ຖະແຫລງການຮ່ວມ ລາວ-ຫວຽດນາມ ໃນໂອກາດທີ່ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ….

ຖະແຫລງການຮ່ວມ ລາວ-ຫວຽດນາມ ໃນໂອກາດທີ່ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 28-29 ມິຖຸນາ 2021.

ສອງຝ່າຍໄດ້ພ້ອມຖະແຫລງການຮ່ວມດັ່ງນີ້:

  1. ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ຫງວຽນຟູຈ້ອງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍພັນລະຍາ ແລະ ສະຫາຍ ຫງວຽນຊວັນຟຸກ, ປະທານປະເທດແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍພັນລະຍາ; ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂັ້ນສູງພັກ, ລັດ ສປປລາວ ຢ້ຽມຢາມສັນຖະວະໄມຕີ ສາທາລະນະລັດ ສັງຄົມນິຍົມ ຫວຽດ ນາມ ຢ່າງເປັນທາງການ ແຕ່ວັນທີ 28 ເຖິງ 29 ມິຖຸນາ 2021.

ໃນການຢ້ຽມຢາມຄັ້ງນີ້, ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະເຈລະຈາກັບ ສະຫາຍເລຂາທິການໃຫຍ່ ຫງວຽນຟູຈ້ອງ; ສະຫາຍປະທານປະເທດ ຫງວຽນຊວັນຟຸກ; ສະຫາຍ ນາຍົກລັດຖະມົນຕີ ຟາມມິງຈິ້ງ, ສະຫາຍປະທານສະພາແຫ່ງຊາດ ເວືອງດິ່ງເຫວະ; ພ້ອມນັ້ນ, ກໍໄດ້ຢ້ຽມຢາມ ແລະ ໂອ້ລົມກັບພະນັກງານ, ນັກສຶກສາຂອງ ສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ; ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ, ສະມາຄົມມິດຕະພາບ ຫວຽດນາມ-ລາວ, ຄະນະປະສານງານອະດີດທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ຢູ່ ລາວ; ວາງພວງມາລາ ທີ່ອານຸສາວະລີນັກຮົບນິລະນາມ ແລະ ສຸສານປະທານໂຮ່ຈິມິນ.

