ພະນັກງານໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມຝຶກອົບຮົມທາງໄກໃນ ຫົວຂໍ້ “ການຕອບໂຕ້ຕໍ່ການໃສ່ຮ້າຍໂດຍທີ່ບໍ່ມີມູນຄວາມຈິງ”

ພະນັກງານໂຄສະນາອົບຮົມສູນກາງພັກ

ເຂົ້າຮ່ວມຝຶກອົບຮົມທາງໄກໃນ ຫົວຂໍ້ “ການຕອບໂຕ້ຕໍ່ການໃສ່ຮ້າຍໂດຍທີ່ບໍ່ມີມູນຄວາມຈິງ

ໃນວັນທີ 16-17 ມີນາ 2022 ພະນັກງານໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມຝຶກອົບຮົມທາງໄກ ໃນຫົວຂໍ້ “ການຕອບໂຕ້ຕໍ່ການໃສ່ຮ້າຍໂດຍທີ່ບໍ່ມີມູນຄວາມຈິງ” ຢູ່ທີ່ຫ້ອງປະຊຸມທາງໄກຄະນະໂຄສະນາອົບຮົມສູນກາງພັກຈັດຂຶ້ນໂດຍ: ສະຖາບັນບໍລິຫານຈັດການ ລໍຢໍຢູໄນເຕັດ (Royal United Services Institute) ປະເທດອັງກິດ ເຂົ້າຮ່ວມມີ: ບັນດາປະເທດໃນອາຊີ, ບັນດາປະເທດເອີຣົບ, ບັນດານັກສຳມະນາກອນ ແລະ ພາກສ່ວນອຶ່ນໆຈຳນວນ 60 ກວ່າພາກສ່ວນ.

ເນື້ອໃນຂອງການຝຶກອົບຮົມໃນຄັ້ງນີ້ ແມ່ນກ່ຽວກັບບົດຮຽນ ແລະ ປະສົບການຂອງສະຫະພາບເອີຣົບໃນການແຊກແຊງດ້ານເສດຖະກິດ ດ້ວຍການລົງທຶນໃນຂະແໜງການທີ່ມີຄວາມອ່ອນໄຫວ, ການກະຈາຍຂໍ້ມູນຂ່າວສານໄປຍັງທຸກຄົນສັງຄົມ ແລະ ອິດທິພົນທາງດ້ານການເມືອງທີ່ເຮັດໃຫ້ເສດຖະກິດມີສະພາບຄວາມຫຍຸງຍາກ.