ພິທີປາຖະກະຖາວັນສະຖາປະນາ ສປປ ລາວ ຄົບຮອບ 45ປີ, ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ ແລະ ເຜີຍແຜ່-ເຊື່ອມຊຶມມະຕິ 11 ສະໄໝທີ X ຂອງພັກ.


ພິທີປາຖະກະຖາວັນສະຖາປະນາ ສປປ ລາວ ຄົບຮອບ 45ປີ, ວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 100 ປີ ແລະ ເຜີຍແຜ່-ເຊື່ອມຊຶມມະຕິ 11 ສະໄໝທີ X ຂອງພັກ.
ໃນຕອນເຊົ້າຂອງວັນທີ 16 ທັນວາ 2020 ທີ່ຫ້ອງປະຊຸມໃຫຍ່ຊັ້ນ I ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດພິທີປາຖະກະຖາວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ, ວັນເກີດ ປະທານໄກສອນ ພົມວິຫານ ຄົບ ຮອບ 100 ປີ ແລະ ເຜີຍແຜ່ເຊື່ອມຊຶມມະຕິ 11 ສະໄໝທີ X ຂອງພັກພາຍໃຕ້ການເປັນປະທານຂອງ ທ່ານ ປອ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ເລຂາທິການການສູນກາງພັກ, ຫົວໜ້າຄະນະໂຄສະ ນາອົບຮົມສູນກາງພັກ ເຂົ້າຮ່ວມມີ: ບັນດາສະຫາຍ ຄະນະພັກກະຊວງ, ບັນດາສະຫາຍຄະນະພັກຮາກຖານ, ເລ ຂາ, ຮອງເລຂາໜ່ວຍພັກ, ຄະນະໜ່ວຍພັກ, ບັນດາຫົວໜ້າ-ຮອງພະແນກ ສັງກັດບັນດາກົມ, ຫ້ອງການ, ສະ ຖາບັນຄົ້ນຄວ້າເສດຖະກິດອຸດສາຫະກໍາ ແລະ ການຄ້າ, ບັນດາບໍລິສັດ – ລັດວິສາຫະກິດ ທີ່ຂຶ້ນກັບຄວາມຮັບ ຜິດຊອບຂອງກະຊວງ ອຄ, ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ແລະ ຄະນະຮັບຜິດຊອບກອງປະ ຊຸມ ເຂົ້າຮ່ວມທັງໝົດ 200 ສະຫາຍ.

ໃນພິທີ ທ່ານ ປອ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນ ກາງພັກ ໄດ້ໃຫ້ກຽດໂອ້ລົມຕໍ່ພະນັກງານຫຼັກແຫຼ່ງກະຊວງອຸດສາຫະກໍາ ແລະ ການຄ້າ, ຮັບຟັງການເຜີຍແຜ່-ເຊື່ອມຊຶມມະຕິ 11 ສະໄໝທີ X; ເຊິ່ງທ່ານ ໄດ້ຍົກໃຫ້ເຫັນເຖິງປະຫວັດຄວາມເປັນມາ ແລະ ຄວາມໝາຍ ຄວາມສໍາຄັນ ຂອງວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ ແລະ ຫວນຄືນມູນເຊື້ອພາລະກິດປະຕິວັດ, ຜົນງານອັນໃຫຍ່ຫຼວງ ຂອງ ປະທານ ໄກສອນ ພົມວິຫານ ທີ່ໄດ້ປະກອບສ່ວນໃຫ້ແກ່ພາລະກິດປະຕິວັດຂອງຊາດ, ປະ ທານ ໄກສອນ ແມ່ນນັກຮັກຊາດຜູ້ຍິ່ງໃຫຍ່, ແມ່ນລູກຜູ້ປະເສີດຂອງປວງຊົນລາວບັນດາເຜົ່າ, ເປັນຜູ້ນໍາສູງ ສຸດຂອງການປະຕິວັດລາວ ທີ່ມີຄວາມປີຊາສາມາດ ແລະ ມີຄວາມສະຫຼາດຫຼັກແຫຼມ, ມີໄຫວພິບອັນແຫຼມຄົມ, ມີຄວາມອົງອາດກ້າຫານ, ມີນໍ້າໃຈຕໍ່ສູ້ທີ່ເດັດດ່ຽວໜຽວແໜ້ນ ແລະ ເປັນຜູ້ນໍາທີ່ແສນເຄົາລົບຮັກຂອງພັກ-ລັດ ແລະ ຂອງປວງຊົນລາວ; ຊີວິດ ແລະ ພາລະກິດປະຕິວັດຂອງປະທານ ໄກສອນ ພົມວິຫານ ໄດ້ຕິດພັນຢ່າງສະ ໜິດແໜ້ນກັບຂະບວນວິວັດແຫ່ງການເຕີບໃຫຍ່ຂະຫຍາຍຕົວມີໄຊຂອງພັກ ແລະ ຂອງການປະຕິວັດ. ພ້ອມດຽວກັນນີ້ ສະຫາຍ ນາງ ເຂັມມະນີ ພົນເສນາ ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຂຶ້ນມີຄໍາເຫັນພ້ອມທີ່ ຈະນໍາເອົາເນື້ອໃນຈິດໃຈຂອງກອງປະຊຸມຄັ້ງນີ້ ໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດເຂົ້າໃນວຽກງານຂອງຂະແໜງ ອຸດສາຫະກໍາ ແລະ ການຄ້າ ໃຫ້ປະກົດຜົນເປັນຈິງໃນຕໍ່ໜ້າ.
ໃນຕອນທ້າຍພິທີ ທ່ານ ນ. ເຂັມມະນີ ພົນເສນາ ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ມອບກະຕ່າຂອງຂັວນ ຊຶ່ງເປັນຜະລິດຕະພັນໂອດ໋ອບ ODOP ຂອງລາວໃຫ້ແກ່ ທ່ານ ປອ ຄໍາພັນ ພົມມະທັດ ເປັນທີ່ລະນຶກ ແລະ ສະແດງຄວາມຂອບໃຈຕໍ່ການໃຫ້ກຽດເປັນປະທານກອງປະ ຊຸມຄັ້ງນີ້.