  1. ໃນທ່າມກາງບັນຍາກາດທີ່ເຕັມໄປດ້ວຍໄມຕີຈິດມິດຕະພາບອັນດູດດື່ມ, ຄວາມສາມັກຄີພິເສດ ແລະ ການເຊື່ອໝັ້ນເຊິ່ງກັນ ແລະ ກັນນັ້ນ, ສອງຝ່າຍ ໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການພົ້ນເດັ່ນຂອງແຕ່ລະພັກ, ແຕ່ລະປະເທດ; ໄດ້ແລກປ່ຽນ ແລະ ເປັນເອກະພາບກັນ ກ່ຽວກັບບັນດາແຜນນະ ໂຍບາຍ, ມາດຕະການເພື່ອສືບຕໍ່ນໍາເອົາສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ໃຫ້ຂະຫຍາຍຕົວເຂົ້າສູ່ລວງກວ້າງ ແລະ ລວງເລິກ, ມີປະສິດທິຜົນ ແລະ ແທດເໝາະກັບສະພາບຕົວຈິງໃນແຕ່ລະຂົງເຂດ, ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດມະ ຕິກອງປະຊຸມໃຫຍ່ຂອງແຕ່ລະພັກ, ຈັດຕັ້ງປະຕິບັດແຜນຍຸດທະສາດການຮ່ວມມື 10 ປີ ລະຫວ່າງ ລາວ ແລະ ຫວຽດນາມ ຢ່າງມີໄຊ; ພ້ອມດຽວກັນນັ້ນ ຍັງໄດ້ແລກປ່ຽນຄໍາຄິດເຫັນກ່ຽວກັບສະພາບການພາກພື້ນ ແລະ ສາກົນທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.
  2. ສະຫາຍ ເລຂາທິການໃຫຍ່ ຫງວຽນຟູຈ້ອງ ພ້ອມດ້ວຍບັນດາສະຫາຍການນໍາ ພັກ-ລັດ ຫວຽດນາມ ແລະ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສໍາເລັດອັນໃຫຍ່ຫຼວງ, ມີຄວາມໝາຍປະຫວັດສາດທີ່ແຕ່ລະພັກ, ແຕ່ລະປະເທດ ຍາດມາໄດ້ໃນພາລະກິດການປ່ຽນແປງໃໝ່; ສະແດງຄວາມເຊື່ອໝັ້ນຢ່າງໜັ້ກແໜ້ນວ່າ ພາຍໃຕ້ການນໍາພາຂອງພັກປະຊາຊົນ ປະຕິວັດລາວ ແລະ ພັກກອມມູນິດ ຫວຽດນາມ, ພາລະກິດການປ່ຽນແປງໃໝ່, ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງລາວ ແລະ ຫວຽດນາມ ຈະສືບຕໍ່ຍາດໄດ້ບັນດາຜົນສໍາເລັດທີ່ໃຫຍ່ຫຼວງກວ່າເກົ່າ, ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ຢ່າງມີໄຊ, ສ້າງສາປະເທດລາວ ແລະ ຫວຽດນາມ ໃຫ້ນັບມື້ມັ່ງຄັ່ງເຂັ້ມແຂງ, ຍົກສູງບົດບາດ, ອິດທິພົນຂອງແຕ່ລະປະເທດຢູ່ພາກພື້ນ ແລະ ສາກົນ ຢ່າງບໍ່ຢຸດຢັ້ງ, ກ້າວຂຶ້ນຕາມເສັ້ນທາງສັງຄົມນິຍົມ ຢ່າງໜັກແໜ້ນ.
  3. ສອງຝ່າຍ ຢືນຢັນວ່າສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ແມ່ນຊັບສົມບັດລວມອັນລໍ້າຄ່າຂອງສອງຊາດ, ເປັນປັດໄຈຮັບ ປະກັນການຄົງຕົວ ແລະ ຂະຫຍາຍຕົວຂອງສອງປະເທດ. ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ມີຄວາມຮັບຜິດຊອບຮ່ວມກັນຖະໜຸຖະໜອມ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ໃຫ້ນັບມື້ນັບໄດ້ຮັບການຂະຫຍາຍຕົວເຂົ້າສູ່ລວງກວ້າງ ແລະ ລວງເລິກໃນທຸກຂົງເຂດວຽກງານ ບົນພື້ນຖານການເສີມຂະຫຍາຍຈິດ ໃຈຄວາມເປັນເອກະລາດ, ເປັນເຈົ້າຕົນເອງ, ຮ່ວມມືຢ່າງສະເໝີພາບ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ, ໃຫ້ບູລິມະສິດພິເສດ, ສະໜັບສະໜູນ ແລະ ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ກັນ ເພື່ອພ້ອມກັນພັດທະນາ, ເພື່ອຄວາມສົມບູນພູນສຸກຂອງແຕ່ລະປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ ອາຊີຕາເວັນອອກສຽງໃຕ້ ແລະ ໃນໂລກ. ສອງຝ່າຍ ເນັ້ນໜັກ ຍຶດໝັ້ນເປົ້າ ໝາຍເອກະລາດແຫ່ງຊາດ ແລະ ສັງຄົມນິຍົມ; ສືບຕໍ່ຄຽງບ່າຄຽງໄຫຼ່, ສະໜັບສະໜູນເຊິ່ງກັນ ແລະ ກັນໃນພາລະກິດການສ້າງສາ ແລະ ພັດທະນາຢູ່ແຕ່ລະປະເທດ.

ສອງຝ່າຍ ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການສະໜັບສະໜູນ ແລະ ການຊ່ວຍເຫຼືອອັນໃຫຍ່ຫຼວງ, ລໍ້າຄ່າ, ໝົດຈິດໝົດໃຈທີ່ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດໄດ້ມີໃຫ້ແກ່ກັນ ແລະ ກັນ ຕະຫຼອດໄລຍະແຫ່ງການຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດໃນເມື່ອກ່ອນ ກໍ່ຄືໃນພາລະກິດແຫ່ງການປ່ຽນແປງໃໝ່, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ.

