ພິທີປະກາດການແຕ່ງຕັ້ງຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ

ພິທີປະກາດການແຕ່ງຕັ້ງຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ

    ໃນວັນທີ 7 ມັງກອນ 2021 ທີ່ຫ້ອງປະຊຸມໃຫຍ່ຄະນະໂຄສະນາອົບຮົມສູນກາງພັກ ຈັດພິທີປະກາດການແຕ່ງຕັ້ງຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກໃຫ້ກຽດເປັນປະທານ ທ່ານ ປອ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ມີ: ຕາງໜ້າກົມຈັດຕັ້ງ-ພະນັກງານ ຄະນະຈັດຕັ້ງສູນກາງພັກ ແລະ ພະນັກງານ ຄອສພ ທັງໝົດເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີດ່ັງກ່າວຕາງໜ້າກົມຈັດຕັ້ງ-ພະນັກງານ ຄະນະຈັດຕັ້ງສູນກາງພັກ ຂື້ນຜ່ານຄຳສັ່ງຍົກຍ້າຍ ແລະ ມະຕິຕົກລົງຂອງຄະນະເລຂາທິການສູນກາງພັກສະບັບເລກທີ 287/ ຄລສພ, ລົງວັນທີ 18/12/2020 ວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ທ່ານ ນ. ວິລະວອນ ພັນທະວົງ ຮອງເລຂາຄະນະພັກສູນກາງຊາວໜຸ່ມພັກປະຊາຊົນປະຕິວັດລາວ ມາເປັນ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ.

ຫຼັງຈາກນັ້ນ ທ່ານ ນ. ວິລະວອນ ພັນທະວົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກຜູ້ໃໝ່ຂື້ນມີຄຳເຫັນເຊິ່ງກ່ອນອື່ນທ່ານສະແດງຄວາມຂອບໃຈມາຍັງຂັ້ນເທິງ ແລະ ຕີລາຄາສູງຕໍ່ການຈັດຕັ້ງພັກ-ລັດ ທີ່ໄດ້ໃຫ້ຄວາມໄວ້ວາງໃຈ ແລະ ທ່ານໄດ້ໃຫ້ຄຳໝັ້ນສັນຍາວ່າຈະສືບຕໍ່ຊີ້ນຳ-ນຳພາວຽກໂຄສະນາອົບຮົມໃຫ້ມີບາດກ້າວອັນໃໝ່, ເອົາໃຈໃສ່ປັບປຸງແບບແຜນວິທີນໍາພາ-ວິທີເຮັດວຽກ ແລະ ເປັນເສນາທິການໃຫ້ຂັ້ນເທິງໃຫ້ມີຜົນສໍາເລັດ.

ໃນພິທີດັ່ງກ່າວຍັງໄດ້ປະກາດຕຳແໜ່ງບໍລິຫານຈຳນວນໜື່ງ ໃຫ້ກຽດປະກາດໂດຍ ທ່ານ ອານົງສັກ ອິນທະວົງ ຄະນະພັກ ຫົວໜ້າກົມຈັດຕັ້ງພະນັກງານ ໄດ້ຂື້ນຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການແຕ່ງຕັ້ງຕຳແໜ່ງບໍລິຫານພາຍໃນຄະນະໂຄສະນາອົບຮົມສູນກາງພັກ ໂດຍມີລາຍຊື່ດັ່ງລຸ່ມນີ້:

  1. ທ່ານ ວັນຕຸລາ ຣັກນຸດ ວ່າການຫົວໜ້າກົມຂໍ້ມູນຂ່າວສານ ຂື້ນເປັນ ຫົວໜ້າກົມຂໍ້ມູນຂ່າວສານ
  2. ທ່ານ ສາຄອນ ພົມມະລາດ ຮອງຫົວໜ້າຫ້ອງການ ຂື້ນເປັນ ຫົວໜ້າຫ້ອງການ ຄອສພ ຜູ້ໃໝ່
  3. ທ່ານ ຄຳສະໄຫວ ສີດາວົງ ຜູ້ຮັກສາການ ບ.ກ ວາລະສານ ອະລຸນໃໝ່ ມາເປັນຜູ້ອຳນວຍຄວບຄຸມວຽກງານຢ່າງຮອບດ້ານ ຊ່ວຍຄະນະ ບ.ກ ວາລະສານ ອະລຸນໃໝ່.
  4. ທ່ານ ສຸກິນດາ ທອງດາລາ ວິຊາການພະແນກ ອົບຮົມທິດສະດີການເມືອງ ຂື້ນເປັນ ຮອງຫົວໜ້າພະແນກອົບຮົມທິດສະດີການເມືອງ
  5. ທ່ານ ນ. ວັນນະທອນ ວົງລະຄອນ ວິຊາການພະແນກອົບຮົມປະຊາຊົນບັນດາເຜົ່າ ຂື້ນເປັນ ຮອງຫົວໜ້າພະແນກອົບຮົມປະຊາຊົນບັນດາເຜ່ົາ

ໃນຕ້ອນທ້າຍພິທີ ທ່ານ ປອ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ມີຄໍາເຫັນໂອ້ລົມ ໄດ້ເນັ້ນໜັກໃຫ້ຜູ້ທີ່ໄດ້ຍົກຍ້າຍ ແລະ ຮັບໜ້າທີ່ຕຳແໜ່ງໃໝ່ ຈົ່ງສືບຕໍ່ຮັກສາມູນເຊື້ອໃນການເຮັດວຽກງານການເມືອງ-ແນວຄິດ ໃຫ້ມີຄວາມຄົມແຫຼມ ແລະ ກວ້າງຂວາງເຮັດໃຫ້ວຽກງານໂຄສະນາອົບຮົມຂອງພັກ ເປັນວຽກກົກ ເປັນວຽກແຖວໜ້າ, ລົງເຖິງທ້ອງຖິ່ນຮາກຖານ, ຖືເອົາວຽກງານການເມືອງແນວຄິດເປັນວຽກຕົ້ນຕໍ, ແມ່ນໜ້າທີ່ ແລະ ຄວາມຮັບຜິດຊອບໂດຍກົງຂອງຄະນະພັກ, ສະນັ້ນ ຄະນະພັກແຕ່ລະຂັ້ນຢູ່ແຕ່ລະບ່ອນຕ້ອງຍົກສູງຄວາມສາມາດ ແລະ ຄວາມຮັບຜິດຊອບຂອງຕົນຕໍ່ການກຳນົດທິດ ແລະ ໜ້າທີ່ຈຸດສຸມຂອງການເຄື່ອນໄຫວໃນຂົງເຂດວຽກງານເມືອງແນວຄິດ, ປັບປຸງວຽກງານໂຄສະນາໃຫ້ເປັນສູນລວມຂອງທຸກຊັ້ນຄົນໃຫ້ວ່ອງໄວທັນເຫດການມີຄວາມເດັດຂາດໃນການຕ້ານ ແລະ ແກ້ໄຂສະພາບການຫັນປ່ຽນທີ່ບໍ່ດີຈາກພາຍໃນ ແລະ ພາຍນອກຢ່າງແຂງແຮງ.