ກອງປະຊຸມວິສາມັນຄົບຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ VIII ຄັ້ງວັນທີ 11 ມັງກອນ 2022

ກອງປະຊຸມວິສາມັນຄົບຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ VIII ຄັ້ງວັນທີ 11 ມັງກອນ 2022

    ໃນຕອນເຊົ້າວັນທີ 11 ມັງກອນ 2022 ທ່ານ ນ. ພວງມະລີ ອັກຄະມຸນຕີ ປະທານສະຫະພັນແມ່ຍິງ ຄອສພ ໄດ້ເຂົ້າຮ່ວມກອງປະຊຸມ ວິສາມັນຄົບຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ VIII ຜ່ານລະບົບທາງໄກທີ່ໄດ້ຈັດຂຶ້ນທີ່ສຳນັກງານ ສສຍລ ຫຼັກ3. ພາຍໃຕ້ການເປັນປະທານຂອງທ່ານ ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ເຂົ້າຮ່ວມີ: ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວສະໄໝທີ VIII, ຈຳນວນທັງໝົດ 60 ທ່ານ.

    ຈຸດປະສົງຂອງກອງປະຊຸມຄັ້ງນີ້ເພື່ອເປັນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດຄັ້ງທີ VIII ໃຫ້ສຳເລັດຕາມແຜນການທີ່ວາງໄວ້ ເຊິ່ງກອງປະຊຸມແມ່ນໄດ້ຄົ້ນຄວ້າປຶກສາຫາລື ແລະ ປະກອບຄຳຄິດເຫັນໃສ່ຮ່າງຂໍ້ຕົກລົງວ່າດ້ວຍໜ້າທີ່ສິດ ແລະ ແບບແຜນວິທີເຮັດວຽກຂອງຄະນະບໍລິຫານງານ ສສຍລ ສະໄໝທີ VIII, ຮ່າງຂໍ້ກຳນົດວ່າດ້ວຍການເຄື່ອນໄຫວຂອງສະຫະພັນແມ່ຍິງກະຊວງ-ອົງການ, ແຂວງ ແລະ ນະຄອນຫຼວງ, ຮ່າງແຜນດຳເນີນງານຂອງຄະນະບໍລິຫານງານ ສສຍລ ສະໄໝທີ VIII, ຮ່າງແນະນຳການຈັດຕັ້ງປະຕິບັດກົດລະບຽບສະຫະພັນແມ່ຍິງລາວສະໄໝທີ VIII, ການຈັດຕັ້ງປະຕິບັດວຽກງານ 3 ດີ, ແຜນຈຸດສຸມພັດທະນາແມ່ຍິງແຫ່ງຊາດ 5 ປີ ຄັ້ງທີ VIII ແລະ ໄດ້ຜ່ານມະຕິຕົກລົງວ່າດ້ວຍການຮັບຮອງຄະນະບໍລິຫານງານ ສສຍລ ສະໄໝທີ VIII.

    ໃນຕອນທ້າຍກອງປະຊຸມປະທານໄດ້ມີຄຳເຫັນໂອ້ລົມເນັ້ນໜັກໃຫ້ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວທຸກໆສະຫາຍຈົ່ງຕັ້ງໜ້າຈັດຕ້ັງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ VIII ກໍຄືມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກໃຫ້ປະສົບຜົນສຳເລັດ, ຍົກສູງສະຕິ, ສຶກສາອົບຮົມການເມືອງແນວຄິດເປັນປະຈຳ, ປັບປຸງການຈັດຕັ້ງສະຫະພັນແມ່ຍິງລາວ, ກໍ່ສ້າງພະນັກງານເພດຍິງ, ວຽກງານນະໂຍບາຍ ແລະ ຍ້ອງຍໍ, ວຽກງານປົກປ້ອງສິດຜົນປະໂຫຍດຂອງແມ່ຍິງ-ເດັກນ້ອຍ, ການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແລະ ການປະຕິບັດຄວາມສະເໝີພາບລະຫວ່າງຍິງ-ຊາຍ, ວຽກງານພັດທະນາຊີວິດການເປັນຢູ່ເພື່ອແກ້ໄຂຄວາມທຸກຍາກໃຫ້ແກ່ ແມ່ຍິງ ແລະ ຄອບຄົວ, ການຈັດຕັ້ງປະຕິບັດຄໍາຂວັນ ແລະ ຂໍ້ແຂ່ງຂັນ 03 ດີຂອງສະຫະພັນແມ່ຍິງລາວ, ວຽກງານປຸກລະດົມແມ່ຍິງເຂົ້າ ຮ່ວມພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ວຽກງານພົວພັນແລະຮ່ວມມືກັບຕ່າງປະເທດ ແລະ ວຽກງານກວດກາເຊິ່ງເປັນວຽກຈຸດສຸມແຕ່ລະດ້ານ ທີ່ຈະໄດ້ພ້ອມກັນສູ້ຊົນຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ.