ກອງປະຊຸມວຽກງານຈັດຕັ້ງ, ວຽກງານພັກ-ພະນັກງານ ຄະນະໂຄສະນາອົບຮົມສູນກາງພັກ

ກອງປະຊຸມວຽກງານຈັດຕັ້ງ, ວຽກງານພັກ-ພະນັກງານ ຄະນະໂຄສະນາອົບຮົມສູນກາງພັກ

    ໃນຕອນເຊົ້າ ວັນທີ 18 ມັງກອນ 2022 ທີ່ຫ້ອງປະຊຸມໃຫຍ່ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດກອງປະຊຸມກອງປະຊຸມວຽກງານຈັດຕັ້ງ, ວຽກງານພັກ-ພະນັກງານ ຄະນະໂຄສະນາອົບຮົມສູນກາງພັກ, ໃຫ້ກຽດເປັນປະທານ ຂອງທ່ານ ປອ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ມີຄະນະບໍລິຫານງານພັກ ຄະນະໂສະນາອົບຮົມສູນກາງພັກ, ຕາງໜ້າຄະນະຈັດຕັ້ງສູນກາງພັກ, ຮອງເລຂາໜ່ວຍພັກ, ຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ ແລະ ຮອງຫົວໜ້າພະແນກເຂົ້າຮ່ວມຢ່າງພ້ອມພຽງ.

    ຈຸດປະສົງຂອງກອງປະຊຸມແມ່ນເພື່ອຈັດຕັ້ງຜັນຂະຫຍາຍຜົນສຳເລັດຂອງກອງປະຊຸມວຽກຈັດຕັ້ງທົ່ວປະເທດຄ້ັງທີ XI  ແລະ ພ້ອມກັນສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານກໍ່ສ້າງພັກພະນັກງານ ແລະ ປັບປຸງກົງຈັກໃນໄລຍະ 5 ປີຜ່ານມາ ແລະ ກຳນົດທິດທາງວຽກງານ 5 ປີຕໍ່ໜ້າ ແລະ ພ້ອມກັນປະກອບຄຳຄິດຄຳເຫັນເພື່ອຄວາມເປັນເອກະພາບ.

    ໃນພິທີ ທ່ານ ອານົງສັກ ອິນທະວົງ ຄະນະພັກ, ຫົວໜ້າກົມຈັດຕັ້ງ-ພະນັກງານຂຶ້ນຜ່ານບົດສະຫຼຸບຕີລາຄາສະພາບຈັດຕັ້ງປະຕິບັດວຽກງານກໍ່ສ້າງ-ພະນັກງານ ແລະ ການປັບປຸງກົງຈັກການຈັດຕັ້ງໄລຍະ 5 ປີ(2016-2020) ແລະ ທິດທາງແຜນການ(2021-2025). ໃນກອງປະຊຸມຍັງໄດ້ຮັບຟັງບົດປະກອບຄຳເຫັນຂອງໜ່ວຍພັກສັງລວມໃນຫົວຂໍ້ການກໍ່ສ້າງໜ່ວຍພັກປອດໄສ, ເຂັ້ມແຂງ, ​ໜັກແໜ້ນ ແລະ ບົດປະກອບຄຳເຫັນຂອງຄະນະຊາວໜຸ່ມຄະນະໂຄສະນາອົບຮົມສູນກາງພັກໃນຫົວຂໍ້ການກໍ່ສ້າງພັກພະນັກງານຮຸ່ນໜຸ່ມໃນຂະບວນການວຽກງານວິຊາສະເພາະ.

    ໃນຕອນທ້າຍ, ທ່ານປະທານກອງປະຊຸມ ໄດ້ມີຄຳເຫັນສະຫລຸບສັງລວມເນື້ອໃນ ຂອງກອງປະຊຸມ ແລະ ເນັ້ນໜັກຕື່ມບາງບັນຫາ ເປັນຕົ້ນ ຄະນະພັກ, ຄະນະນຳ ແຕ່ລະກົມຖືເອົາວຽກງານປັບປຸງກົງຈັກການຈັດຕັ້ງ ເປັນວຽກງານບຸລິມະສິດໜຶ່ງ ທີ່ຢູ່ໃນຄວາມຮັບຜິດຊອບຂອງກົມຕົນເອງໂດຍເພີ່ມທະວີຄວາມຮັບຜິດຊອບສູງ ໃນການປັບປຸງໃຫ້ສຳເລັດຕາມກຳນົດເວລາ, ທັງຮັບປະກັນການກຳນົດພາລະບົດບາດມີຄວາມຊັດເຈນ, ເຮັດກຸມ, ເຫັນໄດ້ກົງຈັກຫລັກ ແລະ ກົງຈັກໜູນ ຢ່າງຈະແຈ້ງ, ສອດຄ່ອງ ແລະ ແທດເໝາະກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານຕົວຈິງ; ເອົາໃຈໃສ່ເຮັດວຽກງານສຶກສາອົບຮົມການເມືອງແນວຄິດ ໃຫ້ແກ່ພະນັກງານ-ລັດຖະກອນໃນເວລາການດໍາເນີນການປັບປຸງຊັບຊ້ອນໃຫ້ເໝາະສົມ ແລະ ຕາມຄວາມຈໍາເປັນພາວະວິໄສຂອງວຽກງານໃນໄລຍະໃໝ່, ເປັນເຈົ້າການເຂົ້າຮ່ວມດ້ວຍຄວາມຮັບຜິດຊອບສູງ, ຮັກສາຄວາມສາມັກຄີເປັນປຶກແຜນ ແລະ ຄວາມເປັນເອກະພາບສູງ.