ການພົບປະຢ້ຽມຢາມສອງກົມການເມືອງລາວ-ຫວຽດນາມ

    ໃນວັນທີ 09 ສິງຫາ 2021 ຢູ່ທີ່ສຳນັກງານປະທານປະເທດ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ສະຫາຍ ຫງວຽນ ຊວັນ ຟຸກ ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ປະທານປະເທດແຫ່ງ ສສຫວຽດນາມພ້ອມດ້ວຍຄະນະ.

    ໃນການພົບປະທັງສອງກົມການເມືອງລາວ-ຫວຽດນາມໃນຄັ້ງນີ້ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ກໍໄດ້ສະ ແດງຄວາມປິຕິຍິນດີຕ້ອນຮັບ ແລະ ຂອບໃຈຕໍ່ ສະຫາຍ ປະທານປະເທດ ຫງວຽນ ຊວັນ ຟຸກ ທີ່ໄດ້ເລືອກເອົາ ສປປ ລາວ ເປັນປະເທດທຳອິດ ໃນການເຄື່ອນໄຫວຕ່າງປະເທດ ໃນຕຳແໜ່ງປະທານປະເທດ, ຊຶ່ງສະແດງໃຫ້ເຫັນເຖິງການໃຫ້ຄວາມສໍາຄັນຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ແລະ ຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ, ຫວຽດນາມ-ລາວ, ເຊິ່ງໄດ້ນໍາເອົາໄມຕີຈິດມິດຕະພາບອັນດູດດື່ມ, ຄວາມສາມັກຄີອັນສະໜິດສະໜົມ ຂອງສອງພັກ-ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ມາຍັງພັກ-ລັດ ປະຊາຊົນລາວ, ຊຶ່ງເປັນການໃຫ້ກຳລັງໃຈ ແລະ ຂວັນກຳລັງໃຈ ໃນການສືບຕໍ່ຮັບມືກັບສະພາບຫຍຸ້ງຍາກ ທີ່ ສປປລາວ ກໍາລັງປະເຊີນໃນປັດຈຸບັນ ແລະ ເປັນການສືບຕໍ່ເສີມຂະຫຍາຍສາຍພົວພັນພິເສດອ້າຍນ້ອງໃຫ້ນັບມື້ນັບໃກ້ຊິດ, ມີຄວາມແໜ້ນແຟ້ນ ແລະ ເກີດດອກອອກຜົນຍິ່ງໆຂຶ້ນ;

    ພ້ອມກັນນີ້, ສະຫາຍເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ຍັງໄດ້ຝາກຄວາມຢື້ຢາມຖາມຂ່າວ ເຖິງສະຫາຍ ເລຂາທິການໃຫຍ່ ຫວຽນ ຝູ ຈ໋ອງ, ພ້ອມທັງສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຊ່ວຍເຫລືອຂອງພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍ ເຫລືອ ສປປ ລາວ ໃນໄລຍະຜ່ານມາ ບໍ່ວ່າຈະເປັນແບບປົກກະຕິເຂົ້າໃນການພັດທະນາພື້ນຖານໂຄງລ່າງ, ຝຶກອົບຮົມເຕັກນິກບຸກຄະລາກອນ ຫລື ການຊ່ວຍເຫລືອແບບສຸກເສີນ ໃນຍາມໄພພິບັດ ແລະ ພະຍາດລະບາດຕ່າງໆ;

    ທັງໝົດນີ້ລ້ວນແຕ່ມີຄວາມສຳຄັນ ແລະ ມີຄຸນຄ່າທາງດ້ານວັດຖຸ ແລະ ຈິດໃຈຕໍ່ປະຊາຊົນລາວ, ອັນພົ້ນເດັ່ນແມ່ນໂຄງການກໍ່ສ້າງຫໍສະພາແຫ່ງຊາດ ທີ່ເປັນຂອງຂວັນອັນລໍ້າຄ່າຂອງສສ.ຫວຽດນາມ ໃຫ້ແກ່ພັກ-ລັດ ແລະ ປະຊາຊົນລາວ ທີ່ຈະມີພິທີມອບຮັບຢ່າງເປັນທາງການໃນລະຫວ່າງການຢ້ຽມຢາມສັນຖະວະໄມຕີຄັ້ງນີ້;

