ກົມຈັດຕັ້ງ-ພະນັງການ ຄອສພ ເຂົ້າຮ່ວມສ່ອງແສງລາຍງານວຽກງານກໍ່ສ້າງພັກ, ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງຂອງແຕ່ລະກະຊວງອົງການ

ກົມຈັດຕັ້ງ-ພະນັງການ ຄອສພ ເຂົ້າຮ່ວມສ່ອງແສງລາຍງານວຽກງານກໍ່ສ້າງພັກ, ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງຂອງແຕ່ລະກະຊວງອົງການ

    ໃນຕອນເຊົ້າວັນທີ 15 ກຸມພາ 2022 ກົມຈັດຕັ້ງ-ພະນັງການ ຄອສພ ເຂົ້າຮ່ວມສ່ອງແສງລາຍງານວຽກງານກໍ່ສ້າງພັກ, ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງຂອງແຕ່ລະກະຊວງອົງການຜ່ານລະບົບທາງໄກທີ່ຄະນະຈັດຕັ້ງສູນກາງພັກໄດ້ຈັດຂຶ້ນ ໃຫ້ກຽດເປັນປະທານ ທ່ານ ນ. ສີໄສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ເຂົ້າຮ່ວມມີ:ບັນດາຫົວໜ້າກົມຈັດຕັ້ງ-ພະນັກງານແຕ່ລະກະຊວງອົງການເຂົ້າຮ່ວມຢ່າງພ້ອມພຽງ.

    ໃນພິທີໄດ້ຮັບຟັງການລາຍງານວຽກງານກໍ່ສ້າງພັກ, ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງຂອງແຕ່ລະສະຖາບັນ, ກະຊວງອົງການ, ສະພາບທີ່ພົ້ນເດັ່ນໃນການຈັດຕັ້ງປະຕິບັດວຽກງານກໍ່ສ້າງພັກ, ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ໂດຍສະເພາະວຽກງານແຜນກຳນົດພະນັກງານນຳພາ-ຄຸ້ມຄອງຢູ່ແຕ່ລະກະຊວງອົງການ

     ໃນຕອນທ້າຍພິທີ ທ່ານ ນ. ສີໄສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງ ຕໍ່ການຈັດຕັ້ງປະຕິບັດວຽກງານຈັດຕັ້ງໄລຍະຜ່ານມາ ແລະ ເນັ້ນໜັກໃຫ້ການຈັດຕັ້ງທຸກຂັ້ນ ຕ້ອງເພີ່ມທະວີຄວາມຮັບຜິດຊອບສູງຂຶ້ນຕໍ່ວຽກງານການກໍ່ສ້າງພັກ ແລະ ວຽກງານພະນັກງານ, ສຶກສາອົບຮົມສະມາຊິກພັກໃຫ້ກຳແໜ້ນມະຕິ, ຄຳສັ່ງຂອງພັກ ແລະ ກົດໝາຍຂອງລັດ. ພ້ອມນັ້ນ ກໍບຸກທະລຸແກ້ໄຂສິ່ງທີ່ຍັງອ່ອນຄົງຄ້າງໃຫ້ເຂົ້າສູ່ລວງເລິກ ແນ່ໃສ່ສ້າງທັດສະນະທາງການເມືອງໃຫ້ຖືກຕ້ອງ, ມີຄວາມຮັບຮູ້ເປັນເອກະພາບ, ມີຄວາມເຊື້ອໝັ້ນ ແລະ ຕື່ນຕົວປະຕິບັດແນວທາງນະໂຍບາຍຂອງພັກ-ລັດດ້ວຍຄວາມເປັນເຈົ້າການ, ປັບປຸງການຈັດຕັ້ງໃຫ້ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ,​ ບົນຫຼັກການລວມສູນປະຊາທິປະໄຕ, ນຳພາເປັນໝູ່ຄະນະ ແລະ ບຸກຄົນຮັບຜິດຊອບ.