ກອງປະຊຸມສຳມະນາວິທະຍາສາດລະດັບຊາດ ພາຍໃຕ້ຫົວຂໍ້ “ ຊີວິດ ແລະ ພາລະກິດປະຕິວັດ ຂອງປະທານ ໄກສອນ ພົມວິຫານ ໄລຍະກ່ອນປີ 1955 

ກອງປະຊຸມສຳມະນາວິທະຍາສາດລະດັບຊາດ ພາຍໃຕ້ຫົວຂໍ້ “ ຊີວິດ ແລະ ພາລະກິດປະຕິວັດ ຂອງປະທານ ໄກສອນ ພົມວິຫານ ໄລຍະກ່ອນປີ 1955”. 

    ສະພາທິດສະດີສູນກາງພັກ ຄະນະຮັບຜິດຊອບການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ຮ່ວມກັບ ແຂວງສະຫວັນນະເຂດ ຈັດກອງປະຊຸມສຳມະນາວິທະຍາສາດ ພາຍໃຕ້ຫົວຂໍ້ “ຊີວິດ ແລະ ພາລະກິດປະຕິວັດ ຂອງປະທານ ໄກສອນ ພົມວິຫານ ໄລຍະກ່ອນປີ 1955” ຂຶ້ນ ໃນວັນທີ 1 ມີນາ ນີ້ ທີ່ຫ້ອງປະຊຸມຫໍວັດທະນະທຳ ໄກສອນ ພົມວິຫານ ແຂວງສະຫວັນນະເຂດ, ໃຫ້ກຽດເປັນປະທານຊີ້ນຳກອງປະຊຸມ ໂດຍ ສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ຫົວໜ້າຄະນະຮັບຜິດຊອບການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ແລະ ໃຫ້ກຽດເປັນຄະນະປະທານຮ່ວມມີ ສະຫາຍ ສົມສະຫວາດ ເລັ່ງສະຫວັດ ທີ່ປຶກສາສະພາທິດສະດີສູນກາງພັກ ທີ່ປຶກສາຄະນະຮັບຜິດຊອບການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ສະຫາຍ ຄໍາພັນ ເຜີຍຍະວົງ ໄດ້ກ່າວວ່າ: ກອງປະຊຸມສຳມະນາວິທະຍາສາດລະດັບຊາດ ພາຍໃຕ້ຫົວຂໍ້: “ຊີວິດ ແລະ ພາລະກິດປະຕິວັດ ຂອງປະທານ ໄກສອນ ພົມວິຫານ ໄລຍະກ່ອນປີ 1955” ໃນເທື່ອນີ້ ເປັນກອງປະຊຸມທີ່ມີຄວາມໝາຍສຳຄັນ ທັງໃນດ້ານທິດສະດີ, ພຶດຕິກຳ ແລະ ເປັນປະໂຫຍດໃຫຍ່ຫຼວງແທດຕົວຈິງໃນການຮ່ຳຮຽນເອົາແບບແຜນການດຳລົງຊີວິດ ໂດຍຜ່ານບັນດາຜົນງານການຊີ້ນຳ-ນຳພາ ພາລະກິດປະຕິວັດຂອງເພິ່ນ ໃຫ້ແກ່ການສຶກສາອົບຮົມພະນັກງານ, ສະມາຊິກພັກ, ກຳລັງປະກອບອາວຸດ ຕະຫຼອດຮອດປະຊາຊົນລາວບັນດາເຜົ່າ.

