ກົມອົບຮົມ ຈັດຊຸດຝຶກອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ແລະ ການສ້າງບ້ານພັດທະນາປະຊາຊົນລຽບຕາມຊາຍແດນ ຢູ່ເມືອງນານ ແຂວງຫຼວງພະບາງ.

ກົມອົບຮົມ ຈັດຊຸດຝຶກອົບຮົມຄວາມຮູ້ພື້ນຖານດ້ານການເມືອງການປົກຄອງ

ແລະ ການສ້າງບ້ານພັດທະາປະຊາຊົນລຽບຕາມຊາຍແດນ ຢູ່ເມືອງນານ

ແຂວງຫຼວງພະບາງ.

ໃນ​ລະ​ຫວ່າງວັນ​ທີ 29/03-04/04/2021 ກົມອົບ​ຮົມ ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ສູນ​ກາງ​ພັກ ຮ່ວມກັບ ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ແຂວງຫຼວງ​ພະ​ບາງ ແລະ ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ເມືອງ​ນານ ໄດ້​ສົມ​ທົບ​ກັນ​ຈັດ​ຕັ້ງ​ຊຸດ​ອົບ​ຮົມ ​ຂຶ້ນ​ຢູ່​ທີ່ສະ​ໂມ​ສອນ​ກຸ່ມ​​ບ້ານເນີນ​ສະ​ຫວ່າງ; ເປົ້າ​ໝາຍ​ເຂົ້າ​ຮ່ວມ ມາ​ຈາກ 6 ບ້ານໃນເຂດເນີນສະຫວ່າງ ຄື: ບ້ານເນີນສະຫວ່າງ, ບ້ານທົ່ງຈະເລີນ, ບ້ານຄົກຕົມ, ບ້ານທ່າສີ, ບ້ານນາເມືອງ ແລະ ບ້ານຫວ້ຍຫອຍ. ໂດຍພາຍ​​ໃຕ້​ການ​ເປັນ​ປະ​ທານຮ່ວມ ​ເປີດ-ປິດຂອງ ສະ​ຫາຍ ບຸນທີ ມະນີວົງ ຮອງເລຂາພັກເມືອງ, ສະຫາຍ ທອງຈັນ ພົມມະລັດ ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ສະຫາຍ ຄໍາກອງ ທໍາມະເທວາ ຮອງຫົວໜ້າກົມອົບຮົມ ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ສູນ​ກາງ​ພັກ ແລະ ສະຫາຍ ທອງວັນ ແດງສະຫວັນ ຫົວໜ້າຄະນະໂຄສະນາອົບຮົມເມືອງ.

ຊຸດອົບຮົມຄັ້ງນີ້ມີຜູ້ເຂົ້າຮ່ວມອົບຮົມທັງໝົດ 37 ສະຫາຍ, ຍິງ 06 ສະຫາຍ, ສະມາຊິກພັກ 22 ສະຫາຍ, ຍິງ 03 ສະຫາຍ; ຊຶ່ງມາຈາກ 6 ກຸ່ມບ້ານໃນເຂດເນີນສະຫວ່າງ (ບ້ານເນີນສະຫວ່າງ, ບ້ານທົ່ງຈະເລີນ, ບ້ານຄົກຕົມ, ບ້ານທ່າສີ, ບ້ານນາເມືອງ, ບ້ານຫວ້ຍຫອຍ) ໃນນັ້ນ, ມີນາຍບ້ານ 5 ສະຫາຍ, ຮອງນາຍບ້ານ 10 ສະຫາຍ, ແນວໂຮມບ້ານ 5 ສະຫາຍ, ປກສ 1 ສະ​ຫາຍ, ປກ​ຊ 1 ສະ​ຫາຍ, ຫົວໜ້າຊາວໜຸ່ມ 4 ສະຫາຍ, ແມ່ຍິງ 6 ສະຫາຍ, ຫົວ​ໜ້າ​ສຸກ​ສາ​ລາ 1 ສະຫາຍ, ຄູ-ອາ​ຈານ 4 ສະຫາຍ.

ເອກະສານນຳໃຊ້ເຂົ້າ​ໃນ​ການ​ອົບ​ຮົມປະກອບມີ 2 ບົດຄື:

  1. ເອ​ກະ​ສານອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ແລະ ການສ້າງບ້ານພັດທະນາ
  2. ເອ​ກະ​ສານ​ອົບ​ຮົມ​ປະ​ຊາ​ຊົນ​ທີ່​ຢູ່​ລຽບ​ຕາມ​ຊາຍ​ແດ​ນ ມີ 17 ຄຳ​ຖາມ – 17 ຄຳ​ຕອບ.

ໃນ​ຕອນ​ທ້າຍ​ຂອງ​ການ​ຝຶກ​ອົບ​ຮົມ ໄດ້​ມີ​ພິ​ທີ​ມອບ​ໃບ​ຢັ້ງ​ຢ​ືນ​ໃຫ້​ນັກ​ຝຶກ​ອົບ​ຮົມ​ທີ່​ໄດ້​ເຂົ້າ​ຮ່ວມ, ເຊິ່ງ​ໃຫ້​ກຽດ​ມອບ ແລະ ໂອ້​ລົມ​ຕໍ່ຊຸດຝຶກອົບຮົມໂດຍ: ທ່ານ ບຸນ​ທີ ມະ​ນີ​ວົງ ຮອງ​ເລ​ຂາ​ພັກ​ເມືອງ ເມືອງ​ນານ.