  1. ສອງຝ່າຍ ເປັນເອກະພາບກັນສືບຕໍ່ເຮັດໃຫ້ການພົວພັນດ້ານການເມືອງກ້າວເຂົ້າສູ່ລວງເລິກ, ມີປະສິດທິຜົນຫລາຍກວ່າເກົ່າ; ຮ່ວມມືກັນຢ່າງແໜ້ນແຟ້ນ ໃນບັນດາບັນຫາຍຸດທະສາດ ທີ່ພົວພັນເຖິງຄວາມສະຫງົບ ແລະ ການພັດທະນາຢູ່ແຕ່ລະປະເທດ, ສືບຕໍ່ຍົກສູງປະສິດທິຜົນການຮ່ວມມືໃນທຸກຂັ້ນ, ທຸກຂະແໜງການ ແລະ ທ້ອງຖິ່ນຂອງສອງປະເທດ; ສືບຕໍ່ຮັກສາບັນດາການພົບປະ, ຢ້ຽມຢາມ ລະຫວ່າງການນໍາຂັ້ນສູງຂອງສອງພັກ, ສອງລັດ ດ້ວຍຫລາຍຮູບການ; ເປັນເຈົ້າການເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ແລກປ່ຽນບົດຮຽນໃນວຽກງານກໍ່ສ້າງພັກ, ກໍ່ສ້າງລະບົບການເມືອງ, ບໍາລຸງກໍ່ສ້າງພະນັກງານການນໍາ-ຄຸ້ມຄອງແຕ່ລະຂັ້ນ; ພັດທະນາເສດຖະກິດ-ສັງຄົມ, ຮັບປະກັນສະຖຽນລະພາບເສດຖະກິດມະຫາພາກ, ເປີດກວ້າງການເຊື່ອມໂຍງສາກົນ; ຍູ້ແຮງການໂຄສະນາສຶກສາ ກ່ຽວກັບມູນເຊື້ອການພົວພັນພິເສດ ລາວ-ຫວຽດນາມ ໃນຖັນແຖວພະນັກງານ, ສະມາຊິກພັກ ແລະ ຊັ້ນຄົນຕ່າງໆ, ໂດຍສະເພາະແມ່ນຄົນຮຸ່ນໜຸ່ມຂອງສອງປະເທດ; ກໍ່ສ້າງບາງໂຄງການອານຸສອນສະຖານທາງປະຫວັດສາດ ທີ່ມີຄວາມໝາຍຕໍ່ການພົວພັນ ລາວ-ຫວຽດນາມ.
  2. ສອງຝ່າຍ ເປັນເອກະພາບໃນການອອກແຮງຊຸກຍູ້ ສ້າງບາດກ້າວບຸກທະລຸໃນການຍົກສູງປະສິດທິຜົນຂອງການຮ່ວມມືດ້ານເສດຖະກິດ, ວັດທະນະທໍາ, ວິທະຍາສາດ-ເຕັກນິກ ບົນພື້ນຖານເສີມຂະຫຍາຍທ່າແຮງບົ່ມຊ້ອນ ແລະ ຄວາມອາດສາມາດຂອງແຕ່ລະປະເທດ ໃຫ້ໄດ້ຫລາຍທີ່ສຸດ; ຍູ້ແຮງການປະຕິບັດບັນດາສົນທິສັນຍາ, ບົດບັນທຶກການຮ່ວມມື ລະຫວ່າງສອງລັດຖະບານ ແລະ ບັນດາແຜນການຮ່ວມມື ລະຫວ່າງບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນຂອງສອງປະເທດ ຢ່າງມີປະສິດທິຜົນ.

