ສາຍພົວພັນລາວຫວຽດສືບຕໍ່ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດບໍ່ຢັ້ງ

 

ສາຍພົວພັນລາວຫວຽດສືບຕໍ່ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດບໍ່ຢັ້ງ

ວັນນີ້ 05 ເມສາ 2021, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປລາວໄດ້ໂທລະສັບທາງໄກເພື່ອສະແດງຄວາມຊົມເຊີຍຕໍ່ສະຫາຍ ຫງວຽນຊວນຟຸກ ທີ່ໄດ້ຮັບການເລືອກຕັ້ງເປັນປະທານປະເທດຄົນໃໝ່ແຫ່ງ ສສຫວຽດນາມ ໂດຍກອງປະຊຸມສະໄໝສາມັນເທື່ອທີ 11 ສະພາແຫ່ງຊາດຊຸດທີ XIV ຮັບຮອງເອົາຢ່າງເປັນທາງການ.

ການສົນທະນາປຶກສາຫາລືຂອງຜູ້ນຳທັງສອງປະເທດໂດຍຜ່ານໂທລະສັບທາງໄກໄດ້ມີຄວາມໝາຍຄວາມສຳຄັນດັ່ງນີ້:
1. ການສົນທະນາໃນຄັ້ງນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມດີໃຈ ທີ່ຈະໄດ້ສືບຕໍ່ເຮັດວຽກຮ່ວມກັບ ສະຫາຍ ຫງວຽນຊວນຟຸກ ຢ່າງໃກ້ຊິດສະໜິດສະໜົມ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານຂອງສອງປະເທດໃຫ້ມີປະສິດທິຜົນສູງສຸດ.
2. ພ້ອມດຽວກັນນີ້, ທ່ານປະທານປະເທດ ທອງລຸນ ສີສຸລິດ ໄດ້ສະແດງຄວາມເຊື່ອໝັ້ນເປັນຢ່າງຍິ່ງວ່າ ພາຍໃຕ້ການຊີ້ນໍາ-ນໍາພາຂອງສະຫາຍ ຫງວຽນຊວນຟຸກ, ຫວຽດນາມຈະສືບຕໍ່ໄດ້ຮັບການພັດທະນາຢ່າງຮອບດ້ານ ເຮັດໃຫ້ຊື່ສຽງ ແລະ ຖານະບົດບາດຂອງ ສສຫວຽດນາມ ຈະສືບຕໍ່ພົ້ນເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນຢ່າງບໍ່ຢຸດຢັ້ງ.
3. ໃນຂະນະດຽວກັນການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ຈະສືບຕໍ່ຂະຫຍາຍຕົວເຂົ້າສູ່ລວງເລິກ, ມີປະສິດທິຜົນຕົວຈິງ ແລະ ແຕກດອກອອກຜົນຍິ່ງຂື້ນ.
4. ນອກຈາກນີ້, ສອງຝ່າຍກໍ່ຍັງຕີລາຄາສູງຕໍ່ການເຮັດວຽກຮ່ວມກັນໃນໄລຍະຜ່ານມາ ໃນການເສີມຂະຫຍາຍການພົວພັນພິເສດ ລາວ-ຫວຽດນາມ ໂດຍສະເພາະການຊຸກຍູ້ການຈັດຕັ້ງປະຕິບັດຂໍ້ຕົກລົງຕ່າງໆ ທີ່ສອງພັກ-ສອງລັດ ໄດ້ຮ່ວມມືກັນ ເປັນຕົ້ນແມ່ນບັນດາສັນຍາ ແລະ ຂໍ້ຕົກລົງຕ່າງໆ ລວມທັງການຜັນຂະຫຍາຍຜົນກອງປະຊຸມສອງກົມການເມືອງ ແລະ ຜົນກອງປະຊຸມ ຄະນະກໍາມະການຮ່ວມມືສອງຝ່າຍ ຄັ້ງທີ 43 ທີ່ຮ່າໂນ້ຍ ໃນທ້າຍປີ 2020 ກໍຄື ຜົນການພົບປະ ທີ່ນະຄອນດານັງ ໃນເດືອນກໍລະກົດ 2020 ຜ່ານມາ, ເຊິ່ງເຫັນວ່າມີຜົນສຳເລັດເປັນຢ່າງດີ.