    ນອກຈາກນີ້ທ່ານຍັງໄດ້ສະແດງຄວາມຂອບໃຈຕໍ່ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫລືອ ໂດຍໄດ້ສົ່ງທີມແພດຊ່ຽວຊານ ແລະ ອຸປະກອນການແພດ ປະກອບສ່ວນເຂົ້າໃນການສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ຢ່າງທັນການ ແລະ ມີປະສິດທິຜົນ, ຊຶ່ງມາຮອດປັດຈຸບັນສາມາດຄວບຄຸມ ແລະ ຈໍາກັດການແຜ່ລະບາດໄດ້ໂດຍພື້ນຖານ; ພິເສດໃນການມາຢ້ຽມຢາມຄັ້ງນີ້, ສະຫາຍປະທານປະເທດ ຫງວຽນ ຊວັນ ຟຸກ ກໍໄດ້ນໍາເອົາຂອງ ຂວັນມາມອບໃຫ້ແກ່ ສປປລາວ ກໍຄື ໂຄງການຊ່ວຍເຫລືອກໍ່ສ້າງໂຮງຮຽນຝຶກອົບຮົມວິຊາຊີບ ຢູ່ເມືອງໜອງບົກ ແຂວງຄໍາມ່ວນ ເປັນມູນຄ່າເຖິງ 05 ລ້ານໂດລາສະຫະລັດ; ຫຼັງຈາກນັ້ນຝ່າຍສສ ຫວຽດນາມກໍໄດ້ມີຄຳເຫັນເຊິ່ງສະຫາຍ ປະທານປະເທດ ຫງວຽນ ຊວັນ ຟຸກ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ກໍຄື ບັນດາການນໍາຂັ້ນສູງຂອງພັກ, ລັດ ແລະ ປະຊາຊົນລາວອ້າຍນ້ອງ ທີ່ໄດ້ໃຫ້ການຕ້ອນຮັບອັນສະໜິດສະໜົມ, ອົບອຸ່ນ ແລະ ສົມກຽດທີ່ເຕັມໄປດ້ວຍໄມຕີຈິດມິດຕະພາບຖານສະຫາຍອ້າຍນ້ອງ; ທັງໝົດນັ້ນ ເປັນການສະແດງເຖິງມູນ ເຊື້ອແຫ່ງໄມຕີຈິດມິດຕະພາບອັນດູດດື່ມ, ຄວາມມີຊີວິດຊີວາແຫ່ງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ນັບໃກ້ຊິດ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.

    ໃນໂອກາດດັ່ງກ່າວ, ສອງຝ່າຍ ໄດ້ຢັ້ງຢືນການໃຫ້ບູລິມະສິດສູງສຸດ ໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ທີ່ບໍລິສຸດຜຸດຜ່ອງ ແລະ ມີໜຶ່ງດຽວໃນໂລກຂອງສອງປະເທດ, ສອງຝ່າຍ ຍັງສະແດງໄດ້ເຖິງຄວາມໝາຍໝັ້ນອັນສະເໝີຕົ້ນສະເໝີປາຍ ແລະ ພ້ອມໃຫ້ການຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນການສ້າງສາພັດທະນາປະເທດຊາດໃນປັດຈຸບັນ; ໝາກຜົນຕົວຈິງຂອງການຮ່ວມມືສອງຝ່າຍໃນທຸກຂົງເຂດ ໂດຍສະເພາະແມ່ນກົນໄກການຮ່ວມມືໃນທຸກດ້ານທັງສາຍພັກ, ສາຍລັດ ເຊັ່ນ: ດ້ານການເມືອງ, ດ້ານຄວາມໝັ້ນຄົງ, ດ້ານການຕ່າງປະເທດ, ດ້ານເສດຖະກິດ-ການຄ້າ, ການລົງທຶນ, ວິທະຍາສາດເຕັກນິກ, ການສຶກສາ, ວັດທະນະທໍາ-ສັງຄົມ ແລະ ອື່ນໆ;

ໃນການພົບປະຢ້ຽມຢາມສອງກົມການເມືອງລາວ-ຫວຽດນາມໃນຄັ້ງນີ້ທັງສອງຝ່າຍເຫັນດີເປັນເອກະພາບນຳກັນວ່າ:

  1. ສອງຝ່າຍເຫັນດີຈະເຮັດວຽກຢ່າງໃກ້ຊິດ ເພື່ອຊຸກຍູ້ການພົວພັນຮ່ວມມືສອງຝ່າຍໃຫ້ນັບມື້ນັບກວ້າງຂວາງ ແລະ ມີຄວາມໝາຍ, ໂດຍສືບຕໍ່ແລກປ່ຽນຄະນະຜູ້ແທນນໍາກັນໃນທຸກລະດັບ ດ້ວຍຫລາຍຮູບ, ຫລາຍແບບ ແລະ ມີປະສິດທິຜົນຕາມທິດກະທັດຮັດ;
  2. ສອງຝ່າຍ ເຫັນດີສືບຕໍ່ຮ່ວມກັນກວດກາຄືນ ແລະ ຊຸກຍູ້ການຈັດຕັ້ງປະຕິບັດບັນດາການຕົກລົງຂອງການນໍາຂັ້ນສູງສອງປະເທດ ກໍຄື ບັນດາເອກະສານທີ່ສອງຝ່າຍໄດ້ລົງນາມຮ່ວມກັນ, ພ້ອມທັງສືບຕໍ່ເອົາໃຈໃສ່ເພີ່ມທະວີດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເພື່ອຮ່ວມກັນຮັບມືກັບສິ່ງທ້າທາຍໃໝ່ ທີ່ນັບມື້ນັບສັບສົນຫລາຍຮູບຫລາຍສີ ເອົາໃຈໃສ່ຮ່ວມມືກັນໃນການປົກປັກຮັກສາຄວາມສະຫງົບ ທັງຢູ່ໃນຕົວເມືອງ ແລະ ຢູ່ບໍລິເວນຊາຍແດນຂອງສອງປະເທດ ເພື່ອຮັບປະກັນເອກະລາດ ສະຖຽນລະພາບທາງດ້ານການເມືອງ ແລະ ຄວາມໝັ້ນຄົງ;
  3. ສອງຝ່າຍ ເຫັນດີສະເໜີ ໃຫ້ບັນດາກະຊວງຂະແໜງການທີ່ກ່ຽວຂ້ອງ ເອົາໃຈໃສ່ຂົງເຂດການຮ່ວມມືດ້ານການເຊື່ອມໂຍງພື້ນຖານໂຄງລ່າງ, ການທ່ອງທ່ຽວ, ການຮ່ວມມືທາງດ້ານພະລັງງານ, ທາງດ້ານກະສິກໍາສະອາດ ທີ່ສອງປະເທດມີທ່າແຮງ ແລະ ຈະເປັນພື້ນຖານສໍາຄັນໃຫ້ແກ່ການເຊື່ອມໂຍງພາກພື້ນ, ເປັນທ່າແຮງຂັບເຄື່ອນທາງດ້ານເສດຖະກິດຂອງລາວ ແລະ ຫວຽດນາມ ໃນອະນາຄົດ;
  4. ໃນນັ້ນມີຫລາຍໂຄງການສໍາຄັນ ເປັນຕົ້ນແມ່ນ ໂຄງການທາງດ່ວນ ວຽງຈັນ-ຮ່າໂນ້ຍ, ໂຄງການຍົກລະດັບທາງເລກ 08, ໂຄງການເສັ້ນທາງລົດໄຟ ວຽງຈັນ-ຫວຸງອາງ, ໂຄງການເກືອກາລີ, ໂຄງການທ່າເຮືອຫວຸງອາງ, ໂຄງການສະໜາມບິນໜອງຄ້າງ, ໂຄງການຊື້ຂາຍໄຟຟ້າ ແລະ ອື່ນໆ;
  5. ສອງຝ່າຍເຫັນວ່າສະພາບການ ໃນທ່າມກາງສະພາບການພາກພື້ນ ແລະ ສາກົນ ມີຄວາມສະຫລັບຊັບຊ້ອນ, ຄາດເດົາໄດ້ຍາກ ບວກກັບໄພທໍາມະຊາດ ແລະ ພະຍາດລະບາດ, ສະນັ້ນສອງຝ່າຍຈຶ່ງເປັນເອກະພາບກັນຈະສືບຕໍ່ປຶກສາຫາລື ແລະ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ເພື່ອປະກອບສ່ວນໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຄວາມວັດທະນະຖາວອນຂອງພາກພື້ນ ແລະ ສາກົນ;
  6. ສອງຝ່າຍ ເຫັນດີຮ່ວມກັນຈັດຕັ້ງສະເຫລີມສະຫລອງປີສາມັກຄີມິດຕະພາບໃນປີ 2022 ກໍຄື ວັນຄົບຮອບວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ ໃຫ້ມີບັນຍາກາດຟົດຟື້ນ, ເຕັມໄປດ້ວຍເນື້ອໃນ ແລະ ມີຄວາມ ໝາຍ.

