ກົມຂໍ້ມູນຂ່າວສານ ຄອສພ ໄດ້ຈັດກອງປະຊຸມທາງໄກ (video conference)ເພື່ອແກ້ໄຂວຽກງານ ແລະ ວາງທິດທາງວຽກງານໃນຕໍ່ໜ້າ

ກົມຂໍ້ມູນຂ່າວສານ ຄອສພ ໄດ້ຈັດກອງປະຊຸມທາງໄກ (video conference)ເພື່ອແກ້ໄຂວຽກງານ ແລະ ວາງທິດທາງວຽກງານໃນຕໍ່ໜ້າ

    ໃນຕອນເຊົ້າວັນ 14 ມີຖຸນາ 2021 ກົມຂໍ້ມູນຂ່າວສານ ຄອສພ ໄດ້ຈັດກອງປະຊຸມທາງໄກເພື່ອແກ້ໄຂວຽກງານ ແລະ ວາງທິດທາງວຽກງານໃນຕໍ່ໜ້າ ໂດຍການເປັນປະທານ ທ່ານ ວັນຕຸລາ ຣັກນຸດ ຫົວໜ້າກົມຂໍ້ມູນຂ່າວສານ ເຂົ້າຮ່ວມມີ: ຮອງກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ວິຊາການພາຍໃນກົມ.

ໃນພິທີ ທ່ານ ວັນຕຸລາ ຣັກນຸດ ຫົວໜ້າກົມຂໍ້ມູນຂ່າວສານ ໄດ້ກ່າວວ່າອີງໃສ່ສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ໃນປັດຈຸບັນ ແລະ ເພື່ອ​ສືບ​ຕໍ່​ຈັດ​ຕັ້ງ​ປະ​ຕິ​ບັດ​ຄຳ​ສັ່ງ​ເລກ​ທີ 15/ນຍ ແລະ ຄຳ​ສັ່ງ​ແນ​ະນຳ​ເລກ​ທີ 87/ຄ​ລ​ສ​ພ; ສະນັ້ນ ພວກເຮົາຈຶ່ງໄດ້ຈັດປະຊຸມທາງໄກນີ້ຂື້ນ. ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອຕິດຕາມການຜັນຂະຫຍາຍວຽກງານຂອງແຕ່ລະພະແນກ ທີ່ຜ່ານມາ ພ້ອມທັງໃຫ້ທິດຊີ້ນໍາໃນການແກ້ໄຂບັນຫາຂໍ້ຄົງຄ້າງຂອງບັນດາວຽກງານຕ່າງໆທີ່ຈະໄດ້ຮີບຮ້ອນເຮັດໃນຕໍ່ໜ້າ. ໃນການຈັດກອງປະຊຸມແບບທາງໄກຄັ້ງນີ້ ໄດ້ສະແດງໃຫ້ເຫັນເຖິງຄວາມສໍາຄັນຂອງນຳໃຊ້ເຄື່ອງມືທີ່ທັນສະໄໝເຂົ້າໃນເຮັດວຽກໃນຍຸກ 4.0 ເຊິ່ງປັດຈຸບັນໂລກຂອງພວກເຮົາໄດ້ຫັນໄປສູ່ລະບົບນີ້ຢ່າງກວ້າງຂວາງໃນການປະສານວຽກງານ ແລະ ການພົວພັນຮ່ວມມືເຊິ່ງກັນ ແລະ ກັນ ກໍຄືວຽກງານປະຊຸມທາງໄກເພື່ອເປັນການເປັນເຜີຍແຜ່ຂໍ້ມູນຂ່າວສານໄດ້ຢ່າງວ່ອງໄວ ແລະ ເພື່ອສ້າງບາດກ້າວຫັນປ່ຽນໃໝ່ໃນການປັບປຸງວຽກງານ ໃຫ້ມີຄວາມທັນສະໄໝ ແລະ ທັນການເທື່ອລະກ້າວ ທັງເປັນການຍົກລະດັບຄວາມຮູ້, ຄວາມສາມາດໃຫ້ແກ່ພະນັກງານພາຍໃນກົມໃນການນໍາໃຊ້ໂປຼແກຼມປະຊຸມທາງໄກ ແລະ ການຈັດຕັ້ງປະຕິບັດໜ້າທີ່ວຽກງານເພາະມັນເປັນເຄື່ອງມືທີ່ຈະຊ່ວຍຂັບເຄື່ອນໃຫ້ວຽກງານເຮົາວ່ອງໄວສະດວກ ແລະ ທັນກັບສະພາບການໃນໄລຍະໃໝ່