ສອງຝ່າຍ ມີບັນດາມາດຕະການອັນລະອຽດ ແນໃສ່ຊຸກຍູ້ການເຊື່ອມຕໍ່ສອງພື້ນຖານເສດຖະ ກິດ, ຮັບປະກັນຄວາມຄືບໜ້າ ແລະ ຄຸນນະພາບຂອງບັນດາໂຄງການລົງທຶນ, ສຸມໃສ່ຜັນຂະຫຍາຍບັນດາໂຄງການລົງທຶນຈຸດສຸມ; ຍູ້ແຮງການເຊື່ອມຕໍ່ໂຄງລ່າງຄົມມະນາຄົມ, ພະລັງງານ, ໂທລະຄົມມະນາຄົມ, ການທ່ອງ ທ່ຽວ; ເພີ່ມທະວີການແລກປ່ຽນບົດຮຽນໃນຄຸ້ມຄອງເສດຖະກິດມະຫາພາກ ລະຫວ່າງສອງປະເທດ; ມີບັນດານະໂຍບາຍບູລິມະສິດ ເພື່ອຊຸກຍູ້ສົ່ງເສີມບັນດາຫົວໜ່ວຍວິສາຫະກິດຂອງສອງປະເທດ ລົງທຶນເຂົ້າໃນຂົງເຂດຕ່າງໆທີ່ທັງສອງຝ່າຍມີຄວາມອາດສາມາດ ແລະ ມີທ່າແຮງບົ່ມຊ້ອນ, ເປັນຕົ້ນແມ່ນ ຂົງເຂດກະສິກໍາເຕັກໂນໂລຊີສູງ, ອຸດສາຫະກໍາປຸງແຕ່ງ, ການຜະລິດເຄື່ອງຈັກ; ຜັນຂະຫຍາຍບັນດາມາດຕະການຢ່າງພ້ອມພຽງ ເພື່ອແນໃສ່ເພີ່ມມູນຄ່າການຄ້າສອງສົ້ນ.

ສອງຝ່າຍ ປະສານສົມທົບກັນຢ່າງແໜ້ນແຟ້ນໃນການປ້ອງກັນ, ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ຍູ້ແຮງການຮ່ວມມື, ສະໜັບສະໜູນກັນ, ພ້ອມກັນຂ້າມຜ່ານຄວາມຫຍຸ້ງຍາກ ເພື່ອພັດທະນາເສດຖະກິດ-ສັງຄົມ.

ສອງຝ່າຍ ເພີ່ມທະວີບັນດາມາດຕະການຍົກສູງຄຸນນະພາບ ແລະ ປະສິດທິພາບຂອງການຮ່ວມມືໃນຂົງເຂດການສຶກສາ, ກໍ່ສ້າງ ແລະ ການພັດທະນາຊັບພະຍາກອນມະນຸດ, ໃນນັ້ນ ຖືສໍາຄັນການກໍ່ສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ; ເລັ່ງນໍາເອົາບັນດາເນື້ອໃນປຶ້ມປະຫວັດສາດແຫ່ງການພົວພັນພິ ເສດ ລາວ-ຫວຽດນາມ ເຂົ້າໃນຫລັກສູດການສິດສອນຢູ່ສະຖາບັນການສຶກສາຂອງສອງປະເທດ.

ສອງຝ່າຍ ສືບຕໍ່ປະຕິບັດສົນທິສັນຍາວ່າດ້ວຍ ຄົນຕ່າງດ້າວ, ສົນທິສັນຍາວ່າດ້ວຍ ກົງສູນ, ສົນທິ ສັນຍາວ່າດ້ວຍ ແຮງງານ ລະຫວ່າງສອງປະເທດ ໃຫ້ເປັນຢ່າງດີ; ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ປະຊາຊົນຊາວຫວຽດນາມ ຢູ່ ລາວ ແລະ ປະຊາຊົນຊາວລາວ ຢູ່ ຫວຽດນາມ ໃນການດໍາລົງຊີວິດ, ທໍາມາຫາກິນ, ສຶກສາຮໍ່າຮຽນ ໂດຍສອດຄ່ອງຕາມລະບຽບກົດໝາຍຂອງແຕ່ລະປະເທດ ແລະ ປະເພນີສາກົນ.

