ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຮັບເຄື່ອງຊ່ວຍເຫຼືອຈາກ ໂຮງງານຢາງພາລາ ລາວ-ຈີນ ເຊິ່ງຊີ້ນ

ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຮັບເຄື່ອງຊ່ວຍເຫຼືອຈາກ ໂຮງງານຢາງພາລາ ລາວ-ຈີນ ເຊິ່ງຊີ້ນ    

    ໃນຕອນບ່າຍວັນທີ 17 ມິຖຸນາ 2021 ນີ້,ຕາງໜ້າອຳນວຍການໂຮງງານຢາງພາລາ ລາວ-ຈີນ ເຊິ່ງຊີ້ນ ໄດ້ນຳເອົາຄອມພິວເຕີຍີ່ຫໍ້ ເອເຊີ້ (Acer) ຈຳນວນ 10 ຊຸດ ມູນຄ່າ 55,000,000 ກີບ ມອບໃຫ້ ຄະນະໂຄສະນາອົບຮົມສູນກາງພັກ ຕາງໜ້າຄະນະພັກ, ຄະນະໂຄສະນາອົບຮົມສູນກາງພັກ ກ່າວຮັບໂດຍ ທ່ານ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ບັນດາກົມ ແລະ ຄະນະອຳນວຍການໂຮງງານດັ່ງກ່າວເຂົ້າຮ່ວມເປັນສັກຂີພະຍານໃນການ ມອບ-ຮັບ ເຄື່ອງໃນຄັ້ງນີ້.

    ໂອກາດນີ້, ທ່ານ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ກ່າວສະແດງຄວາມຂອບໃຈເປັນຢ່າງສູງມາຍັງໂຮງງານຢາງພາລາ  ລາວ-ຈີນ ເຊິ່ງຊີ້ນ ທີ່ເຫັນໄດ້ຄວາມສຳຄັນ ແລະ ໃຫ້ການຊ່ວຍເຫຼືອໃນຄັ້ງນີ້ ເຊິ່ງຈະເປັນການປະກອບສ່ວນຊຸກຍູ້ເຂົ້າໃນການເຮັດວຽກງານການເມືອງ-ແນວຄິດໃຫ້ມີປະສິດຕິຜົນຍີ່ງຂື້ນ ພ້ອມທັງຢືນຢັນວ່າຈະນຳເອົາອຸປະກອນທີ່ໄດ້ຮັບມອບໃນຄັ້ງນີ້ໄປໝູນໃຊ້ເຂົ້າໃນວຽກງານໃຫ້ເກີດຜົນປະໂຫຍດສູງສຸດ ແລະ ເພື່ອສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງຈິງໃຈ ທາງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກໄດ້ມອບໃບກຽດຕິຄຸນ ໃຫ້ແກ່ໂຮງງານຢາງພາລາ  ລາວ-ຈີນ ເຊິ່ງຊີ້ນ ເພື່ອເປັນສັນຍາລັກໃນການພົວພັນຮ່ວມມືຊ່ວຍເຫຼືອເຊີ່ງກັນ ແລະ ກັນລະຫວ່າງ 2 ຝ່າຍໃນອະນາຄົດ ແລະ ຫວັງວ່າໂອກາດໜ້າຄົງຈະໄດ້ຮັບການຊ່ວຍເຫຼືອຈາກໂຮງງານຢາງພາລາ  ລາວ-ຈີນ ເຊິ່ງຊີ້ນ  ຕື່ມອີກ.