    ສະຫາຍ ພູວົງ ອຸ່ນຄຳແສນ ເລຂາຄະນະພັກ ຫົວໜ້າ ສມປຊ ໄດ້ຍົກໃຫ້ເຫັນວ່າ: ປະທານ ໄກສອນ  ພົມວິ ຫານ ກໍາເນີດ ແລະ ເຕີບໃຫຍ່ຂຶ້ນໃນເງື່ອນໄຂທີ່ປະເທດລາວຂອງພວກເຮົາໄດ້ຕົກເປັນຫົວເມືອງຂຶ້ນ ຂອງພວກລ່າເມືອງຂຶ້ນຝຣັ່ງ, ຍີ່ປຸ່ນ ແລະ ຈັກກະພັດອາເມຣິກາ. ປະທານ ໄກສອນ  ພົມວິຫານ ໄດ້ພະຍາຍາມບຸກບືນຜ່ານຜ່າທຸກອຸປະສັກ, ສະແຫວງຫາຄວາມຮູ້ໃຫ້ແກ່ຕົນເອງ, ຕິດຕາມ ແລະ ຊອກຮູ້ຂະບວນການເຄື່ອນໄຫວຂອງບັນດາອົງການຈັດຕັ້ງທີ່ເກີດຂຶ້ນຢູ່ລາວ ກໍຄືຢູ່ສາມປະເທດອິນດູຈີນ ດ້ວຍຈິດໃຈຈົດຈໍ່, ເວລາໃດກໍມີນໍ້າໃຈຮັກຊາດ, ຮັກປະຊາຊົນ ໂດຍມີຄວາມມຸ່ງຫວັງຢາກປົດປ່ອຍປະເທດຊາດຂອງຕົນ ໃຫ້ຫຼຸດພົ້ນອອກຈາກແອກປົກຄອງຂອງພວກຈັກກະພັດຕ່າງດ້າວ. ປະທານ ໄກສອນ ພົມວິຫານ ເປັນຜູ້ນຳທີ່ດີເດັ່ນ ຂອງພັກ ແລະ ລັດເຮົາ, ເປັນຜູ້ນຳທີ່ເຄົາລົບຮັກ, ເປັນລູກຜູ້ປະເສີດ ຂອງປະຊາຊົນລາວບັນດາເຜົ່າ. ເພີ່ນມີຄຸນງາມຄວາມດີຢ່າງໃຫຍ່ຫຼວງທີ່ຫາອັນປຽບບໍ່ໄດ້ຕໍ່ພັກ, ຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນ. ເພິ່ນໄດ້ອຸທິດຕະຫຼອດຊີວິດ ຂອງຕົນໃຫ້ແກ່ພາລະກິດປະຕິວັດ, ແມ່ນປັດໄຈຕັດສິນທຸກໄຊຊະນະຂອງການປະຕິວັດເຮົາ, ຊີວິດ ແລະ ພາລະກິດປະຕິວັດຂອງ ປະທານ ໄກສອນ ພົມວິຫານ ຍາມໃດກໍຕິດພັນກັບປະຫວັດສາດຂອງຊາດລາວ, ຂອງການປະຕິວັດລາວ ເເລະ ເປັນແວ່ນແຍງອັນໃສແຈ້ງ ທີ່ປວງຊົນລາວທັງຊາດຕ້ອງຮ່ຳຮຽນ ແລະ ປະຕິບັດຕາມ.

    ກອງປະຊຸມໄດ້ຮັບຟັງການນຳສະເໜີ 5 ຫົວຂໍ້ຍ່ອຍເຊັ່ນ: ສະພາບແວດລ້ອມ ຂອງແຂວງສະຫວັນນະເຂດ ບ້ານເກີດຂອງ ປະທານ ໄກສອນ ພົມວິຫານ; ສະພາບຄອບຄົວຂອງ ປະທານ ໄກສອນ ພົມວິຫານ; ຊີວິດໄວໜຸ່ມ ຂອງ ປະທານ ໄກສອນ ພົມວິຫານ; ປະທານ ໄກສອນ ພົມວິຫານ ກ້າວເປັນນັກຕໍ່ສູ້ກູ້ຊາດ (1945-1948) ແລະ ພາລະກິດການນໍາພາ ຂະບວນການຕໍ່ສູ້ ຢູ່ລາວໃນໄລຍະ (1949-1955) ຊຶ່ງໄດ້ຍົກໃຫ້ເຫັນເນື້ອໃນອັນອຸດົມສົມບູນ, ມີຊີວິດຊີວາ ແລະ ຢັ້ງຢືນເຖິງຊີວິດ ແລະພາລະກິດປະຕິວັດຂອງ ປະທານ ໄກສອນ ພົມວິຫານ ຜູ້ທີ່ໄດ້ອຸທິດຊີວິດ ແລະ ປະກອບສ່ວນອັນຍິ່ງໃຫຍ່ ຕໍ່ພາລະກິດປະຕິວັດ ຂອງປະຊາຊົນລາວ ແລະ ມີສ່ວນປະກອບເຂົ້າໃນການປະຕິວັດໂລກ. ພວກເຮົາມີສິດເອກອ້າງທະນົງໃຈຕໍ່ທາດແທ້ອັນດີງາມ, ມູນເຊື້ອວິລະຊົນ ແລະ ການປະຕິວັດອັນສະຫງ່າລາສີ ຂອງປະທານ ໄກສອນ ພົມວິຫານ.

    ສະຫາຍ ຄໍາພັນ ເຜີຍຍະວົງ ໄດ້ຕີລາຜົນໄດ້ຮັບໃນເບື້ອງຕົ້ນ ທີ່ນັກວິທະຍາສາດໄດ້ຄົ້ນຄວ້າຢ່າງເລິກເຊິ່ງ ແລະ ຈະແຈ້ງ ກ່ຽວກັບຊີວິດ ແລະ ພາລະກິດປະຕິວັດ ຂອງປະທານ ໄກສອນ ພົມວິຫານ ແລະ ໄດ້ເນັ້ນໜັກໃຫ້ພະນັກງານ, ສະມາຊິກພັກ, ປະຊາຊົນລາວບັນດາເຜົ່າ ສືບຕໍ່ຝຶກຝົນຫຼໍ່ຫຼອມ ແລະຮ່ຳຮຽນເອົາແບບແຜນດຳລົງຊີວິດ ແລະ ພາລະກິດປະຕິວັດ ຂອງປະທານ ໄກສອນ ພົມວິຫານ ໃນຕໍ່ໜ້າ.

    ສຳລັບວຽກງານຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ໃນໄລຍະຜ່ານມາ ນັບຕັ້ງແຕ່ກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກຮັບຮອງເອົາແນວຄິດ ໄກສອນ ພົມວິຫານ ຮ່ວມກັບລັດທິມາກ-ເລນິນ ແລະ ມູນເຊື້ອອັນດີງາມຂອງພັກ ເປັນພື້ນຖານແນວຄິດທິດສະດີຂອງພັກ, ກົມການເມືອງສູນກາງພັກ ໄດ້ອອກມະຕິຕົກລົງ ສະບັບເລກທີ 058/ກມສພ ລົງວັນທີ 13 ທັນວາ 2018 ວ່າດ້ວຍການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ແລະ ມະຕິສະບັບເລກທີ 063/ກມສພ ລົງວັນທີ 12 ມີນາ 2019 ວ່າດ້ວຍການ ແຕ່ງຕັ້ງ ຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ. ນັບແຕ່ນັ້ນເປັນຕົ້ນມາການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ໄດ້ດຳເນີນໄປຢ່າງ ເປັນລະບົບ ພາຍໃຕ້ການຊີ້ນຳໂດຍກົງຂອງກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ. ຕະຫຼອດໄລຍະ 3 ປີຜ່ານມາ ຄະນະຮັບຜິດຊອບການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ສາມາດດຳເນີນການຄົ້ນຄວ້າສຳເລັດທັງໝົດ 8 ຫົວຂໍ້ລະດັບຊາດ ໃນຂົງເຂດການປ່ຽນແປງໃໝ່ທາງດ້ານເສດຖະກິດ, ວຽກພັກ-ພະນັກງານ; ວຽກງານວັດທະນະທຳ, ສັງຄົມ; ວຽກງານຂົງເຂດອຳນາດລັດ, ວຽກງານປ້ອງກັນຊາດ, ວຽກງານປ້ອງກັນຄວາມສະຫງົບ ແລະ ການ ຕ່າງປະເທດ; ວຽກງານແນວໂຮມ ແລະ ອົງການຈັດຕັ້ງມະຫາຊົນ, ກ່ຽວກັບຄຸນສົມບັດ ສິນທຳປະຕິວັດ ຂອງປະທານ ໄກສອນ ພົມວິຫານ, ຄະນະຮັບຜິດຊອບຄົ້ນຄວ້າ ແນວຄິດ ໄກສອນ ພົມວິຫານ ກໍຍັງໄດ້ດຳເນີນການເກັບກຳຂໍ້ມູນ ເພື່ອກະກຽມໃຫ້ແກ່ການສ້າງນິພົນຄົບຊຸດ ໄກສອນ ພົມວິຫານ ຊຶ່ງມາຮອດ ປັດຈຸບັນ ສາມາດຮີບໂຮມເອກະສານຕ່າງໆໄດ້ 1.000 ກວ່າສະບັບ, ແລະ ດຳເນີນການຕີພິມ ໄດ້ແລ້ວ 4.350 ກວ່າໜ້າ; ສຳລັບປີ 2021 ໄດ້ດຳເນີນການຄົ້ນຄວ້າຈຳນວນ 4 ຫົວຂໍ້ໃຫຍ່: ຊີວິດ ແລະ ພາລະກິດປະຕິວັດຂອງປະທານ ໄກສອນ ພົມວິຫານ ໄລຍະກ່ອນ ປີ 1955; ແນວຄິດ ໄກສອນ ພົມວິຫານ ກ່ຽວກັບການປະຕິວັດຊາດ ປະຊາທິປະໄຕ ກ້າວຂຶ້ນສູ່ສັງຄົມນິຍົມ; ແນວຄິດ ໄກສອນ ພົມວິຫານ ກ່ຽວກັບວຽກງານຊາວໜຸ່ມ ແລະ ແນວຄິດ ໄກສອນ ພົມວິຫານ ກ່ຽວກັບວຽກງານແມ່ຍິງ ບັນດາຫົວຂໍ້ຕ່າງໆເຫຼົ່ານັ້ນແມ່ນຈະຈັດຕັ້ງສຳມະນາໃນໃນມໍ່ໆນີ້.

ຂ່າວ-ພາບ: ສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