  1. ສອງຝ່າຍ ເນັ້ນໜັກເຖິງລະດັບຄວາມສໍາຄັນ ແລະ ເປັນເອກະພາບກັນໃນການເພີ່ມທະວີການຮ່ວມມືໃນເສົ້າຄໍ້າປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ໃຫ້ຫຼາຍກວ່າເກົ່າ, ຮັບປະກັນໃຫ້ເປັນບ່ອນອີງທີ່ໜັກແໜ້ນໃຫ້ກັນ ແລະ ກັນ ເພື່ອຮັບມືກັບສິ່ງທ້າທາຍຕ່າງໆຕໍ່ກັບຄວາມສະຫງົບ ທີ່ນັບມື້ຍິ່ງຫຼາກຫຼາຍ, ສັບສົນ, ປະກອບສ່ວນເຂົ້າໃນການປົກປັກຮັກສາສະຖຽນລະພາບດ້ານການເມືອງ, ປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບຢູ່ແຕ່ລະປະເທດ ຢ່າງໜັກແໜ້ນ. ສ້າງເສັ້ນຊາຍແດນ ລາວ-ຫວຽດນາມ ສັນຕິພາບ, ມິດຕະພາບ, ສະຖຽນລະພາບ, ຮ່ວມມື ແລະ ພັດທະນາຢ່າງຍືນຍົງ. ປະຕິບັດອະນຸສັນຍາ ແລະ ແຜນການຮ່ວມມື ກ່ຽວກັບວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ສັນຍາວ່າດ້ວຍລະບຽບການຄຸ້ມຄອງຊາຍແດນ ແລະ ດ່ານຊາຍແດນທາງບົກ; ອະນຸສັນຍາວ່າດ້ວຍເສັ້ນຊາຍແດນ ແລະ ຫລັກໝາຍຊາຍແດນ ຢ່າງມີປະສິດທິຜົນ; ຮ່ວມມືຢ່າງແໜ້ນແຟ້ນໃນການຕ້ານ ແລະ ສະກັດກັ້ນ “ການຫັນປ່ຽນໂດຍສັນຕິ”, “ການສ້າງຄວາມວຸ້ນວາຍເພື່ອໂຄ່ນລົ້ມລະບອບ”, ຕ້ານ ແລະ ສະກັດກັ້ນບັນດາອາຊະຍະກຳຂ້າມຊາດ, ການຂົນສົ່ງ-ຊື້ຂາຍສິ່ງເສບຕິດ; ສືບຕໍ່ຊອກຄົ້ນ ແລະ ສົ່ງອັດຖິອະດີດນັກຮົບ, ທະຫານອາສາສະໝັກຫວຽດນາມທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວກັບຄືນປະເທດ.
  2. ສອງຝ່າຍ ເປັນເອກະພາບກັນເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານຢ່າງທັນການ, ປຶກສາຫາລືທາງການເມືອງ ແລະ ປະສານສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະ ກັນຢ່າງມີປະສິດທິຜົນໃນເວທີສາກົນ ແລະ ພາກພື້ນ, ໂດຍສະເພາະແມ່ນ ການຮ່ວມມືໃນກອບອາຊຽນ ແລະ ບັນ ດາກົນໄກການຮ່ວມມືຂອງອາຊຽນ, ອົງການສະຫະປະຊາຊາດ, ບັນດາກົນໄກຂອງການຮ່ວມມືໃນອະນຸພາກພື້ນແມ່ນໍ້າຂອງ, ອົງການການຄ້າໂລກ, ເວທີການຮ່ວມມືອາຊີ-ເອີຣົບ, ປະກອບສ່ວນເຂົ້າໃນການປົກປັກຮັກສາ ສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາ ໃນພາກພື້ນ ແລະ ໃນໂລກ; ເພີ່ມທະວີການປະສານສົມທົບກັບ ກໍາປູເຈຍ ຈັດຕັ້ງປະຕິບັດບັນດາຂໍ້ຕົກລົງ ໃນກົນໄກການຮ່ວມມືເຂດສາມ ຫລ່ຽມພັດທະນາ ກໍາປູເຈຍ-ລາວ-ຫວຽດນາມ (CLV) ທີ່ລົງນາມໂດຍນາຍົກລັດຖະມົນຕີ ຂອງສາມປະ ເທດ, ຕັ້ງໜ້າຜັນຂະຫຍາຍແຜນປະຕິບັດງານ ວ່າດ້ວຍ ການເຊື່ອມຈອດເສດຖະກິດ ກໍາປູເຈຍ-ລາວ-ຫວຽດນາມ ຮອດປີ 2030.