5.ໃນການສົນທະນາຄັ້ງນີ້, ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ສະແດງຄວາມຂອບໃຈຕໍ່ ສສ ຫວຽດນາມ ທີ່ໃຫ້ການຊ່ວຍເຫລືອ ໃນໄລຍະຜ່ານມາ ເປັນຕົ້ນແມ່ນໄພພິບັດຕ່າງໆທີ່ເກີດຂື້ນຢູ່ລາວ ແລະ ພິເສດແມ່ນການຮັບມືກັບພະຍາດໂຄວິດ-19, ເຊິ່ງ ສສຫວຽດນາມ ເປັນປະເທດທໍາອິດທີ່ເຂົ້າມາຊ່ວຍເຫລືອທາງດ້ານອຸປະກອນການແພດ, ຊ່ຽວຊານການແພດເພື່ອຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຢຸ່ ສປປ ລາວພວກເຮົາ.
6. ພ້ອມນັ້ນ, ຍັງໄດ້ສະແດງຄວາມຂອບໃຈໃນການຊ່ວຍເຫລືອໂຄງການກໍ່ສ້າງສະພາແຫ່ງຊາດສຳເລັດໂດຍພື້ນຖານ ແລະ ທັນຮັບໃຊ້ໃຫ້ແກ່ກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດຊຸດທີ IX ແລະ ຈະມີການມອບຮັບໂຄງການດັ່ງກ່າວໃນກາງປີ 2021 ນີ້.
7. ໃນໂອກາດດຽວກັນ, ສອງຝ່າຍ ຍັງໄດ້ປຶກສາຫາລືກ່ຽວກັບທິດທາງການຮ່ວມມືໃນຕໍ່ໜ້າ ເຊິ່ງໄດ້ຊຸກຍູ້ໃຫ້ສືບຕໍ່ແລກປ່ຽນຄະນະຜູ້ແທນນໍາກັນ ໃນທຸກລະດັບ ຕາມທິດກະທັດຮັດ, ມີປະສິດທິຜົນ.
8. ສືບຕໍ່ຮ່ວມກັນກວດກາຄືນ ແລະ ຊຸກຍູ້ການຈັດຕັ້ງປະຕິບັດບັນດາການຕົກລົງຂອງການນໍາຂັ້ນສູງສອງປະເທດ ກໍຄື ບັນດາເອກະສານ ທີ່ສອງຝ່າຍໄດ້ລົງນາມຮ່ວມກັນ.
9. ຮ່ວມກັນຈັດຕັ້ງສະເຫລີມສະຫລອງປີສາມັກຄີມິດຕະພາບ ໃນປີ 2022 ກໍຄື ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ ໃຫ້ມີບັນຍາກາດຟົດຟື້ນ, ເຕັມໄປດ້ວຍເນື້ອໃນ ແລະ ຄວາມໝາຍຄວາມສຳຄັນ.
10. ເພື່ອໃຫ້ຄົນຮຸ່ນນໜຸ່ມທີ່ເປັນຜູ້ສືບທອດໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ສາຍພົວພັນພິເສດສອງປະເທດ; ສືບຕໍ່ຮ່ວມມື ແລະ ຊ່ວຍເຫລຶອເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ.
ໃນຕອນທ້າຍ, ສະຫາຍ ທອງລຸນ ສີສຸລິດ ໄດ້ເຊື້ອເຊີນ ສະຫາຍ ຫງວຽນຊວນຟຸກ ປະທານປະເທດແຫ່ງສສຫວຽດນາມ ພ້ອມດ້ວຍພັນລະຍາ ມາຢ້ຽມຢາມ ສປປລາວ ໃນເວລາອັນເໝາະສົມ ແລະ ອວຍພອນໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ຈົ່ງໝັ້ນຄົງທະນົງແກ່ນຕະຫລອດກາລະນານ.
(ສຳນັກຂ່າວສານແຫ່ງ ປະເທດລາວ).