ກຳແໜ້ນມະຕິ 3 ສະໄໝ XI ໂດຍສະເພາະວຽກງານໃນປີ 2022

ກຳແໜ້ນມະຕິ 3 ສະໄໝ XI ໂດຍສະເພາະວຽກງານໃນປີ 2022

ໂດຍ: ທ່ານ ຄຳວິສັນ ແກ້ວສຸວັນ ຜູ້ຊ່ວຍຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ

ຄືດັ່ງບັນດາທ່ານໄດ້ຮັບຊາບຜ່ານສື່ມວນຊົນແລ້ວ ກ່ຽວກັບຄະນະບໍລິຫານງານສູນກາງພັກສະໄໝທີ XI ໄດ້ດຳເນີນກອງປະຊຸມ ຄົບຄະນະຄັ້ງທີ 3 ແຕ່ວັນທີ 18 ເຖີງວັນທີ 22 ຕຸລາ 2021ນີ້; ພາຍໃຕ້ການເປັນປະທານຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວເຊິ່ງມີບັນດາສະຫາຍກຳມະການສູນກາງພັກເຂົ້າຮ່ວມຢ່າງພ້ອມພຽງໂດຍໄດ້ປະຕິບັດຕາມມາດຕະການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19ຢ່າງເຂັ້ມງວດ. ຜູ້ຂຽນຂໍອະນຸຍາດສັງລວມໃນມະຕິກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI ເຊິ່ງໄດ້ແຈ້ງໃຫ້ຊາບວ່າ: ກອງປະຊຸມຄັ້ງນີ້ໄດ້ສຸມໃສ່ກວດກາ, ຕີລາຄາສະພາບການຜັນຂະຫຍາຍ ແລະ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ; ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ແລະ ວຽກງານສຳຄັນຈຳນວນໜຶ່ງໂດຍມີທັງໝົດ 5 ຫົວຂໍ້ດ່ັງນີ້:

  1. ຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ; ແຜນງົບປະມານ ແລະ ແຜນເງິນຕາ 9 ເດືອນຜ່ານມາ, ມາດຕະການຈັດຕັ້ງປະຕິບັດແຜນການໃນໄຕມາດສຸດທ້າຍປີ 2021 ແລະ ທິດທາງແຜນການປີ 2022.
  2. ກ່ຽວກັບສະພາບການຂອງພາກພື້ນ ແລະ ສາກົນ; ສະພາບການຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.
  3. ກ່ຽວກັບການດຳເນີນຊີວິດການເມືອງພາຍໃນຄະນະບໍລິຫານງານສູນກາງພັກປະຈຳປີ 2021;
  4. ວຽກງານຊີ້ນຳ-ນຳພາໃນປີ 2022.
  5. ຄຳຮຽກຮ້ອງຂອງຄະນະບໍລິຫານງານສູນກາງພັກ

ຜູ້ຂຽນອະນຸຍາດນຳສະເໜີຫົວຂໍ້ທີ 4ທີ່ເວົ້າເຖີງວຽກງານໃນປີ 2022 ດ່ັງນີ້:

ນອກຈາກວຽກງານຕົ້ນຕໍຈຳນວນໜື່ງທີ່ຄະນະບໍລິຫານງານສູນກາງພັກສະໄໝທີ XI ຕ້ອງສຸມໃສ່ນຳພາຊີ້ນຳໃນປີ 2022 ເຊີ່ງກຳນົດໄວໃນບົດສຳຫຼວດການນຳພາລວມ ຂອງສູນກາງພັກ, ກອງປະຊຸມ ໄດ້ເປັນເອກະພາບ ບາງວຽກງານຈຸດສຸມ ແຕ່ນີ້ຮອດກອງປະຊຸມຄົບຄະນະຄັ້ງທີ 4 ໂດຍມອບໃຫ້ກົມການເມືອງສູນກາງພັກ ແລະ ຄະນະເລຂາທິການສູນກາງພັກ ເປັນຜູ້ຊີ້ນຳຜັນຂະຫຍາຍ, ຈັດຕັ້ງປະຕິບັດດັ່ງນີ້:

  1. ສືບຕໍ່ຊີ້ນຳ ຢ່າງເອົາການເອົາງານ, ແທດຕົວຈິງ ແລະ ເຮັດໃຫ້ເຫັນຜົນທີ່ເປັນຮູບປະທຳກ່ຽວກັບການປ້ອງກັນ ແລະ ແກ້ໄຂພະຍາດໂຄວິດ-19; ຮັບປະກັນດ້ານຊີວິດ ແລະ ສຸຂະພາບຂອງປະຊາຊົນ, ຮັບປະກັນການສ້າງສາພັດທະນາ, ຟື້ນຟູເສດຖະກິດ-ສັງຄົມ, ຮັບປະກັນການດຳລົງຊີວິດ-ທຳມາຫາກິນ, ດຳເນີນການຜະລິດທຸລະກິດ ຂອງປະຊາຊົນ; ຮັບປະກັນສະຖຽນລະພາບດ້ານການເມືອງ ແລະ ຄວາມສະຫງົບສຸກປອດໄພທາງສັງຄົມ, ເດັດຂາດບໍ່ໃຫ້ມີການປັ່ນປ່ວນ, ສ້າງຄວາມວຸ້ນວາຍຕ່າງໆ; ມອບໃຫ້ລັດຖະບານ, ຄະນະສະເພາະກິດຂັ້ນສູນກາງ ແລະ ບັນດາທ້ອງຖິ່ນສົມທົບກັນແໜ້ນເພື່ອປະເມີນ, ຕີລາຄາ ສະພາບການລະບາດຢ່າງຖີ່ຖ້ວນ, ຮອບດ້ານເພື່ອວາງແຜນປ້ອງກັນ, ສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ໃຫ້ຈະແຈ້ງ ແລະ ສອດຄ່ອງກັບເງື່ອນໄຂ, ຄວາມສາມາດຕົວຈິງຂອງປະເທດເຮົາ.
  2. ສືບຕໍ່ຊີ້ນຳການເຊື່ອມຊຶມ, ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກໃຫ້ເລິກເຊິ່ງ ແລະ ສູ່ລວງເລິກຕິດພັນກັບການຈັດຕັ້ງປະຕິບັດສອງວາລະແຫ່ງຊາດກໍຄື ບັນດາຄາດໝາຍ ແລະ ຈຸດສຸມຕ່າງໆທີ່ກຳນົດໄວ້ໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາໄຕມາດສຸດທ້າຍປີ 2021 ແລະ ທິດທາງແຜນການປີ 2022ໃຫ້ໄດ້ຮັບຜົນດີ.
  3. ເພີ່ມທະວີການຊີ້ນຳ, ຊຸກຍູ້, ຕິດຕາມການເຄື່ອນໄຫວວຽກງານ ແລະ ການປັບປຸງແບບແຜນວິທີການເຮັດວຽກຂອງຄະນະພັກແຕ່ລະຂັ້ນ ຕິດພັນກັບການຊີ້ນຳປັບປຸງກົງຈັກເສນາທິການຂອງຕົນໃຫ້ໜັກແໜ້ນ, ເຂັ້ມແຂງແນ່ໃສ່ສ້າງຄວາມເປັນເອກະພາບ ແລະ ຕັດສິນໃຈສູງໃນການແກ້ໄຂບັນຫາຕົວຈິງ ເພື່ອສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ, ຮອບດ້ານຢູ່ແຕ່ລະຂະແໜງການ, ອົງການ ແລະ ທ້ອງຖິ່ນ-ຮາກຖານ;
  4. ສືບຕໍ່ຊີ້ນຳກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ຂອງບັນດາອົງຄະນະພັກກະຊວງ, ອົງການຈຳນວນໜຶ່ງ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ສະຫະພັນແມ່ຍິງລາວ, ກອງປະຊຸູມວຽກງານຈັດຕັ້ງ, ວຽກງານກວດກາ…ໃຫ້ມີຜົນສຳເລັດຕາມຄາດໝາຍ; ຊີ້ນຳການກວດກາ, ຕີລາຄາ, ປະເມີນຄືນຕື່ມກ່ຽວກັບວຽກກໍ່ສ້າງຮາກຖານການເມືອງຕິດພັນກັບການພັດທະນາຊົນນະບົດຮອບດ້ານ;
