ອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ, ການສ້າງບ້ານພັດທະນາໃຫ້ແກ່ປະຊາ ຊົນຢູ່ກຸ່ມບ້ານຕາຕື ເມືອງດາກຈຶງ ແຂວງ ເຊກອງ.

ອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ, ການສ້າງບ້ານພັດທະນາໃຫ້ແກ່ປະຊາ ຊົນຢູ່ກຸ່ມບ້ານຕາຕື ເມືອງດາກຈຶງ ແຂວງ ເຊກອງ.

          ປະຕິບັດຕາມຂໍ້ຕົກລົງຂອງຄະນະໂຄສະນາອົບຮົມສູນກາງພັກ ສະບັບເລກທີ209/ຄອສພ,ລົງວັນທີ22/12/2020ວ່າດ້ວຍການແຕ່ງຕັ້ງພະນັກງານລົງສົມທົບກັບຄະນະໂຄສະນາອົບຮົມແຂວງ,ເມືອງ ເພື່ອຈັດຕັ້ງອົບຮົມຄວາມ ຮູ້ພື້ນຖານດ້ານການ ເມືອງ-ການປົກຄອງ,ການສ້າງບ້ານພັດທະນາ ຢູ່ ກຸ່ມບ້ານຕາຕຶ ເມືອງດາກຈຶງ ແຂວງ ເຊກອງ ຊື່ງປະກອບມີ  ສະຫາຍ ນາງ ສຸກສະຫວັນ ອິນຄະວິໄລ ຮອງຫົວໜ້າກົມອົບຮົມພ້ອມດ້ວຍຄະນະ, ຄະນະໂຄສະນາອົບຮົມແຂວງ, ຄະນະໂຄສະນາອົບຮົມເມືອງ ແລະ ການນຳເມືອງດາກຈຶງ.

ການ​ອົບຮົມ​ຄັ້ງນີ້​ໄດ້​ຈັດ​ຂຶ້ນທີ່​ໂຮງຮຽນມັດທະຍົມຕອນຕົ້ນ ບ້ານຕາຕື ຊື່ງພາຍໃຕ້ການເປັນປະທານຂອງ ທ່ານ ເພັງນາ ຈັນທິພອນ ຮອງເລຂາພັກພັກເມືອງ ປະທານກວດກາພັກ, ຫົວໜ້າອົງການກວດກາລັດ ປະກອບມີ 3 ບ້ານເຂົ້າຮ່ວມຄື: ບ້ານດາກເລ, ບ້ານດາກມີ, ບ້ານດາກບູ, ມີຈຳນວນ 40 ສະຫາຍ, ຍິງ 10 ສະຫາຍ, ສະມາຊິກພັກ 10 ສະຫາຍ, ຍິງ 2 ສະຫາຍ, ພະນັກງານຄູອາຈານ 14 ສະຫາຍ, ຍິງ 6 ສະຫາຍ, ນາຍບ້ານ 3 ສະຫາຍ, ຮອງນາຍບ້ານ 6 ສະຫາຍ, ຍິງ 1 ທ່ານ, ກອງຫຼອນບ້ານ 3 ສະຫາຍ, ແນວໂຮມ 3 ທ່ານ, ຊາວໝຸ່ມ 3ສະຫາຍ, ແພດປະຈໍາສຸກສາລາ 1 ສະຫາຍ

ເນື້ອ​ໃນ​ອົບຮົມ​ແມ່ນ​ນຳ​ໃຊ້​ເອກະສານ 5 ບົດ ເອກະສານ​ຄວາມ​ຮູ້​ພື້ນຖານ​ດ້ານ​ການ​ເມືອງ-ການ​ປົກຄອງ, ການ​ສ້າງ​ບ້ານ​ພັດທະນາ ​:

+ ບົດທີ 1: ຊາດລາວ,ຄົນລາວ ແລະ ມູນເຊື້ອອັນສະຫງ່າລາສີຂອງປະຊາຊົນລາວ ( ບັນຍາຍໂດຍ ທ່ານເພັງນາ ຈັນທະພອນ ຮອງເລຂາພັກເມືອງ ປະທານກວດກາພັກ, ຫົວໜ້າອົງການກວດກາລັດ) .

+ ບົດທີ 2: ລະບົບການເມືອງ ແລະ ການປົກຄອງ ໃນລະບອບປະຊາທິປະໄຕປະຊາຊົນ (ບັນຍາຍໂດຍ ທ່ານ ແສງຄໍາ ສຸວັນແດງ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ).

+ ບົດທີ 3: ຍົກສູງຄວາມສາມາດນໍາພາຂອງໜ່ວຍພັກບ້ານ, ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະໜັກແໜ້ນ, ບົດທີ   4: ການສ້າງບ້ານເປັນຫົວໜ່ວຍພັດທະນາ( ບັນຍາຍໂດຍ ສະຫາຍ ນາງສຸສະຫວັນ ອິນຄະວິໄລ ຮອງຫົວໜ້າກົມອົບຮົມ).

+ ບົດທີ 5: ການແກ້ໄຂຄວາມທຸກຍາກ ແລະ ຜະລິດເປັນສິນຄ້າ( ບັນຍາຍໂດຍ ສະຫາຍ ວຸດສໍາພັນ ມິ່ງໂພໄຊ ຮອງຫົວໜ້າຄະນະໂຄສະນາອົບຮົມເມືອງ).

ຊຸດ​ອົບຮົມ​ຄັ້ງນີ້ແມ່ນໄດ້ຮັບການຮ່ວມມືຈາກ ຄະນະ​ໂຄສະນາ​ອົບຮົມ​​ແຂວງ ​ແລະ ຄະນະ​ໂຄສະນາ​ອົບຮົມ​ເມືອງ​ເປັນ​ຢ່າງ​ດີ, ມີ​ການ​ແຕ່ງ​ຕັ້ງຄະນະ​ຮັບ​ຜີ​ດຊອບ ​ແລະ ມີການແບ່ງງານ​ແບ່ງ​ຄວາມ​ຮັບຜິດຊ​ອບ​ໃຫ້​ແຕ່​ລະສະ​ຫາຍ​ຢ່າງ​ລະອຽດ​ເຮັດ​ໃຫ້​ຊຸດ​ອົບຮົມ​ດຳ​ເນີນ​ຕາມ​ແຜນ​ ແລະ ບັນລຸຕາມເປົ້າໝາຍທີ່​ວາງ​ໄວ້, ຜູ້​ບັນຍາຍ​ເອກະສານ​ສ່ວນຫຼາຍແມ່ນມີ​ປະສົບ​ການ​ສາມາດ​ຊີ້​ແຈງ​ອະທິບາຍ​ໃຫ້ຜູ້​ເຂົ້າຮ່ວມ​ມີ​ຄວາມ​ເຂົ້າ​ໃຈ​ເປັນ​ຢ່າງ​ດີ, ນັກ​ອົບຮົມ​ແຕ່​ລະສະ​ຫາຍ​ມີ​ຄວາມ​ຫ້າວຫັນຕື່ນ​ຕົວ​ເຂົ້າຮ່ວມຊື່​ງສະ​ແດງ​ອອກ​ໃນ​ການ​ປະ​ຕິບັດໂມງ​ເວລາ​ເຂັ້ມງວດ ແລະ ​ສົນທະນາ​ແລກປ່ຽນຄຳ​ເຫັນ​ກັບ​ຜູ້​ບັນຍາຍຢ່າງ​ຟົດຟື້ນ​.