ພິທີປະກາດການແຕ່ງຕັ້ງຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ
ໃນວັນທີ 7 ມັງກອນ 2021 ທີ່ຫ້ອງປະຊຸມໃຫຍ່ຄະນະໂຄສະນາອົບຮົມສູນກາງພັກ ຈັດພິທີປະກາດການແຕ່ງຕັ້ງຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກໃຫ້ກຽດເປັນປະທານ ທ່ານ ປອ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ມີ: ຕາງໜ້າກົມຈັດຕັ້ງ-ພະນັກງານ ຄະນະຈັດຕັ້ງສູນກາງພັກ ແລະ ພະນັກງານ ຄອສພ ທັງໝົດເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີດ່ັງກ່າວຕາງໜ້າກົມຈັດຕັ້ງ-ພະນັກງານ ຄະນະຈັດຕັ້ງສູນກາງພັກ ຂື້ນຜ່ານຄຳສັ່ງຍົກຍ້າຍ ແລະ ມະຕິຕົກລົງຂອງຄະນະເລຂາທິການສູນກາງພັກສະບັບເລກທີ 287/ ຄລສພ, ລົງວັນທີ 18/12/2020 ວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ທ່ານ ນ. ວິລະວອນ ພັນທະວົງ ຮອງເລຂາຄະນະພັກສູນກາງຊາວໜຸ່ມພັກປະຊາຊົນປະຕິວັດລາວ ມາເປັນ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ.
ຫຼັງຈາກນັ້ນ ທ່ານ ນ. ວິລະວອນ ພັນທະວົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກຜູ້ໃໝ່ຂື້ນມີຄຳເຫັນເຊິ່ງກ່ອນອື່ນທ່ານສະແດງຄວາມຂອບໃຈມາຍັງຂັ້ນເທິງ ແລະ ຕີລາຄາສູງຕໍ່ການຈັດຕັ້ງພັກ-ລັດ ທີ່ໄດ້ໃຫ້ຄວາມໄວ້ວາງໃຈ ແລະ ທ່ານໄດ້ໃຫ້ຄຳໝັ້ນສັນຍາວ່າຈະສືບຕໍ່ຊີ້ນຳ-ນຳພາວຽກໂຄສະນາອົບຮົມໃຫ້ມີບາດກ້າວອັນໃໝ່, ເອົາໃຈໃສ່ປັບປຸງແບບແຜນວິທີນໍາພາ-ວິທີເຮັດວຽກ ແລະ ເປັນເສນາທິການໃຫ້ຂັ້ນເທິງໃຫ້ມີຜົນສໍາເລັດ.
ໃນພິທີດັ່ງກ່າວຍັງໄດ້ປະກາດຕຳແໜ່ງບໍລິຫານຈຳນວນໜື່ງ ໃຫ້ກຽດປະກາດໂດຍ ທ່ານ ອານົງສັກ ອິນທະວົງ ຄະນະພັກ ຫົວໜ້າກົມຈັດຕັ້ງພະນັກງານ ໄດ້ຂື້ນຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການແຕ່ງຕັ້ງຕຳແໜ່ງບໍລິຫານພາຍໃນຄະນະໂຄສະນາອົບຮົມສູນກາງພັກ ໂດຍມີລາຍຊື່ດັ່ງລຸ່ມນີ້:
- ທ່ານ ວັນຕຸລາ ຣັກນຸດ ວ່າການຫົວໜ້າກົມຂໍ້ມູນຂ່າວສານ ຂື້ນເປັນ ຫົວໜ້າກົມຂໍ້ມູນຂ່າວສານ
- ທ່ານ ສາຄອນ ພົມມະລາດ ຮອງຫົວໜ້າຫ້ອງການ ຂື້ນເປັນ ຫົວໜ້າຫ້ອງການ ຄອສພ ຜູ້ໃໝ່
- ທ່ານ ຄຳສະໄຫວ ສີດາວົງ ຜູ້ຮັກສາການ ບ.ກ ວາລະສານ ອະລຸນໃໝ່ ມາເປັນຜູ້ອຳນວຍຄວບຄຸມວຽກງານຢ່າງຮອບດ້ານ ຊ່ວຍຄະນະ ບ.ກ ວາລະສານ ອະລຸນໃໝ່.
- ທ່ານ ສຸກິນດາ ທອງດາລາ ວິຊາການພະແນກ ອົບຮົມທິດສະດີການເມືອງ ຂື້ນເປັນ ຮອງຫົວໜ້າພະແນກອົບຮົມທິດສະດີການເມືອງ
- ທ່ານ ນ. ວັນນະທອນ ວົງລະຄອນ ວິຊາການພະແນກອົບຮົມປະຊາຊົນບັນດາເຜົ່າ ຂື້ນເປັນ ຮອງຫົວໜ້າພະແນກອົບຮົມປະຊາຊົນບັນດາເຜ່ົາ
ໃນຕ້ອນທ້າຍພິທີ ທ່ານ ປອ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ມີຄໍາເຫັນໂອ້ລົມ ໄດ້ເນັ້ນໜັກໃຫ້ຜູ້ທີ່ໄດ້ຍົກຍ້າຍ ແລະ ຮັບໜ້າທີ່ຕຳແໜ່ງໃໝ່ ຈົ່ງສືບຕໍ່ຮັກສາມູນເຊື້ອໃນການເຮັດວຽກງານການເມືອງ-ແນວຄິດ ໃຫ້ມີຄວາມຄົມແຫຼມ ແລະ ກວ້າງຂວາງເຮັດໃຫ້ວຽກງານໂຄສະນາອົບຮົມຂອງພັກ ເປັນວຽກກົກ ເປັນວຽກແຖວໜ້າ, ລົງເຖິງທ້ອງຖິ່ນຮາກຖານ, ຖືເອົາວຽກງານການເມືອງແນວຄິດເປັນວຽກຕົ້ນຕໍ, ແມ່ນໜ້າທີ່ ແລະ ຄວາມຮັບຜິດຊອບໂດຍກົງຂອງຄະນະພັກ, ສະນັ້ນ ຄະນະພັກແຕ່ລະຂັ້ນຢູ່ແຕ່ລະບ່ອນຕ້ອງຍົກສູງຄວາມສາມາດ ແລະ ຄວາມຮັບຜິດຊອບຂອງຕົນຕໍ່ການກຳນົດທິດ ແລະ ໜ້າທີ່ຈຸດສຸມຂອງການເຄື່ອນໄຫວໃນຂົງເຂດວຽກງານເມືອງແນວຄິດ, ປັບປຸງວຽກງານໂຄສະນາໃຫ້ເປັນສູນລວມຂອງທຸກຊັ້ນຄົນໃຫ້ວ່ອງໄວທັນເຫດການມີຄວາມເດັດຂາດໃນການຕ້ານ ແລະ ແກ້ໄຂສະພາບການຫັນປ່ຽນທີ່ບໍ່ດີຈາກພາຍໃນ ແລະ ພາຍນອກຢ່າງແຂງແຮງ.