ວຽກງານໂຄສະນາ-ປາຖະກະຖາ ຢູ່ເມືອງກວັນ ແຂວງຫົວພັນ

ວຽກງານໂຄສະນາ-ປາຖະກະຖາ ຢູ່ເມືອງກວັນ ແຂວງຫົວພັນ

ໃນວັນທີ 30 ມີນາ ຫາ 1 ເມສາ 2021ກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບຄະນະໂຄສະນາອົບຮົມແຂວງ ແລະ ຄະນະໂຄສະນາອົບຮົມເມືອງກວັນ ແຂວງຫົວພັນ, ໄດ້ປິດຊຸດຝຶກອົບຮົມວຽກງານໂຄສະນາ – ປະຖະກະຖາ ໃຫ້ແກ່ພະນັກງານສະມາຊິກພັກ – ພະນັກງານຫຼັກແຫຼ່ງ ແລະ ພະນັກງານທີ່​ມາ​ຈາກຂະແໜງການຕ່າງໆ ອ້ອມຂ້າງ​​ເມືອງ; ພິທີດັ່ງກ່າວ ໄດ້ຈັດຂຶ້້ນທີ່ຫ້ອງການຖະແຫຼງຂ່າວວັດ ທະນະທຳ ແລະ ສະຫວັດດີການສັງຄົມຂອງເມືອງ ໂດຍການເປັນປະທານຮ່ວມຂອງ ທ່ານ ອຳພອນ ສອນວິໄລ ຮອງເລຂາພັກເມືອງ,​ ຜູ້ຊີ້ນຳວຽກງານແນວຄິດທິດສະດີ ແລະ ທ່ານ ນາງ ບົວລີ ບັນຊາລິດ ຄະນະພັກ, ຫົວໜ້າກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ; ມີນັກສຳມະນາກອນ, ວິທະຍາກອນ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ ຈຳນວນ 70 ຄົນ, ຍິງ 19 ຄົນ.

ໃນຊຸດຝຶກອົບຮົມໃນຄັ້ງນີ້ໄດ້ນຳໃຊ້ເນື້ອໃນເອກະສານຝຶກອົບຮົມທັງໝົດ 3 ບົດ ຄື:

  1. ບັນຫາພື້ນຖານຂອງວຽກງານໂຄສະນາ
  2. ຝຶກຝົນຄວາມສາມາດໃນການຂຽນເອກະສານ
  3. ຄຸນລັກສະນະ, ສີລະປະໃນການປາກເວົ້າ ແລະ ບາງບົດຮຽນໃນການເຄື່ອນໄຫວວຽກງານໂຄສະນາ.

ຈຸດປະສົງ ແມ່ນແນ່ໃສ່ບຸກທະລຸທາງດ້ານຈິນຕະນາການຂອງວຽກງານແນວຄິດ ເພື່ອຍົກລະດັບຄວາມຮູ້ທາງດ້ານວິທີການໂຄສະນາດ້ວຍປາກ ໃຫ້ຜູ້ທີ່ມີໜ້າທີ່ເຮັດວຽກງານແນວຄິດຢູ່ໃນແຕ່ລະຂະແໜງການຂອງເມືອງ ພ້ອມທັງເປັນການສ້າງຄວາມຮັບຮູ້ເຂົ້າໃຈຢ່າງເລິກ ເຊິ່ງຕໍ່ວຽກງານໂຄສະນາ – ປາຖະກະຖາ ໃຫ້ມີຄວາມເອກະພາບກັນ ແລະ ພ້ອມກັນຈັດຕັ້ງປະຕິບັດວຽກງານໂຄສະນາ – ປາຖະກະຖາ ໃຫ້ມີຄວາມເຂັ້ມແຂງ ແລະ ໄດ້ຮັບຜົນດີໃນຕໍ່ໜ້າ.

ໃນໂອກາດດັ່ງກ່າວຍັງໄດ້ຟັງຄຳໂອ້ລົມຂອງ ທ່ານ ອຳພອນ ສອນວິໄລ ຮອງ​ເລຂາ​ພັກ​ເມືອງ ເຊິ່ງໄດ້ກ່າວໃນບາງຕອນວ່າ: ການຝຶກອົບຮົມຄວາມຮູ້ພື້ນຖານວຽກງານໂຄສະນາ – ປາຖະກະຖາ ແມ່ນມີຄວາມສຳຄັນ ແລະ ຈຳເປັນສຳລັບສະມາຊິກພັກ, ພະນັກງານຫຼັກແຫຼ່ງຂອງເມືອງ ເພື່ອເປັນການປະກອບຄວາມຮູ້ຄວາມສາມາດທາງດ້ານວິທີການໂຄສະນາ – ປາຖະກະຖາ ໃຫ້ແກ່ພະນັກງານນຳພາ – ຄຸ້ມຄອງ, ຕອບສະໜອງຕາມຄວາມຮຽກ ຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ ເປັນຕົ້ນແມ່ນ ເພື່ອເຮັດໃຫ້ສະມາຊີກພັກ, ພະນັກງານມີຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລີກເຊິ່ງຕໍ່ແນວທາງການເມືອງ ພ້ອມກັນຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງພັກແຕ່ລະຄັ້ງ ໃຫ້ເປັນຂະບວນການອັນກ້ວາງຂວາງ ແລະ ສາມາດເປັນກຳລັງໂຄສະນາປຸກລະດົມຊວນເຊື່ອໃຫ້ມະຫາຊົນເຂົ້າຮ່ວມເປັນກຳລັງໃຫ້ແກ່ການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ຂອງພັກເຮົາ ສືບຕໍ່ດຳເນີນໄປຢ່າງມີປະສິດທິຜົນ, ເລີກເຊິ່ງ, ຮອບດ້ານ ແລະ ມີຜົນສຳເລັດໃຫຍ່ຫຼວງກ່ວາເກົ່າ, ນຳເອົາຜົນປະໂຫຍດຕົວຈິງມາໃຫ້ແກ່ປະເທດຊາດ ແລະ ປະຊາຊົນ.

ໃນຕອນທ້າຍ, ທ່ານຍັງໄດ້ຮຽກຮ້ອງໃຫ້ນັກສຳມະນາກອນທຸກໆສະຫາຍ ທີ່ໄດ້ເຂົ້າມາຮ່ວມຊຸດຝຶກອົບ ຮົມໃນຄັ້ງນີ້ ຈົ່ງເກັບກໍາເອົາບົດຮຽນ, ປະສົບການ ແລະ ນໍາໄປໝູນໃຊ້ເຂົ້າໃນໜ້າທີ່ວຽກງານຂອງຕົນ ໃຫ້ໄດ້ຮັບຜົນດີ, ມີປະສິດຕິຜົນສູງຂຶ້ນ ແລະ ໄດ້ຮັບຜົນສໍາເລັດຕາມລະດັບຄາດໝາຍ ພ້ອມກັບການມອບໃບຢັ້ງຢືນໃຫ້ນັກຝຶກອົບຮົມ.

ໂດຍ: ລັດສະໝີ ສົງຄຳຈັນ.