ຄະນະໂຄສະນາອົບຮົມສູນກາງພັກຈັດພິທີປາຖະກະຖາວັນສຳຄັນຕ່າງໆຂອງຊາດ, ຂອງພັກຕິດພັນກັບການສ້າງຕັ້ງພັກກອມມູນິດຈີນ ຄົບຮອບ 100 ປີ.

ຄະນະໂຄສະນາອົບຮົມສູນກາງພັກຈັດພິທີປາຖະກະຖາວັນສຳຄັນຕ່າງໆຂອງຊາດ, ຂອງພັກຕິດພັນກັບການສ້າງຕັ້ງພັກກອມມູນິດຈີນ ຄົບຮອບ 100 ປີ.

    ໃນຕອນເຊົ້າວັນທີ 29 ກໍລະກົດ 2021 ຢູ່ທີ່ ຫ້ອງປະຊຸມໃຫຍ່ ຄະນະໂຄສະນາອົບຮົມສູນກາງພັກ ຈັດພິທີປາຖະກະຖາວັນສຳຄັນຕ່າງໆຂອງຊາດ, ຂອງພັກ ໃຫ້ກຽດເປັນປະທານພ້ອມທັງປາຖະກະຖາ ໂດຍສະຫາຍ ລາວປາວຊົງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ມີບັນດາຄະນະພັກ, ບັນດາຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ພະນັກງານ-ລັດຖະກອນ ທົ່ວຄອສພ ເຂົ້າຮ່ວມ.

ການປາຖະກະຖາໃນຄັ້ງນີ້ໄດ້ຮັບຟັງ ການລະນຶກວັນຄ້າຍວັນເກີດຂອງປະທານ ສຸພານຸວົງ ຄົບຮອບ 112ປີ, ວັນສ້າງຕ້ັງພັກກອມມູນິດຈີນ ຄົບຮອບ 100 ປີ ແລະ ຜົນສຳເລັດຂອງກອງປະຊຸມຄະນະບໍລິຫານງານສູນກາງພັກຄັ້ງທີ 2 ສະໄໝທີ XI ຂອງພັກ. ເພື່ອເຮັດໃຫ້ພະນັກງານ-ສະມາຊິກພັກ ພາຍໃນຄະນະໂຄສະນາອົບຮົມສູນກາງພັກໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບປະຫວັດສາດຂອງຊາດຂອງພັກ ແລະ ຂອງເພື່ອນມິດສາກົນກ່ຽວກັບການກຳເນີດ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງພັກຕະຫຼອດໄລຍະຫຼາຍປີຜ່ານມາທີ່ໄດ້ເສຍສະຫຼະເລືອດເນື້ອຂອງນັກຮົບປະຕິວັດໃນການກໍ່ສ້າງຕັ້ງພັກຂອງຕົນຂຶ້ນ.

ໃນພິທີປາຖະກະຖາຄັ້ງນີ້ໄດ້ບັນຍາຍ 3 ເອກະສານທີ່ສຳຄັນດັ່ງນີ້:

  1. ປະຫວັດສາດແຫ່ງການກຳເນີດພັກກອມມູນິດຈີນໄດ້ເຕີບໃຫຍ່ເຂັ້ມແຂງຢ່າງຍໍ່ຢຸດຢັ້ງ, ພັກ ໄດ້ຢຶດໝັ້ນອຸດົມການສັງຄົມນິຍົມ ແລະ ຜົນປະໂຫຍດຂອງປະຊາຊົນຢ່າງເດັດດ່ຽວໜຽວແໜ້ນ, ມີຄວາມຮັບຜິດຊອບຢ່າງເດັດຂາດຕໍ່ພາລະກຳປະຫວັດສາດ, ນໍາພາປະຊາຊົນຈີນຜ່ານຜ່າການທົດສອບທີ່ດຸເດືອດຂ້ຽວຂາດ ໃນແປວໄຟປະຕິວັດ, ສ້າງວິລະກຳອັນລໍ້າເລີດ ແລະ ຍາດໄດ້ໄຊຊະນະອັນໃຫຍ່ຫຼວງ, ມີຄວາມໝາຍປະຫວັດສາດ, ເຮັດສໍາເລັດການປະຕິວັດປົດປ່ອຍຊາດ ແລະ ສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ຢ່າງສະຫງ່າຜ່າເຜີຍ ໃນປີ 1949 ຊຶ່ງເປັນການເປີດສັງກາດໃໝ່ແຫ່ງການສ້າງສາພັດທະນາປະເທດຊາດຕາມເສັ້ນທາງສັງຄົມນິຍົມ.
  2. ວັນຄ້າຍວັນເກີດຂອງປະທານ ສຸພານຸວົງ ກ່ຽວກັບຊີວິດ ແລະ ພາລະກິດການປະຕິວັດຂອງ ປະທານ  ສຸພານຸວົງ  ຈົນຮອດມືທ້າຍຊີວິດຂອງທ່ານ ທີ່ໄດ້ຝຶກຝົນຫຼໍ່ຫຼອມຕົນເອງໃນຂະບວນການຕໍ່ສູ້ກູ້ຊາດ ແລະ ສ້າງສາພັດທະນາປະເທດຊາດ, ທຸ້ມເທ່ເຫື່ອແຮງ, ສະຕິປັນຍາ ແລະ ນໍ້າໃຈເສຍສະຫຼະອັນສູງສົ່ງ ເພື່ອໄຊຊະນະຂອງພາລະກິດປະຕິວັດຢ່າງບໍ່ຮູ້ອິດເມື່ອຍ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງຕະຫຼອດມາ;
  3. ເຜີຍແຜ່ມະຕິຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI ໃນກອງປະຊຸມໄດ້ຄົ້ນຄວ້າປຶກສາຫາລື ແລະ ຮັບຮອງເອົາບັນຫາສຳຄັນດັ່ງນີ້:

ຕີລາຄາຜົນສຳເລັດຂອງການດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ, ປຶກສາຫາລືກ່ຽວ ກັບຄວາມຮັບຜິດຊອບຂອງສູນກາງຕໍ່ການຈັດຕັ້ງຜັນຂະຫຍາຍແນວທາງ, ແຜນນະໂຍບາຍທີ່ກອງປະຊຸມໃຫຍ່ ຄັ້ງທີ XI ວາງອອກ, ຮັບຮອງເອົາແຜນການຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ເພື່ອແນ່ໃສ່ການຫັນປ່ຽນໃໝ່ຢ່າງແຂງແຮງ,​ ເລິກເຊິ່ງ,​ ຮອບດ້ານໃນທຸກຂົງເຂດຂອງຊີວິດສັງຄົມ, ສາມາດກຳນົດແຈ້ງບັນດາເນື້ອໃນ ແລະ ວຽກງານຈຸດສຸມທີ່ຕ້ອງເອົາໃຈໃສ່ນຳພາ-ຊີ້ນຳໃນແຕ່ລະຂົງເຂດວຽກງານຕິດພັນກັບການຍົກສູງຄວາມເປັນເຈົ້າການຂອງຄະນະພັກບັນດາກະຊວງ-ອົງການ, ບັນດາແຂວງ, ນະຄອນຫຼວງ ໃນການຫັນມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃຫ້ເປັນແຜນງານ, ໂຄງການ ແລະ ກິດຈະກຳລະອຽດຂອງຕົນ, ເຊື່ອມຊຶມທັງນຳພາເຮັດຕົວຈິງແຕ່ຫົວທີ.

ຮັບຮອງແຜນດຳເນີນງານຕະຫຼອດໄລຍະ 5 ປີ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກໍ່ຄືການກຳ ນົດວຽກຈຸດສຸມທີ່ສູນກາງຈະໄດ້ຊີ້ນຳໃນແຕ່ລະໄລຍະ ເພື່ອກຳນົດແບບແຜນເຄື່ອນໄຫວ ແລະ ວິທີນຳພາຂອງຄະນະບໍລິຫານງານສູນກາງພັກໃຫ້ຈະແຈ້ງ, ເປັນລະບົບ, ມີຈຸດສຸມ, ສ້າງຄວາມເຊື່ອໝັ້ນຢ່າງໜັກແໜ້ນຂອງສັງຄົມຕໍ່ການນຳພາຂອງພັກ, ສົມທົບຢ່າງກົມກຽວລະຫວ່າງການແກ້ໄຂບັນຫາທີ່ເປັນພື້ນຖານ ທີ່ໄດ້ຮັບຮອງໃນກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ກັບການແກ້ໄຂບັນຫາພົ້ນເດັ່ນທີ່ເກີດຂຶ້ນໃນແຕ່ລະໄລຍະຕາມສະ ພາບການຕົວຈິງ ເພື່ອເປັນບ່ອນອີງໃຫ້ແກ່ການກຳນົດຄວາມຮັບຜິດຊອບ, ສົ່ງເສີມຄວາມເປັນເຈົ້າການ ກ້າຄິດ, ກ້າປະຕິບັດ, ກ້າຮັບຜິດຊອບຂອງບັນດາສະຫາຍກຳມະການສູນກາງພັກ, ທັງເປັນບ່ອນອີງໃນການຕີລາຄາຄວາມສາມາດນຳພາຂອງກຳມະການສູນກາງພັກແຕ່ລະສະຫາຍ ໃນໜ້າທີ່ວຽກງານທີ່ຕົນຮັບຜິດຊອບ.