ສອງຝ່າຍ ເປັນເອກະພາບກັນໃນການສືບຕໍ່ເພີ່ມທະວີການຮ່ວມມື, ປະສານສົມທົບກັນຢ່າງແໜ້ນແຟ້ນ ແລະ ປະສານສົມທົບກັບບັນດາປະເທດ, ບັນດາອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ ເພື່ອຄຸ້ມຄອງ, ພັດທະນາ, ນຳໃຊ້ແມ່ນໍ້າຂອງ ແລະ ຊັບພະຍາກອນທໍາມະຊາດທີ່ກ່ຽວຂ້ອງແບບຍືນຍົງ ແລະ ມີປະສິດທິຜົນ ເພື່ອຮັບປະກັນຜົນປະໂຫຍດຂອງບັນດາປະເທດທີ່ນໍາໃຊ້ແມ່ນໍ້າຂອງ ຢ່າງສົມເຫດສົມຜົນ; ສອງຝ່າຍ ຮ່ວມກັນປະສານສົມທົບຢ່າງແໜ້ນແຟ້ນໃນກອບຄະນະກໍາມະການແມ່ນໍ້າຂອງສາກົນ ແລະ ບັນດາກົນໄກການຮ່ວມມືອື່ນໆທີ່ກ່ຽວຂ້ອງ; ຊຸກຍູ້ເພີ່ມທະວີ ການຮັດແໜ້ນບັນດາກົນໄກຮ່ວມມືອະນຸພາກພື້ນກັບຂະ ບວນການສ້າງປະຊາຄົມອາຊຽນ; ຊຸກຍູ້ບັນດາປະເທດອາຊຽນ ແລະ ຄູ່ຮ່ວມມືຢູ່ນອກຂົງເຂດຕັ້ງໜ້າເຂົ້າຮ່ວມສະໜັບສະໜູນ ແລະ ລົງທຶນຢູ່ອະນຸພາກພື້ນແມ່ນໍ້າຂອງໃນບັນດາຂົງເຂດທີ່ສໍາຄັນເຊັ່ນ: ການເຊື່ອມໂຍງໂຄງລ່າງ, ພະລັງງານ, ກໍ່ສ້າງຊັບພະຍາກອນມະນຸດ.

ສອງຝ່າຍ ເນັ້ນໜັກຄວາມສຳຄັນຂອງການປົກປັກຮັກສາສັນຕິພາບ, ສະຖຽນລະພາບ, ຮັບປະ ກັນຄວາມສະຫງົບ, ຄວາມປອດໄພ, ເສລີພາບໃນການເດີນເຮືອ ແລະ ບິນຜ່ານຢູ່ທະເລຈີີນໃຕ້ (ຫວຽດ ນາມ ເອີ້ນວ່າ ທະເລຕາເວັນອອກ),  ແກ້ໄຂບັນດາຂໍ້ຂັດແຍ່ງໃນທະເລຈີນໃຕ້ ໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ, ລວມທັງສົນທິສັນຍາຂອງສະຫະປະຊາຊາດວ່າດ້ວຍກົດໝາຍທະເລ (UNCLOS) ປີ 1982, ຮ່ວມກັບບັນດາຝ່າຍທີ່ກ່ຽວຂ້ອງຊຸກຍູ້ປະຕິບັດຖະແຫລງການ ວ່າດ້ວຍການປະພຶດຂອງບັນດາຝ່າຍທີ່ກ່ຽວຂ້ອງຢູ່ທະເລຈີນໃຕ້ (DOC) ຢ່າງຄົບຖ້ວນ, ມີປະສິດທິພາບ ແລະ ບັນລຸການສ້າງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຈີນໃຕ້ (COC) ທີ່ມີປະສິດທິພາບ ແລະ ມີເນື້ອໃນ, ສອດຄ່ອງກັບກົດ  ໝາຍສາກົນ, ລວມທັງ ສົນທິສັນຍາ ວ່າດ້ວຍກົດໝາຍທະເລ (UNCLOS) ປີ 1982. ສອງຝ່າຍ ຢືນ ຢັນຄືນ ແລະ ເປັນເອກະພາບສູງ ຕໍ່ບັນດາທັດສະນະພື້ນຖານຂອງອາຊຽນ ກ່ຽວກັບບັນຫາທະເລຈີນໃຕ້ ທີ່ໄດ້ລະບຸຢູ່ໃນຖະແຫລງການອາຊຽນ, ໂດຍສະເພາະແມ່ນ ຖະແຫລງການຮ່ວມຂອງກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 53 ແລະ ຜົນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37.