ພາຍຫລັງສຳເລັດການພົບປະທາງການສອງຝ່າຍ, ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ແລະ ສະຫາຍປະທານປະເທດ ຫງວຽນ ຊວັນ ຟຸກ ໄດ້ເປັນສັກຂີພິຍານໃນການລົງນາມເອກະສານ ກ່ຽວກັບການຮ່ວມມືສອງຝ່າຍ ຈໍານວນ 14 ສະບັບຄື:

  1. ບົດບັນທຶກ ວ່າດ້ວຍໂຄງການກໍ່ສ້າງ ໂຮງຮຽນ ວັດທະນະທຳຊົນເຜົ່າ ກອງທັບ,
  2. ໜັງສືເຈດຈໍານົງວ່າດ້ວຍການຮ່ວມມືກອບ-ກູ້ໄພ ລະຫວ່າງສອງກະຊວງປ້ອງກັນປະເທດ ລາວ ແລະ ຫວຽດນາມ
  3. ບົດບັນທຶກເພີ່ມເຕີມແຜນການຮ່ວມມືປະຈໍາປີ 2020 ລະຫວ່າງ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ແລະ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສສ ຫວຽດນາມ,
  4. ບົດບັນທຶກການຮ່ວມມື ລະຫວ່າງຫ້ອງວ່າການປະທານປະເທດ ໄລຍະ 2021-2025,
  5. ແຜນການຮ່ວມມື ປີ 2022 ລະຫວ່າງ ສອງກະ ຊວງຍຸຕິທໍາ ໃນຂົງເຂດກົດໝາຍ ແລະ ຍຸຕິທໍາ,
  6. ບົດບັນທຶກຊ່ວຍຈໍາ ວ່າດ້ວຍການຮ່ວມມື ສະກັດກັ້ນ, ຕ້ານຢາເສບຕິດ ລະຫວ່າງ ສອງກະຊວງປ້ອງກັນຄວາມສະຫງົບ,
  7. ຂໍ້ຕົກລົງຮ່ວມມືລະຫວ່າງແຂວງໄຊສົມບູນ ແລະ ແຂວງບັກຢາງ;

ນອກນີ້, ຍັງມີການແລກປ່ຽນເອກະສານຮ່ວມມື ແລະ ມອບໃບອະນຸຍາດລົງທຶນໃຫ້ແກ່ພາກເອກະຊົນ 07 ເອກະສານ ອີກດ້ວຍ:

  1. ສັນຍາສຳປະທານພັດທະນາບໍ່ແຮ່ ຢູ່ເມືອງບໍລິຄັນ ແຂວງບໍລິຄຳໄຊ,
  2. ສັນຍາການສໍາຫລວດແຮ່ກົ່ວ ແລະ ແຮ່ຕິດພັນ ຢູ່ເຂດບ້ານນ້ຳສາງ ເມືອງປາກກະດິງ ແຂວງບໍລິຄຳໄຊ,
  3. ບົດບັນທຶກຄວາມເຂົ້າໃຈ ເພື່ອສຶກສາສຳຫລວດຄວາມເປັນໄປໄດ້ໃນການພັດທະນາເຂື່ອນໄຟຟ້ານ້ຳຕົກ ຢູ່ສາຍນ້ຳມ້າ ແຂວງຫົວພັນ,
  4. ບົດບັນ ທຶກການຮ່ວມມືສຶກສາ ການຊື້-ຂາຍໄຟຟ້າ ຈາກເຂື່ອນໄຟຟ້ານຳອູ ແລະ ເຂື່ອນໄຟຟ້ານ້ຳງື່ມ 04,
  5. ບົດບັນທຶກການຮ່ວມມືສຶກສາ ການຊື້-ຂາຍໄຟຟ້າ ຈາກເຂື່ອນໄຟຟ້ານ້ຳຈຽນ,
  6. ບົດບັນທຶກການຮ່ວມມືສຶກສາ ການຊື້-ຂາຍໄຟຟ້າ ຈາກເຂື່ອນໄຟ ຟ້ານ້ຳເຊກອງ 05, ນ້ຳງ່ອນ 01 ແລະ ນ້ຳງ່ອນ 02,
  7. ບົດບັນທຶກການຮ່ວມມືສຳຫລວດ, ຂຸດຄົ້ນ ແລະ ແປຮູບແຮ່ທາດ.