ນ. ຈິດຕະພອນ ຈັນສີລິລາດ ຮອງຫົວໜ້າສູນບໍລິຫານລັດດ້ວຍເອເລັກໂຕຣນິກ ກະຊວງໄປສະນີໂທລະຄົມມະນາຄົມ ແລະ ການສື່ສານ ພ້ອມດ້ວຍຄະນະ; ເຂົ້າຮ່ວມມີ: ຄະນະພັກ, ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະ ແນກ ພ້ອມດວ້ຍວິຊາການພາຍໃນຄອສພ ເຂົ້າຮ່ວມຈຳນວນ 123 ທ່ານ, ຍິງ 67 ທ່ານ.

ໃນພິທີ ທ່ານ ນ. ມອນສະຫວັນ ແສນໄຕ ຮອງຫົວໜ້າກົມຂໍ້ມູນຂ່າວສານ ໄດ້ຂຶ້ນກ່າວຈຸດປະສົງໃນການຈັດຊຸດຝຶກອົບຮົມການຕິດຕັ້ງ ແລະ ນໍາໃຊ້ ລະບົບສື່ສານພາກລັດ (G-chat) ຄັ້ງນີ້ແມ່ນ ເພື່ອເຮັດໃຫ້ຄະນະພັັກ, ຄະນະກົມ ແລະ ພະນັກງານທົ່ວ ຄອສພ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບລະບົບການສື່ສານພາກລັດ ແລະ ການນໍາໃຊ້ຕົວຈິງຂອງລະບົບ (G-chat), ເພື່ອເປັນການຍົກລະດັບຄວາມຮູ້ ຄວາມສາມາດ ໃຫ້ແກ່ພະນັກງານພາຍໃນ ຄະນະໂຄສະນາອົບຮົມສູນກາງພັກ ໃນການນໍາໃຊ້ລະບົບທີ່ທັນສະໄໝເຂົ້າໃນການປະຕິບັດໜ້າທີ່ວຽກງານ ໃຫ້ແກ່ພະນັກງານ ຄອສພ ເພື່ອສ້າງບາດກ້າວຫັນປ່ຽນທີ່ທັນສະໄໜ ໃນການນໍາໃຊ້ລະບົບໄອທີ ເຂົ້າໃນການເຮັດວຽກງານການເມືອງແນວຄິດ ໃຫ້ມີຄວາມສະດວກ, ວ່ອງໄວ ໃນການຮັບສົ່ງຂໍ້ມູນຕ່າງໆທັງຮັບປະກັນຄວາມປອດໄພ, ທັງເປັນການສົ່ງເສີມການພັດທະ ນາເສດຖະກິດສັງຄົມເພື່ອຫັນໄປສູ່ຄວາມທັນສະໄໝໃຫ້ແທດເໝາະກັບສະພາບການໃນຍຸກປັດຈຸບັນຢ່າງຮອບດ້ານ. ຫຼັງຈາກນັ້ນ, ທ່ານ ບົວໄລ ຊົມພູແກ້ວ ຮັກສາການຫົວໜ້າຫ້ອງການ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ໃຫ້ກຽດກ່າວເປີດພິທີ ພ້ອມທັງກ່າວເຖີງສະພາບລວມຂອງການນໍາໃຊ້ເທັກໂນໂລຊີທີ່ທັນສະໄໝ ເຂົ້າໃນຂົງເຂດວຽກງານການເມືອງແນວຄິດຢູ່ພາຍໃນຄະນະໂຄສະນາອົບຮົມສູນກາງພັກ ແລະ ຄວາມສໍາຄັນຂອງລະບົບເພື່ອຈະໄດ້ໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານຕົວຈິງໃຫ້ມີຄວາມປອດໄພ, ວ່ອງໄວ ແລະ ປະສິດທິພາບສູງ; ຫຼັງຈາກນັ້ນ ທ່ານ ນ. ຈິດຕະພອນ ຈັນສີລິລາດ ຮອງຫົວໜ້າສູນບໍລິຫານລັດດ້ວຍເອເລັກໂຕຣນິກ ພ້ອມດ້ວຍຄະນະ ກໍໄດ້ຍົກໃຫ້ເຫັນເຖິງຄວາມໝາຍ ຄວາມສໍາຄັນ, ປະຫວັດຄວາມເປັນມາ, ການຕິດຕັ້ງ ແລະ ການນໍາໃຊ້, ການຕິດຕໍ່ສື່ສານແລກປ່ຽນຂໍ້ມູນເຊິ່ງກັນ ແລະ ກັນ ຂອງລະບົບສື່ສານພາກລັດ ກໍຄື (G-Chat) ແລະ ນໍາສະເໜີພາກປະຕິບັດຕົວຈິງໃນການນໍາໃຊ້ຂັ້ນຕອນຕ່າງໆ ເຊິ່ງເວົ້າໂດຍລວມແລ້ວລະບົບນີ້ແມ່ນສ້າງຂຶ້ນເພຶື່ອຄວາມເປັນເອກະພາບ ແລະ ລວມສູນຂອງການນໍາໃຊ້ແອັບໃນການສົນທະນາສື່ສານ ແລະ ແລກປ່ຽນຂໍ້ມູນຂອງພາກລັດ ທີ່ມີມາດຕະຖານຄວາມປອດໄພ, ໝັ້ນຄົງທາງດ້ານຂໍ້ມູນ ແລະ ມີຄວາມທັນສະໄໝສາມາດນໍາໃຊ້ໃນທຸກອຸປະກອນການສື່ສານ ແລະ ຄອມພິວເຕີທຸກຊະນິດ.