ສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານໃນວຽກງານການເມືອງ-ແນວຄິດ

ສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານໃນວຽກງານການເມືອງ-ແນວຄິດ

ໂດຍ: ທ່ານ ຄຳວິສັນ ແກ້ວສຸວັນ ຜູ້ຊ່ວຍຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ

    ພັກເຮົາຍາມໃດກໍຢຶດໝັ້ນທິດນຳພື້ນຖານຂອງພັກເຮົາຄື: “ວຽກງານການເມືອງ-ແນວຄິດເປັນໜ້າທີ່ສຳຄັນພື້ນຖານ, ເປັນວຽກກົກ, ເປັນວຽກທີ່ເຮັດກ່ອນ,​ ເຮັດເປັນປະຈຳ ແລະ ສອດຫ້ອຍໄປທຸກຂົງເຂດວຽກງານຂອງພັກ-ລັດ, ຂອງອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງສັງຄົມ, ເປັນປັດໃຈຮັບປະກັນທຸກໄຊຊະນະຂອງການປະຕິວັດ”

    ບົນຈິດໃຈດ່ັງກ່າວໃນການດຳເນີນພາລະກິດປ່ຽນແປງໃຫມ່. ພັກເຮົາຍາມໃດກໍເຫັນໄດ້ຄວາມສຳຄັນຂອງວຽກງານການເມືອງ-ແນວຄິດເຊິ່ງໃນທຸກໆມະຕິຂອງກອງປະຊຸມໃຫຍ່ຂອງພັກກໍລ້ວນແຕ່ໄດ້ກຳນົດທິດທາງສຳຄັນ ແລະ ໜ້າທີ່ຕົ້ນຕໍຂອງວຽກງານແນວຄິດໃນແຕ່ລະໄລຍະໂດຍຫວ່າງບໍ່ດົນມານີ້ ກົມການເມືອງສູນກາງພັກກໍໄດ້ອອກມະຕິເລກທີ 206/ກມສພ, ລົງວັນທີ 07/12/2020 ວ່າດ້ວຍການຍົກສູງວຽກງານການເມືອງແນວຄິດໃນໄລຍະໃໝ່ ເພື່ອເຮັດໃຫ້ມະຕິດັ່ງກ່າວໄດ້ຮັບການຈັດຕັ້ງຜັນຂະຫຍາຍຢ່າງກ້ວາງຂວາງ; ເລິກເຊິ່ງ ແລະ ສາມາດແກ້ໄຂບັນຫາທີ່ເກີດຂຶ້ນທີ່ສັງຄົມສົນໃຈ ແລະ ເລັ່ງທວງໃນປັດຈຸບັນ. ຄະນະໂຄສະນາອົບຮົມສູນກາງພັກກໍໄດ້ອອກຄຳແນະນຳສະບັບເລກທີ 14/ຄອສພ, ລົງວັນທີ 2 ມິຖຸນາ 2021 ກ່ຽວກັບການຈັດຕັ້ງເຊື່ອມຊຶມມະຕິດັ່ງກ່າວຄະນະພັກບັນດາກະຊວງ-ອົງການ; ຄະນະພັກແຂວງ ແລະ ນະຄອນຫຼວງວຽງຈັນໃນທົ່ວປະເທດ.

    ຜູ້ຂຽນຄິດວ່າ:ຈິດໃຈສຳຄັນໃນມະຕິມີຫຼາຍແຕ່ຢາກໃຫ້ເພື່ອນຜູ້ອ່ານໂດຍສະເພາະຜູ້ທີ່ເຮັດວຽກງານການເມືອງ-ແນວຄິດຕ້ອງກຳໃຫ້ແໜ້ນເພື່ອສາມາດສ້າງການຫັນປ່ຽນຢ່າງແຂງແຮງ; ເລິກເຊິ່ງ ແລະ ຮອບດ້ານໃນວຽກງານການເມືອງ-ແນວຄິດໃນຊຸມປີຕໍ່ໜ້າດັ່ງນີ້:

ໜຶ່ງ ສືບຕໍ່ຈັດຕັ້ງປະຕິບັດໂຄງການຄົ້ນຄວ້າທິດສະດີ ແລະ ສັງລວມພຶດຕິກຳທີ່ສູນກາງພັກກຳນົດໃຫ້ສຳເລັດຜົນ ແລະ ຮັບປະກັນຄຸນນະພາບ, ນັບທັງໂຄງການຄົ້ນຄວ້າແນວຄິດປະທານ ໄກສອນ ພົມວິຫານ; ເອົາໃຈໃສ່ຄົ້ນຄວ້າສັງລວມພຶດຕິກຳໃຫ້ເລິກເຊິ່ງທັງຈາກຜົນສຳເລັດ ແລະ ຄວາມຂາດຕົກບົກຜ່ອງ ໃນການພັດທະນາເສດຖະກິດ-ສັງຄົມ, ການກໍ່ສ້າງ ແລະ ປັບປຸງພັກໃນໄລຍະຜ່ານມາໃຫ້ເລິກເຊິ່ງ, ຖອດໃຫ້ໄດ້ບັນຫາທີ່ເປັນພື້ນຖານຮັບໃຊ້ການປັບປຸງບູລະນະແນວທາງແຜນນະໂຍບາຍຂອງພັກ.

ສອງ ປັບປຸງຫຼັກສູດທິດສະດີການເມືອງຢູ່ສະຖາບັນການສຶກສາຕ່າງໆເຊິ່ງຕ້ອງຮັບປະກັນການສະໜອງຫຼັກມູນທິດສະດີການເມືອງອັນເປັນພື້ນຖານ, ຄວາມຮູ້ກ່ຽວກັບພັກ ແລະ ປະຫວັດສາດຂອງຊາດຢ່າງເປັນລະບົບຕອບສະໜອງເລັ່ງທວງຂອງສະພາບການໃນໄລຍະໃໝ່ ແລະ ແທດເໝາະກັບແຕ່ລະເປົ້າໝາຍທີ່ເຂົ້າສຶກສາຮ່ຳຮຽນຢູ່ສະຖາບັນການເມືອງການ ແລະ ການປົກຄອງແຫ່ງຊາດ, ໂຮງຮຽນການເມືອງ-ການປົກຄອງທ້ອງຖິ່ນ, ສະຖາບັນການສຶກສາທັງພາກລັດ ແລະ ພາກເອກະຊົນ.

ສາມ ເອົາໃຈໃສ່ກຳແໜ້ນສະພາບການເຄື່ອນໄຫວໂຄສະນາບິດເບືອນ, ໃສ່ຮ້າຍປ້າຍສີຂອງບັນດາອິດທິກຳລັງປໍລະປັກ, ສະພາບແນວຄິດ, ຫາງສຽງສັງຄົມໄປຄຽງຄູ່ກັບການຄົ້ນຄວ້າວິເຄາະວິໄຈ ເພື່ອເຫັນໄດ້ບັນຫາທີ່ຕ້ອງແກ້ໄຂຢ່າງຖືກຕ້ອງທັນການ. ຈາກນັ້ນ ສ້າງ ແລະ ປັບປຸງເອກະສານສຶກສາອົບຮົມການເມືອງ-ແນວຄິດໃຫ້ເປັນຫົວຂໍ້ສະເພາະດ້ວຍເນື້ອໃນທີ່      ເໝາະສົມກັບສະພາບຕົວຈິງ ແລະ ສຸມໃສ່ແກ້ໄຂບັນຫາດ້ານການເມືອງ-ແນວຄິດຢ່າງມີຈຸດສຸມຕາມແຕ່ລະເປົ້າໝາຍ… ແນໃສ່ຍົກສູງສະຕິລະວັງຕົວ ແລະ ມີຄວາມເດັດຂາດໃນການຕ້ານ ແລະ ແກ້ໄຂຕໍ່ການເກີດສະພາບຫັນປ່ຽນທີ່ບໍ່ດີຈາກພາຍໃນຂອງຕົນເອງຢ່າງແຂງແຮງ.

