ຄະນະໂຄສະນາອົບຮົມສູນກາງພັກ ມອບປຶ້ມເອກະສານກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກໃຫ້ແກ່ກະຊວງສຶກສາທິການ ແລະ ກິລາ

ຄະນະໂຄສະນາອົບຮົມສູນກາງພັກ

ມອບປຶ້ມເອກະສານກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກໃຫ້ແກ່ກະຊວງສຶກສາທິການ ແລະ ກິລາ

 ໃນວັນທີ 02 ສິງຫາ 2021 ທ່ານ ລາວປາວຊົງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະ ໄດ້ມອບປຶ້ມເອກະສານກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ຈຳນວນ 1000 ຫົວ ໃຫ້ແກ່ກະຊວງສຶກສາທິການ ແລະ ກິລາໃຫ້ກຽດຮັບໂດຍ ທ່ານ ຮສ. ປອ. ພຸດ ສິມມາລາວົງ ກຳມະການສູນກາງພັກ, ລັດຖະມົນຕີກະຊວງສຶກສາ ແລະ ກິລາ ມີ: ຫົວໜ້າກົມ ແລະ ຮອງກົມ ຈາກກະຊວງສຶກສາທິການ ແລະ ກິລາ ເຂົ້າຮ່ວມ.

ໂອກາດນີ້, ທ່ານ ຮສ. ປອ. ພຸດ ສິມມາລາວົງ ໄດ້ກ່າວສະແດງຄວາມຂອບໃຈເປັນຢ່າງສູງມາຍັງຄະນະນຳຄະນະໂຄສະນາອົບຮົມສູນກາງພັກທີ່ເຫັນໄດ້ຄວາມສຳຄັນ ແລະ ໄດ້ມອບເອກະສານກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເປັນຄູ່ມືໃນການໂຄສະນາປາຖະກະຖາເຜີຍແຜ່ແນວທາງນະໂຍບາຍຂອງພັກ ແລະ ແຜນພັດທະນາເສດຖະກິດສັງຄົມຂອງລັດໃຫ້ແກ່ບັນດາ​ນັກຮຽນ, ນັກສຶກສາ ແລະ ຄູອາຈານໃນທົ່ວປະເທດເພື່ອສອດຫ້ອຍໃນຫລັກສູດ ​ແລະ ​ໂຄງການ​ສິດສອນ​ທິດ​ສະ​ດີ, ​ແນວທາງ​ຂອງ​ພັກ ແລະ ສະພາບ​ວຽກງານ​ການ​ເມືອງ​-ແນວ​ຄິດ ໃນ​ແຕ່ລະ​ໄລຍະໃຫ້ສອດຄອງ ແລະ ເໝາະສົມກັບສະພາບຕົວຈິງ.

ຝ່າຍຮັບຢູ່ຂ້າງຊາຍ ຝ່າຍມອບຢູ່ຂ້າງຂວາຕາມຮູບພາບ