ນັກສຶກສາປະລິນຍາຕີຮຸ່ນທີ 23 ຊຸດທີ VII ສາຂາໂຄສະນາອົບຮົມເຂົ້າພົບປະຄະນະພັກ, ຄະນະນຳ ຄອສພ

ນັກສຶກສາປະລິນຍາຕີຮຸ່ນທີ 23 ຊຸດທີ VII ສາຂາໂຄສະນາອົບຮົມເຂົ້າພົບປະຄະນະພັກ, ຄະນະນຳ ຄອສພ

    ໃນຕອນບ່າຍຂອງວັນທີ 22 ມັງກອນ 2021 ທີ່ຫ້ອງປະຊຸມຊັ້ນ 5 ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີພົບປະ ຄະນະນຳ, ພະນັກງານ, ຄູອາຈານຂອງ ຄອສພ,  ຄູອາຈານ ສມປຊ ແລະ ນັກສຶກສາທີ່ມາຈາກສະຖາບັນການເມືອງການປົກຄອງແຫ່ງຊາດ. ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ນ. ສົມພອຍ ພົມມະຈັກ ຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ມີ: ບັນດາຄູອາຈານຂອງ ຄອສພ, ສມປຊ ແລະ ນັກສຶກສາທັງໝົດ 17 ທ່ານ, ຍິງ 5 ທ່ານເຂົ້າຮ່ວມຢ່າງພ້ອມ.

    ໃນພິທີທ່ານ ນ. ສຸກສະຫວັນ ອິນຄະວິໄລ ຮອງຫົວໜ້າກົມອົບຮົມ ຂື້ນລາຍງານສະພາບລວມການຮຽນ-ການສອນ ແລະ ໃຫ້ຮູ້ວ່າ: ສາຍສາຂາໂຄສະນາອົບຮົມມີທັງໝົດ 16 ວິຊານັບທັງປ້ອງກັນບົດຈົບຊັ້ນ. ໃນນັ້ນ ຄອສພ ຮັບຜິດຊອບ 6 ວິຊາຄື:

  1. ວິຊາຄວາມຮູ້ພື້ນຖານກ່ຽວກັບວຽກງານແນວຄິດມີທັງໝົດ 11 ບົດ
  2. ວິຊາໂຄສະນາມີທັງໝົດ 8 ບົດ
  3. ວິຊາອົບຮົມ ມີທັງໝົດ 6 ບົດ
  4. ວິຊາຫາສຽງສັງຄົມ 6 ບົດ
  5. ວິຊາເຕັກນິກການຂຽນບົດປະເພດຕ່າງໆມີທັງໝົດ 9 ບົດ
  6. ວິຊາຂໍ້ມູນຂ່າວສານ ມີທັງໝົດ 7 ບົດ

ເຊິ່ງລວມທັງໝົດ 272 ຊົ່ວໂມງ.

    ຕອນທ້າຍພິທີ ທ່ານ ນ. ສົມພອຍ ພົມມະຈັກ ຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກໄດ້ຂື້ນມີຄຳເຫັນໂອ້ລົມເຊິ່ງກ່ອນອື່ນໝົດທ່ານໄດ້ສະແດງຄວາມຊົມເຊີຍ ແລະ ຂອບໃຈມາທາງສມປຊ ທີ່ເອົາໃຈໃສ່ ແລະ ໃຫ້ຄວາມສຳຄັນໃນການກໍ່ສ້າງບຸກຄະລະກອນກໍຄືເປັນບ່ອນຝຶກຝົນຫຼໍ່ຫຼອມວຽກງານການເມືອງແນວຄິດ, ທ່ານໄດ້ເນັ້ນໃຫ້ບັນດານັກສຶກສາຈົ່ງກຳແໜ້ນພາລະບົດບາດຂອງວຽກງານໂຄສະນາ ເນື່ອງຈາກວ່ານັກສືກສາໄດ້ຮ່ຳຮຽນສາຍສາຂາໂຄສະນາອົບຮົມ ແລະ ຍຶດໝັ້ນເປັນວຽກງານຫຼັກໃນການປະຕິບັດໜ້າທີ່ວຽກງານ ແລະ ຈົ່ງນໍາເອົາບົດຮຽນ, ຄວາມຮູ້ທີ່ໄດ້ຮຽນມາໄປໝູນໃຊ້ເຂົ້າໃນວຽກງານຕົວຈິງ ຂອງບັນດາທ່ານໃຫ້ປະສົບຜົນສໍາເລັດ.