  1. ເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ແລະ ເລຂາທິການໃຫຍ່ ຫງວຽນຟູຈ້ອງ ໄດ້ເປັນສັກຂີພິຍານ ໃນພິທີເຊັນບັນດາເອກະສານການຮ່ວມມື ລະຫວ່າງສອງປະເທດ, ໃນນັ້ນມີ ຂໍ້ຕົກລົງວ່າດ້ວຍຍຸດທະສາດຮ່ວມມືສອງຝ່າຍ ລາວ-ຫວຽດນາມ ໄລຍະ 2021-2030; ສັນຍາຮ່ວມມືສອງຝ່າຍ ລາວ-ຫວຽດນາມ ໄລຍະ 2021-2025; ຂໍ້ຕົກລົງວ່າດ້ວຍການຮ່ວມມື ລະຫວ່າງຫ້ອງວ່າການສູນກາງພັກປະຊາຊົນ ປະຕິວັດລາວ ແລະ ຫ້ອງວ່າການສູນກາງພັກກອມມູນິດ ຫວຽດນາມ ໄລຍະ 2021-2025; ຂໍ້ຕົກລົງວ່າດ້ວຍການຮ່ວມມື ລະຫວ່າງຄະນະກໍາມະການສູນກາງແນວລາວສ້າງຊາດ ແລະ ຄະນະຂົນຂວາຍປະຊາຊົນສູນກາງພັກກອມມູນິດ ຫວຽດນາມ ໄລຍະ 2021-2025; ຂໍ້ຕົກລົງວ່າດ້ວຍການຮ່ວມມືລະ ຫວ່າງ ກະຊວງແຜນການ ແລະ ການລົງທຶນລາວ ແລະ ກະຊວງແຜນການ ແລະ ການລົງທຶນຂອງຫວຽດນາມ ໄລຍະ 2021-2023; ບົດບັນທຶກການຮ່ວມມື ລະຫວ່າງ ສອງກະຊວງຖະແຫຼງຂ່າວ ລາວ ແລະ ຫວຽດນາມ ໄລຍະ 2021-2025; ແຜນການຮ່ວມມືວັດທະນະທໍາ, ສິລະປະ ແລະ ທ່ອງທ່ຽວ ລະຫວ່າງ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວລາວ ແລະ ກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄລຍະ 2021-2025 ແລະ ບາງສັນຍາເສດຖະກິດລະຫວ່າງ ວິສາຫະກິດ ລາວ ແລະ ຫວຽດນາມ.
  2. ສອງຝາຍ ຕີລາຄາສູງຜົນສໍາເລັດອັນຈົບງາມ ແລະ ມີຄວາມໝາຍປະຫວັດສາດຂອງການຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການຂອງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິ ການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ປະກອບສ່ວນເຮັດໃຫ້ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ນັບມື້ຍິ່ງຂະຫຍາຍຕົວກ້າວເຂົ້າສູ່ລວງເລິກ, ແທດເໝາະກັບສະພາບການຕົວຈິງ ແລະ ມີປະສິດທິຜົນ, ສາມາດຕອບສະໜອງຄວາມມຸ້ງມາດປາຖະໜາຂອງປະຊາຊົນສອງຊາດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະ ນາຢູ່ພາກພື້ນ ແລະ ໃນໂລກ.

ເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ ໄດ້ເຊື້ອເຊີນ ເລຂາ ທິການໃຫຍ່ ຫງວຽນຟູຈ້ອງ ພ້ອມດ້ວຍພັນລະຍາ, ປະທານປະເທດ ຫງວຽນຊວັນຟຸກ ພ້ອມດ້ວຍພັນລະຍາ, ເຊື້ອເຊີນບັນດາສະຫາຍການນຳຂັ້ນສູງພັກ, ລັດ ຫວຽດນາມ ມາຢ້ຽມຢາມທາງການ ສປປ ລາວ ຢ່າງເປັນທາງການ.

ເລຂາທິການໃຫຍ່ ຫງວຽນຟູຈ້ອງ, ປະທານປະເທດ ຫງວຽນຊວັນຟຸກ ແລະ ບັນດາສະຫາຍການນຳຂັ້ນສູງ ພັກ, ລັດ ຫວຽດນາມ ໄດ້ສະແດງຄວາມຂອບໃຈ ແລະ ຕອບຮັບຄໍາເຊື້ອເຊີນດ້ວຍຄວາມປິຕິຍິນດີ; ວັນເວລາລະອຽດຂອງການຢ້ຽມຢາມຈະໄດ້ກະກຽມ ແລະ ແຈ້ງຜ່ານທາງການທູດ.