  5. ສືບຕໍ່ຊີ້ນຳກະກຽມເປີດ ແລະ ນຳໃຊ້ລົດໄຟລາວ-ຈີນໃຫ້ເກີດຜົນປະໂຫຍດສູງສຸດດ້ວຍການຮີບຮ້ອນຜັນຂະຫຍາຍແຜນຍຸດທະສາດ, ນະໂຍບາຍພັດທະນາ ອັນລວມທີ່ໄດ້ຕົກລົງກັນແລ້ວໃນຂອບການຮ່ວມມືລາວ-ຈີນ ໂດຍຫັນເປັນອັນລະອຽດຂອງແຕ່ລະຂະແໜງການ ແລະ ທ້ອງຖິ່ນ;
  6. ສືບຕໍ່ຊີ້ນຳ ການຕິດຕາມສະພາບການພາກພື້ນ ແລະ ສາກົນໃຫ້ໃກ້ຊິດເພື່ອຄົ້ນຄວ້າ; ວິເຄາະ, ວິໄຈບັນຫາທີ່ອາດສົ່ງຜົນກະທົບຕໍ່ປະເທດຊາດ; ພ້ອມນັ້ນກໍຊີ້ນຳການກະກຽມໃຫ້ແກ່ການເຄື່ອນໄຫວທາງລັດຖະການຢູ່ປະເທດເພື່ອນມິດຍຸດທະສາດຂອງການນຳພັກ-ລັດ, ການຕ້ອນຮັບການຢ້ຽມຢາມ ແລະ ເຮັດວຽກຂອງຜູ້ນຳປະເທດເພື່ອນມິດຈຳນວນໜຶ່ງ, ທັງຊີ້ນຳການຈັດຕ້ັງຜັນຂະຫຍາຍຂໍ້ຕົກລົງ, ສັນຍາການຮ່ວມມືຕ່າງໆໃຫ້ເກີດໝາກອອກຜົນເປັນຈິງ;
  7. ຊີ້ນຳການຄົ້ນຄວ້າ, ວິໄຈ, ປະເມີນ, ຕີລາຄາບັນຫາສຳຄັນຍຸດທະສາດ, ແຜນນະໂຍບາຍໃຫຍ່ຈຳນວນໜຶ່ງຕາມແຜນດຳເນີນງານຂອງສູນກາງພັກສະໄໝທີ XI ເພື່ອສະເໜີຕໍ່ກອງປະຊຸມຄົບຄະນະຄັ້ງທີ 4 ພິຈາລະນາ ແລະ ໃຫ້ທິດຊີ້ນຳ ເຊິ່ງຄາດຄະເນຫົວຂໍ້ດ່ັງນີ້:
  • ການຄົ້ນຄວ້າທິດສະດີ ແລະ ສະຫຼຸບພຶດຕິກຳໃຫ້ແກ່ການສ້າງປະຖົມປັດໄຈເພື່ອກ້າວເດີນສູ່ຈຸດໝາຍສັງຄົມນິຍົມ;
  • ການເສີມຂະຫຍາຍທາ່ແຮງ, ຄວາມສາມາດບົ່ມຊ້ອນໃຫ້ກາຍເປັນຂະແໜງເສດຖະກິດປາຍແຫຼມ;
  • ການຊຸກຍູ້ສົ່ງເສີມຜູ້ປະກອບການທຸລະກິດຂະໜາດນ້ອຍ-ຂະໜາດກາງ(SME) ແລະ ຈຸນລະວິສາຫະກິດ (MSME) ໃຫ້ມີຄວາມເຂັ້ມແຂງ;
  • ການປັບປຸງລະບົບການຈັດຕ້ັງ, ກົງຈັກ ແລະ ກົນໄກການເຄື່ອນໄຫວຂອງບັນດາອົງການອຳນາດລັດ ໃຫ້ເຂັ້ມແຂງ, ມີປະສິດທິພາບ; ຕິດພັນກັບການຕີລາຄາມະຕິຂອງຄະນະບໍລິຫານງານສູນກາງພັກວ່າດ້ວຍການຍົກສູງປະສິດທິພາບການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍສະບັບເລກທີ 037/ຄບສພ, ລົງວັນທີ 18 ມີຖຸນາ 2018;
  • ເພີ່ມທະວີການສ້າງຊັບພະຍາກອນມະນຸດໃຫ້ມີຄຸນນະພາບສູງ

ນັ້ນຄືເນື້ອໃນຈິດໃຈສຳຄັນທີ່ວຽກງານທີ່ຈະໄດ້ຊີ້ນຳ-ນຳພາໃນປີ 2022ທີ່ຢາກໃຫ້ເພື່ອນຜູ້ອ່ານ. ໂດຍສະເພາະພະນັກງານໃນຂົງເຂດໂຄສະນາອົບຮົມພວກເຮົາໄດ້ນຳໄປຈັດຕັ້ງເຊື່ອມຊຶມໃຫ້ບັນລຸຜົນສຳເລັດສູງສຸດ.