ສີ່ ປັບປຸງ ແລະ ຍົກສູງຄຸນນະພາບຂອງການຈັດຕັ້ງ ແລະ ຖັນແຖວພະນັກງານທີ່ເຮັດວຽກໃນຂົງເຂດການເມືອງ-ແນວຄິດ ແລະ ການເຄື່ອນໄຫວຂອງອົງການດັ່ງກ່າວໂດຍສຸມໃສ່ບາງດ້ານດັ່ງນີ້:

  • ຈັດຕັ້ງຝຶກອົບຮົມຍົກລະດັບທາງດ້ານທິດສະດີການເມືອງ, ແນວທາງຂອງພັກ, ລະບຽບກົດໝາຍ ແລະ ແຜນພັດທະນາເສດຖະກິດ-ສັງຄົມໃຫ້ນັກໂຄສະນາປາຖະກະຖາ, ນັກບັນນາທິການ, ນັກຂ່າວ, ນັກຂຽນ, ນັກໜັງສືພິມໃຫ້ມີຄວາມຮູ້ຄວາມສາມາດພຽງພໍໃນການເຄື່ອນໄຫວໜ້າທີ່ວຽກງານຂອງຕົນດ້ວຍຄວາມໜັກແໜ້ນ, ເຂ້ັມແຂງ ແລະ ທັນການ.
  • ເອົາໃຈໃສ່ນຳພາ-ຊີ້ນຳວຽກງານຖະແຫຼງຂ່າວ ແລະ ສື່ມວນຊົນໃຫ້ມີການເຄື່ອນໄຫວແຂງແຮງ, ແຫຼມຄົມ ແລະ ທັນການກວ່າເກົ່າ; ພ້ອມກັນນັ້ນກໍຕ້ອງເອົາໃຈໃສ່ຄຸ້ມຄອງການເຄື່ອນໄຫວດ້ານສີລະປະວັນນະຄະດີໃຫ້ຖືກຕ້ອງຕາມລະບຽບກົດໝາຍ; ຮັບປະກັນການເຜີຍແຜ່, ຖ່າຍທອດຮີດຄອງປະເພນີ, ຄ່ານິຍົມອັນດີງາມຂອງຊາດ, ປະສົມປະສານກັບການຮັບສິ່ງທີ່ຍອດຍິ່ງຂອງຍຸກສະໄໝຢ່າງເປັນເຈົ້າການ.
  • ເພື່ອທະວີການຄຸ້ມຄອງອິນເຕີເນັດ, ນັບທັງຄຸ້ມຄອງຜະລິດຕະພັນສື່ ແລະ ອຸປະກອນຮັບ-ສົ່ງສັນຍານອອນໄລນ໌ ຕາມກົດໝາຍຢ່າງເຂັ້ມງວດ. ພ້ອມກັນນັ້ນ, ກໍຕ້ອງປະຕິບັດມາດຕະການຢ່າງເດັດຂາດຕໍ່ຜູ້ໂຄສະນາ, ເຜີຍແຜ່, ແຈກຢາຍສື່ສິ່ງພິມ, ສື່ເອເລັກໂຕຼນິກທີ່ມີເນື້ອໃນບິດເບືອນ, ໃສ່ຮ້າຍປ້າຍສີ ໂດຍມີເຈດຕະນາສ້າງຄວາມສັບສົນດ້ານແນວຄິດຈິດຕະສາດເພື່ອແບ່ງແຍກ ແລະ ມ້າງເພຄວາມສະຫງົບທາງດ້ານການເມືອງ ແລະ ຄວາມໝັ້ນຄົງຂອງປະເທດຊາດ, ນັບທັງຜູ້ເຜີຍແຜ່ສື່ສິ່ງພິມທີ່ບໍ່ສອດຄອງກັບວັດທະນະທຳ ແລະ ປະເພນີອັນດີງາມຂອງຊາດທີ່ມີກົດ ໝາຍຫ້າມ, ເພື່ອຮັບປະກັນຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພທາງສັງຄົມ.
  • ສ້າງ ແລະ ປັບປຸງຍົກລະດັບຄວາມແຮງຂອງສະຖານີວິທະຍຸ, ໂທລະພາບເພື່ອກະຈາຍສຽງ, ແຜ່ພາບໄດ້ໄກ ແລະ ທົ່ວເຖິງ; ເພີ່ມກຳລັງພະນັກງານ ແລະ ອຸປະກອນ-ເຕັກນິກຮັບໃຊ້ການໂຄສະນາ ແລະ ອົບຮົມໃຫ້ຂັ້ນເມືອງ, ສ້າງຕາໜ່າງນັກປາຖະກະຖາຕ່າງໆ, ຊຸກຍູ້ ແລະ ປັບປຸງກອງໂຄສະນາເຄື່ອນທີ່ຂອງແຂວງ, ຂອງເມືອງໄດ້ເຄື່ອນໄຫວຢ່າງເປັນປົກກະຕິ ແລະ ແຂງແຮງກວ່າເກົ່າ ເພື່ອຍົກສູງຄວາມສາມາດໃນການໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ ແລະ ລັດ, ສະພາບການທີ່ພົ້ນເດັ່ນ, ສາລະໜ້າຮູ້ດ້ານຕ່າງໆໃຫ້ເລິກເຊິ່ງ ແລະ ທົ່ວເຖິງທຸກເປົ້າໝາຍໂດຍສະເພາະແມ່ນປະຊາຊົນຢູ່ເຂດຫ່າງໄກສອກຫຼີກ.

