ກອງປະຊຸມປະກາດການຈັດຕັ້ງ ແລະ ເຜີຍແຜ່ພາລະບົດບາດສະພາທິດສະດີສູນກາງພັກ

ກອງປະຊຸມປະກາດການຈັດຕັ້ງ ແລະ ເຜີຍແຜ່ພາລະບົດບາດສະພາທິດສະດີສູນກາງພັກ

    ໃນວັນທີ 22 ມີນາ 2022 ທີ່ຫ້ອງປະຊຸມສະພາທິດສະດີສູນກາງພັກ ໄດ້ຈັດກອງປະຊຸມປະກາດ ການຈັດຕັ້ງ ແລະ ເຜີຍແຜ່ ພາລະບົດບາດສະພາທິດສະດີສູນກາງພັກ ພາຍໃຕ້ການເປັນປະທານຂອງ ສະຫາຍ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ, ມີບັນດາທີ່ປຶກສາລະດັບສູງ, ຮອງປະທານສະພາທິດສະດີສູນກາງພັກ ແລະ ສະມາຊິກສະພາທິດສະດີສູນກາງພັກເຂົ້າຮ່ວມຢ່າງພ້ອມພຽງ.

ຈຸດປະສົງເພື່ອເປັນບ່ອນອີງໃຫ້ການເຄື່ອນໄຫວວຽກງານຂອງ ສທພ ໄດ້ດຳເນີນໄປຢ່າງມີຈຸດສຸມ ແລະ ບັນລຸຕາມຈຸດປະສົງທີ່ກຳນົດໄວ້, ເພື່ອຮັບປະກັນການເປັນເສນາທິການໃຫ້ແກ່ກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ ແລະ ລັດຖະບານ ໃນການດຳເນີນການຄົ້ນຄວ້າທາງດ້ານທິດສະດີ ແລະ ສະຫຼຸບພຶດຕິກຳໃຫ້ເລິກເຊິ່ງ, ແທດເໝາະກັບສະພາບຕົວຈິງ, ມີວິທະຍາສາດເພື່ອຮັບໃຊ້ໃຫ້ແກ່ການວາງແນວທາງການເມືອງໃຫ້ຖືກຕ້ອງແຕ່ລະໄລຍະ, ເພື່ອເຮັດໃຫ້ການປະຕິວັດພາລະບົດບາດຂອງ ສທພ ມີຄວາມໜັກແໜ້ນເລິກເຊິ່ງ ແລະ ສາມາດແລກປ່ຽນຖອດຖອນບົດຮຽນກັບປະເທດເພື່ອນມິດໄດ້ຢ່າງເລິກເຊິ່ງ ແລະ ເປັນລະບົບຕໍ່ເນື່ອງ, ເພື່ອໃຫ້ບັນດາລະບຽບການ ແລະ ນິຕິກຳທີ່ກ່ຽວຂ້ອງຕ່າງໆຂອງ ສທພ ສຳເລັດໂດຍພື້ນຖານ ແລະ ສາມາດປະສານງານກັບພາກສ່ວນກ່ຽວຂ້ອງທັງພາຍໃນ ແລະ ຕ່າງປະເທດ ໄດ້ຢ່າງຄ່ອງແຄ້ວ, ວ່ອງໄວທ່ວງທັນກັບເວລາ, ເພື່ອຍົກລະດັບຄວາມສາມາດ, ແບບແຜນວິທີ່ເຮັດວຽກ, ກົນໄກການເຮັດວຽກໄດ້ສອດຄ່ອງ ແລະ ມີປະສິດທິຜົນ, ບັນລຸຕາມຈຸດປະສົງ ແລະ ລະດັບຄາດໝາຍ ໃນແຕ່ລະໜ້າວຽກໃນປີ 2022 ແລະ ກ້າວໄປເຖິງການວາງທິດທາງແຜນການເຄື່ອນໄຫວໃນຕໍ່ໜ້າຢ່າງຕໍ່ເນື່ອງ ແລະ ມີປະສິດທິພາບ.

ໃນພິທີໄດ້ຮັບຟັງການປະກາດການຈັດຕັ້ງສະພາທິດສະດີສູນກາງພັກ, ການປະກາດແຕ່ງຕັ້ງສະມາຊິກສະພາທິດສະດີສູນກາງພັກ, ແຕ່ງຕັ້ງປະທານສະພາທິດສະດີສູນກາງພັກ, ທີ່ປຶກສາ, ຮອງປະທານ, ຫົວໜ້າ, ຮອງຫົວໜ້າກຳມະການດ້ານຕ່າງໆ, ຫົວໜ້າ ແລະ ຮອງຫົວໜ້າຄະນະເລຂາທິການວິທະຍາສາດ ແລະ ຫົວໜ້າຫ້ອງການສະພາທິດສະດີສູນກາງພັກ; ໄດ້ລາຍງານສະພາບການເຄື່ອນໄຫວວຽກງານຂອງສະພາທິດສະດີສູນກາງພັກໃນໄລຍະຜ່ານມາ, ແຜນດຳເນີນງານຂອງສະພາທິດສະດີສູນກາງພັກສົກປີ 2022 ແລະ ຍັງໄດ້ໃຫ້ສະມາຊິກປະກອບຄຳຄິດຄຳເຫັນຕ່າງໆ ຢ່າງກົງໄປກົງມາເພື່ອເຮັດໃຫ້ວຽກງານຂອງ ສທພ ດຳເນີນໄປຕາມແຜນທີ່ກຳນົດໄວ້.

ທ້າຍພິທີປະທານໄດ້ມີຄຳເຫັນໂອ້ລົມ ແລະ ເນັ້ນໜັກໃຫ້ສະມາຊິກ ສທພ ຈົ່ງສືບຕໍ່ຍົກສູງຄວາມສາມາດໃນການປະຕິບັດພາລະບົດບາດ, ໜ້າທີ່ຂອງຕົນທີ່ຕິດພັນກັບຄວາມຮຽກຮ້ອງຕ້ອງການຂອງວຽກງານທິດສະດີການເມືອງໃນເງື່ອນໄຂໃໝ່ທີ່ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກວາງອອກ, ຍົກສູງຄຸນນະພາບ, ປະສິດທິຜົນຂອງການໃຫ້ຄຳປຶກສາທາງດ້ານທິດສະດີການເມືອງໃຫ້ເຂັ້ມແຂງ, ເລິກເຊິ່ງ ແລະ ຮອບດ້ານກໍຄືການນຳພາ-ຊີ້ນຳແກ້ໄຂບັນຫາຕ່າງໆທີ່ເກີດຂຶ້ນໃຫ້ດີກວ່າເກົ່າ, ສືບຕໍ່ການຮ່ວມມືກັບພັກກອມມູນິດຫວຽດນາມ, ພັກກອມມູນິດຈີນ ໃນວຽກງານທິດສະດີການເມືອງເປັນຕົ້ນແມ່ນການຈັດຕ້ັງສຳມະນາທິດສະດີ 2 ພັກ ແລະ ສຸມໃສ່ແຜນວຽກງານຈຸດສຸມຮອດປີ 2025 ໃຫ້ໄດ້ຮັບປະສົບຜົນສຳເລັດຕາມຄາດໝາຍທີ່ວາງໄວ້.