ຫ້າ ເພີ່ມທະວີສຶກສາອົບຮົມການເມືອງ-ແນວຄິດໃຫ້ຄົນຮຸ່ນໝຸ່ມເປັນຕົ້ນແມ່ນເຍົາວະຊົນ, ຊາວໜຸ່ມໃຫ້ຮູ້ໄດ້ມູນເຊື້ອຂອງພັກ, ຂອງຊາດ, ຂອງບັນພະບູລຸດເຮົາ, ມີຈິດໃຈຮັກຊາດ-ຮັກລະບອບໃໝ່, ມີຄວາມຕື່ນຕົວທາງດ້ານການເມືອງສູງ, ເປັນພົນລະເມືອງດີຂອງຊາດ, ມີຄວາມສາມັກຄີເອື້ອເຟື້ອເພື່ອແຜ່ຊ່ວຍເຫຼືອກັນ, ມີຄວາມກະຕັນຍູຮູ້ບຸນຄຸນ, ສຸພາບຮຽບຮ້ອຍ, ສັດຊື່, ປະຢັດ, ຊັດທ່ຽງ, ດຸໝັ່ນ, ອາດຫານ, ອົດທົນ; ມີຄວາມຫ້າວຫັນໃນການຄົ້ນຄິດປະດິດສ້າງ ແລະ ສະແຫວງຫາຄວາມກ້າວໜ້າທາງດ້ານວິທະຍາສາດເຕັກໂນໂລຊີນະວັດຕະກຳ ແລະ ພູມປັນຍາແຫ່ງຍຸກສະໄໝ.

    ການຈັດຕັ້ງເຜີຍແຜ່, ເຊື່ອມຊຶມ, ກຳແໜ້ນບັນດາທັດສະນະພື້ນຖານກ່ຽວກັບການຍົກສູງຄຸນນະພາບການເມືອງ-ແນວຄິດໃນໄລຍະໃໝ່ ແລະ ບັນດາເນື້ອໃນຕົ້ນຕໍຂອງມະຕິດ່ັງກ່າວແມ່ນສຳຄັນຫຼາຍ ເພື່ອວາງບັນດາວິທີການ ແລະ ມາດຕະການຕົວຈິງໃນການຜັນຂະຫຍາຍໃຫ້ແທດເໝາະກັບສະພາບຕົວຈິງ ໃນຂົງເຂດວຽກງານທີ່ຕົນຮັບຜິດຊອບ, ສ້າງຄວາມຮັບຮູ້ເຂົ້າໃຈຢ່າງເປັນເອກະພາບໃນການຈັດຕັ້ງປະຕິບັດຕົວຈິງໃຫ້ມີປະສິດທິຜົນກວ່າເກົ່າ, ຈຳກັດ ແລະ ແກ້ໄຂແບບແຜນເກົ່າ,​ ດ່ັງເດີມທີ່ເຮັດແບບຮູບການພໍໃຫ້ແລ້ວວຽກໂດຍບໍ່ຄຳນືງເຖີງປະສິດທິຜົນຂອງວຽກງານ.

    ທ່ານ ປະທານໄກສອນ ພົມວິຫານ ເຄີຍກ່າວໄວ້ວ່າ: “ແຕ່ໃດໆມາພັກເຮົາໄດ້ຖືວ່າວຽກງານການເມືອງ-ແນວຄິດ ແລະ ທິດສະດີແມ່ນວຽກງານທີ່ມີຄວາມສຳຄັນ, ມັນເປັນເສັ້ນໄໝແດງທີ່ສອດຫ້ອຍໄປໃນທຸກວຽກງານຂອງຄະນະພັກທຸກຂັ້ນ ແລະ ທຸກເວລາ…”

(ໄກສອນ ພົມວິຫານ ນິພົນເລືອກເຟັ້ນເຫຼັ້ມ4 ໜ້າ 379)