ການນຳຄະນະໂຄສະນາອົບຮົມສູນກາງພັກເຂົ້າຮ່ວມພິທີໂຮມຊຸມນຸມສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ປີ 2022

ການນຳຄະນະໂຄສະນາອົບຮົມສູນກາງພັກເຂົ້າຮ່ວມພິທີໂຮມຊຸມນຸມສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ປີ 2022

    ໃນຕອນເຊົ້າຂອງວັນທີ 18 ກໍລະກົດ 2022 ທີ່ ຫໍປະຊຸມແຫ່ງຊາດ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ຫວໍ ວັນ ເຖື້ອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ຫົວໜ້າຄະນະຊີ້ນໍາລະດັບຊາດສະເຫຼີມສະຫຼອງປີສາມັກຄີມິດຕະພາບ ຫວຽດນາມ-ລາວ ປີ 2022 ພ້ອມດ້ວຍຄະນະ, ສະຫາຍ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກພ້ອມດ້ວຍຄະນະ ແລະ ບັນດາສະຫາຍການນໍາພັກ-ລັດຖະບານ, ພະນັກງານ, ທະຫານ, ຕຳຫຼວດ, ຊາວໜຸ່ມ, ນັກຮຽນ-ນັກສຶກສາ ແລະ ພາກສ່ວນກ່ຽວຂ້ອງຂອງສອງຝ່າຍ ລາວ-ຫວຽດນາມເຂົ້າ​ຮ່ວມ.

    ກ່ອນຈະເຂົ້າສູ່ພິທີຢ່າງເປັນທາງການໄດ້ມີການສະແດງສີລະປະ ທີ່ສະແດງໃຫ້ເຫັນເຖິງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ອ້າຍນ້ອງ ໂດຍໄດ້ຖ່າຍທອດຜ່ານບັນດາບົດເພງ ແລະ ບົດຟ້ອນມິດຕະພາບ ລາວ-ຫວຽດນາມ ຢ່າງເບີກບານມ່ວນຊື່ນ ແລະ ມີເນື້ອໃນຄວາມໝາຍສຳຄັນທາງປະຫວັດສາດ ສ່ອງແສງໃຫ້ເຫັນເຖິງສາຍໄຍແຫ່ງຄວາມຜູກພັນ ຄວາມສາມັກຄີມິດຕະພາບອັນຍິ່ງໃຫຍ່ ທີ່ບໍ່ສາມາດຕັດຂາດຈາກກັນໄດ້.

    ຈາກນັ້ນພິທີທາງໄດ້ເລີ່ມຕົ້ນໂດຍ ສະຫາຍ ເລຂາທິການໃຫຍ່ ປະທານປະເທດ ສປປ ລາວ ທອງລຸນ ສີສຸລິດ ໄດ້ຕາງໜ້າໃຫ້ການນຳພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າ ໃນຂອບເຂດທົ່ວປະເທດ ຂຶ້ນກ່າວບົດສູນທອນພົດ ຊຶ່ງມີເນື້ອໃນບາງຕອນສໍາຄັນວ່າ: “ມື້ນີ້ ສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໄດ້ພ້ອມກັນຈັດພິທີໂຮມຊຸມນຸມໃຫຍ່ ເພື່ອສະເຫຼີມສະຫຼອງ “ປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ” ຂຶ້ນຢ່າງເປັນທາງການ ພ້ອມກັນຢູ່ປະເທດຂອງຕົນ ເພື່ອລະນຶກເຖິງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ, ກໍຄືຫວນຄືນເຖິງມູນເຊື້ອແຫ່ງການກໍາເນີດສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ.

    ໃນພິທີອັນຄຶກຂຶມ ແລະ ມີຄວາມໝາຍປະຫວັດສາດ ໃນມື້ນີ້, ພວກເຮົາ ຍິ່ງຈົດຈຳລ້ຳລຶກ ແລະ ຮູ້ບຸນຄຸນຢ່າງສຸດຊຶ້ງຕໍ່ ປະທານ ໂຮ່ຈິມິນ ຜູ້ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ຜູ້ນຳທີ່ແສນເຄົາລົບຮັກ ຊຶ່ງເປັນຜູ້ໃຫ້ກຳເນີດ ແລະ ໄດ້ເປັນແບບຢ່າງອັນໃສແຈ້ງ ໃນການຖະນຸຖະ​ໜອມ, ເພີ່ມພູນຄູນສ້າງມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງຊາດ ລາວ-ຫວຽດນາມ ໃຫ້ແໜ້ນແຟ້ນ ແລະ ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງເຖິງເທົ່າທຸກວັນນີ້”.

    ສອງຊາດ ລາວ-ຫວຽດນາມ ເປັນບ້ານໃກ້ເຮືອນຄຽງຕິດຈອດກັນ ດ້ວຍສາຍພູສາຍນໍ້​າ ທີ່ຢືດຍາວທາງທຳມະຊາດ, ປະຊາຊົນສອງຊາດ ບໍ່ສະເພາະ ທີ່ມີຊີວິດຢູ່ຮ່ວມກັນຢ່າງສັນຕິສຸກເທົ່ານັ້ນ ແຕ່ຍັງໄດ້ຮ່ວມກັນຕໍ່ສູ້ຕ້ານການຮຸກຮານ, ການຢຶດຄອງ ແລະ ການປົກຄອງ ຂອງຈັກກະພັດຕ່າງດ້າວ ແລະ ລະບອບສັກດີນາ ຢ່າງອົງອາດກ້າແກ່ນ, ບໍ່ຍອມຈໍານົນ, ຍາດເອົາສິດເປັນເຈົ້າປະເທດຊາດຫຼຸດພົ້ນ ອອກຈາກແອກຄອບຄອງ ຂອງລະບອບລ່າເມືອງຂຶ້ນ ແລະ ສັກດີນາຂຸນເສິກ ປົດປ່ອຍປະເທດຊາດ ຂອງໃຜລາວ ຢ່າງສົມບູນ.

    ປະທານ ໂຮ່ຈິມິນເປັນຜູ້ເຕົ້າໂຮມບັນດາຊັ້ນຄົນຜູ້ຮັກຊາດທັງຫຼາຍ, ສ້າງຕັ້ງພັກກອມມູນິດອິນດູຈີນຂຶ້ນໃນປີ 1930 ເພື່ອ​ນຳພາຂະບວນການ​ຕໍ່​ສູ້​ຂອງ​ປະ​ຊາ​ຊົນ 3 ຊາດ ​ອິນ​ດູ​ຈີນ, ພາລະກິດຕໍ່ສູ້ຂອງປະຊາຊົນ ສອງຊາດ ລາວ-ຫວຽດນາມ ໄດ້ກ້າວເຂົ້າສູ່​ໄລ​ຍະ​ໃໝ່ ດ້ວຍຍຸດທະສາດ ແລະ ຍຸດໂທບາຍ ທີ່ສອດຄ່ອງກັບສະພາບການ ແລະ ຈຸດພິເສດຂອງສອງປະເທດ ເຮັດໃຫ້ການຕໍ່ສູ້ໄດ້ຮັບໄຊຊະນະເປັນກ້າວໆມາ, ສາມາດສ້າງຕັ້ງ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ຂຶ້ນໃນວັນທີ 2 ກັນຍາ 1945. ເຫດການປະຫວັດສາດດັ່ງກ່າວ ເປັນການປຸກລະດົມ ແລະ ສ້າງກາລະໂອກາດ ໃຫ້ແກ່ການປະກາດເອກະລາດຢູ່ລາວ ໃນວັນທີ 12 ຕຸລາ ປີ 1945. ອັນ​ພົ້ນ​ເດັ່ນ ທີ່ເປັນ​ບາດ​ລ້ຽວ​ປະ​ຫວັດ​ສາດນັ້ນ, ​ແມ່ນ​ໄຊ​ຊະ​ນະບັ້ນຮົບ “ດຽນ​ບຽນ​ຟູ” ທີ່ຂຶ້ນຊື່-ລືຊາ ຊຶ່ງໄດ້ເຮັດໃຫ້ພວກ​ລ່າ​ເມືອງ​ຂຶ້ນແບບເກົ່າ ຈຳຕ້ອງຍອມ​ເຊັນ​ສັນ​ຍາ​ເຊີ​ແນວ ໃນປີ 1954 ກ່ຽວ​ກັບ​ອິນ​ດູ​ຈີນ, ຮັບຮູ້ຄວາມ​ເປັນ​ເອ​ກະ​ລາດ, ອຳນາດອະ​ທິ​ປະ​ໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງ​ 3 ປະເທດອິນ​ດູ​ຈີນ​. ການ​ຮ່ວມ​ສຳ​ພັນ​ສູ້​ຮົບ, ຊ່ວຍ​ເຫຼືອ​ຊຶ່ງ​ກັນ ແລະ ກັນນັ້ນ ໄດ້​ເຮັດ​ໃຫ້​ຂະບວນການ​ປະ​ຕິ​ວັດຢູ່ປະເທດລາວ ​ເຕີບ​ໃຫຍ່​ຂະ​ຫຍາຍ​ຕົວ​ກວ້າງອອກ ຊຶ່ງ​ໄດ້​ເປັນ​ເງື່ອນ​ໄຂໃຫ້​ແກ່​ການ​ສ້າງ​ຕັ້ງ​ພັກ​ປະ​ຊາ​ຊົນ​ລາວ ຂຶ້ນໃນ​ວັນ​ທີ 22 ມີ​ນາ 1955, ໂດຍແມ່ນປະທານ ໄກສອນ ພົມວິຫານ ເປັນແກນນໍາພາຂະບວນການປະຕິວັດ ຢູ່ລາວ.

    ຕະຫຼອດໃນໄລຍະການຕໍ່ສູ້ອັນລະອິດລະອ້ຽວນີ້, ສັນຍາເຊີແນວ ໃນປີ 1962 ກ່ຽວກັບລາວ ໄດ້ຮັບການລົງນາມ, ການປະຕິວັດຂອງສອງປະເທດ ລາວ-ຫວຽດນາມ ໄດ້ກ້າວເຂົ້າສູ່ບາດກ້າວຂະຫຍາຍຕົວໃໝ່, ຣາຊະອານາຈັກລາວ ໂດຍລັດຖະບານປະສົມ ທີ່ມີກຳລັງປະຕິວັດຮັກຊາດ ກັບ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ຢ່າງເປັນທາງການ ໃນວັນທີ 5 ກັນຍາ 1962 ຊຶ່ງນີ້ແມ່ນເຫດການປະຫວັດສາດ ສໍາຄັນອັນໜຶ່ງໃນການພົວພັນລະຫວ່າງສອງປະເທດ ທີ່ເກີດຈາກການຕໍ່ສູ້ໃນສະໜາມຮົບການເມືອງ, ການທູດ ໄປຄຽງຄູ່ກັບສະໜາມຮົບທາງການທະຫານຂອງກຳລັງປະຕິວັດ ຂອງສອງປະເທດ ລາວ-ຫວຽດນາມ ທີ່ພ້ອມກັນເດີນໜ້າຢ່າງບໍ່ຢຸດຢັ້ງ ນຳເອົາການປະຕິວັດຂອງສອງປະເທດເຮົາ ຈາກໄຊຊະນະນີ້ ສູ່ໄຊຊະນະໃໝ່ ຈົນກ້າວສູ່ໄຊຊະນະຢ່າງສົມບູນ ກ້າວສູ່ຍຸກສະໄໝປົກປັກຮັກສາ ແລະ ພັດທະນາປະເທດຊາດ.

    ພາຍຫຼັງປະເທດຊາດ ໄດ້ຮັບການປົດປ່ອຍຢ່າງສົມບູນແລ້ວ, ສອງພັກ-ສອງລັດ ລາວ-ຫວຽດນາມ ໄດ້ເປັນເອກະພາບກັນຕົກລົງ ເຊັນ “ສົນທິສັນຍາມິດຕະພາບ ແລະ ການຮ່ວມມື ໃນວັນທີ 18 ກໍລະກົດ 1977. ສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ໄດ້ສ້າງພື້ນຖານການພົວພັນຮ່ວມມືໃນໄລຍະໃໝ່ ທັງສອດຄ່ອງກັບການພົວພັນລະຫວ່າງຊາດ ແລະ ກົດໝາຍສາກົນ. ນັ້ນແມ່ນການຢືນຢັນ ແລະ ສ່ອງແສງອອກຢ່າງຈະແຈ້ງ ເຖິງການຫັນເອົາບັນດາໝາກຜົນຂອງການປະຕິວັດ, ເຈດຈໍານົງ, ຄວາມມຸ່ງມາດປາຖະໜາຂອງປະຊາຊົນ ທັງສອງປະເທດ ໃນການສືບຕໍ່ເສີມຂະຫຍາຍ ແລະ ຍົກລະດັບການພົວພັນ ລາວ-ຫວຽດນາມ ທີ່ບໍ່ຄືໃຜ ແລະ ບໍ່ມີໃຜຄື ຫຼື ໜຶ່ງບໍ່ມີສອງ ຫັນສູ່ລວງເລິກຂອງຄວາມສຳພັນຂອງສອງຊາດ ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ ແລະ ທັງເປັນການປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ປັບປຸງສັນຕິພາບ ຢູ່ອາຊີອາຄະເນ ແລະ ໃນໂລກອີກດ້ວຍ.

    ການຮ່ວມສໍາພັນສູ້ຮົບ ລະຫວ່າງ ສອງຊາດ ລາວ-ຫວຽດນາມ ເປັນອັນພິເສດທີ່ຫາຍາກ, ບໍ່ພຽງແຕ່ເປັນການຮ່ວມສໍາພັນອັນໜຶ່ງ ທີ່ໄດ້ຮັບການສ້າງຕັ້ງຂຶ້ນບົນພື້ນຖານຂອງສາຍພົວພັນພິເສດເທົ່ານັ້ນ, ແຕ່ຫາກຍັງເປັນການຮ່ວມສໍາພັນອັນໜຶ່ງ ທີ່ຕັດສິນການຄົງຕົວ ແລະ ຂະຫຍາຍຕົວຂອງສອງຊາດ ລາວ-ຫວຽນາມ, ການປົກປັກຮັກສາ ແລະ ເສີມຂະຫຍາຍມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ທີ່ສອງພັກ-ສອງລັດ ໄດ້ກຳນົດໄວ້ນຳກັນນັ້ນ ຈະນຳຊາດທັງສອງໄປສູ່ຄວາມມີສະຖຽນລະພາບຢ່າງໝັ້ນຄົງ, ມີການພັດທະນາ, ຂະຫຍາຍຕົວກ້າວໄປສູ່ສັງຄົມນິຍົມໃນອະນາຄົດ”. ປະທານ ໄກສອນ ພົມວິຫານ ໄດ້ກ່າວຕໍ່ກອງປະຊຸມໃຫຍ່ ຄັ້ງທີ IV ຂອງພັກກອມມູນິດຫວຽດນາມ ໃນວັນທີ 15 ທັນວາ 1976 ວ່າ: “ໃນປະຫວັດສາດ ຂອງການປະຕິວັດໂລກ ໄດ້ມີແວ່ນແຍງທີ່ໃສແຈ້ງແຫ່ງນໍ້າໃຈສາກົນກໍາມະຊີບມາຫຼາຍແລ້ວ, ແຕ່ບໍ່ທັນມີຢູ່ໃສ ແລະ ເວລາໃດ ທີ່ມີຄວາມສາມັກຄີ, ການສໍາພັນສູ້ຮົບແບບພິເສດ, ຍາວນານ, ຮອບດ້ານ ຄືການພົວພັນ ລະຫວ່າງ ສອງຊາດ ລາວ-ຫວຽດນາມ”.

    ປະທານ ໂຮ່ຈີມີນ ຜູ້ຍິ່ງໃຫຍ່ ທີ່ເປັນຜູ້ຮ່ວມສ້າງຕຳລາແຫ່ງນໍ້າໃຈມິດຕະພາບ ແລະ ຄວາມສຳພັນສູ້ຮົບ, ຄວາມສາມັກຄີພິເສດ ລາວ-ຫວຽດນາມ ແລະ ຫວຽດນາມ-ລາວ ໄດ້ປະພັນບົດກອນທີ່ເປັນອຳມະຕະໄວ້ວ່າ: “ ຮັກຫອມກັນໝາຍໝັ້ນ ຫຼາຍສັນພູກໍ່ປີນໄຕ່, ຫຼາຍນໍ້າໃຫຍ່ ແລະ ໂຄກຄ້ອຍ ຂວາງກັ້ນກໍ່ເດີນດັ້ນດຸ່ງໄປ, ສອງຊາດລາວ-ຫວຽດ ໄດ້ຝັງຄວາມຮັກຢູ່ໃນໃຈ, ຮົ່ງຮ່າທັງແມ່ຂອງ ບໍ່ເລິກປຸນປານໄດ້ ”.

    ປະທານໄກສອນ ພົມວິຫານ ຍັງໄດ້ປະພັນເອົາໄວ້ອີກວ່າ: “ ພູອາດຈະຖືກເຊາະເຈື່ອນ, ແມ່ນໍ້າລໍາເຊອາດຈະເຫືອດແຫ້ງ, ແຕ່ສາຍພົວພັນມິດຕະພາບ ລາວ-ຫວຽດນາມ ຈະໝັ້ນຄົງຂະໜົງແກ່ນຊົ່ວກາລະນານ”.

    ປະທານ ສຸພານຸວົງ ກໍໄດ້ມີຄໍາເວົ້າຕີລາຄາການພົວພັນ ລາວ-ຫວຽດນາມ ໄວ້ຢ່າງເລິກເຊິ່ງ ໃນໂອກາດຢ້ຽມຢາມ ຫວຽດນາມ ເມື່ອປີ 1971 ທີ່ວ່າ: “ການພົວພັນ ລາວ-ຫວຽດນາມ ແມ່ນຍິ່ງໃຫຍ່, ມະຫາສານ, ບໍ່ມີບົດເພງ ແລະ ບົດກາບກອນໃດໆທີີ່ສາມາດພັນລະນານັບໄດ້, ມິດຕະພາບດັ່ງກ່າວສູງຍິ່ງກວ່າພູເຂົາ, ຍາວກວ່າແມ່ນໍ້າ, ກວ້າງໃຫຍ່ກວ່າມະຫາສະໝຸດ, ງາມກວ່າເດືອນເພັງ, ຫອມຫວນກວ່າດອກໄມ້ນາໆຊະນິດທີ່ຫອມຫວນທີ່ສຸດ”.

    ໃນຕອນທ້າຍ, ສະຫາຍທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ ກໍໄດ້ຕາງໜ້າໃຫ້ພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າ ສະແດງຄວາມຂອບໃຈອັນຈິງໃຈ ແລະ ສະແດງຄວາມຮູ້ບຸນຄຸນອັນລົ້ນເຫຼືອຕໍ່ພັກ-ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນລ້ຳຄ່າ, ທັນການ ແລະ ມີຜົນສັກສິດ ໃນພາລະກິດຕໍ່ສູ້ກູ້ຊາດໃນເມື່ອກ່ອນ ກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຂອງພວກເຮົາ ໃນປັດຈຸບັນ. ພ້ອມທັງອວຍພອນໃຫ້ ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ, ຫວຽດນາມ-ລາວ ຈົ່ງໝັ້ນຄົງຂະໜົງແກ່ນ ຕະຫຼອດກາລະນານ ແລະ ຂໍຖືໂອກາດນີ້ ອວຍພອນໄຊອັນປະເສີດ ໃຫ້ບັນດາສະຫາຍຫວຽດນາມ ຈົ່ງປະສົບຜົນສໍາເລັດໃໝ່, ໃຫຍ່ຫຼວງກວ່າເກົ່າ ໃນການປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ຢ່າງມີໄຊ!.

    ໃນໂອກາດດຽວກັນນີ້, ສະຫາຍ ຫວໍ ວັນ ເຖື້ອງ ໄດ້ຕາງໜ້າໃຫ້ການນຳພັກ-ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ຂຶ້ນກ່າວສູນທອນພົດ ຊຶ່ງສະຫາຍ ໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສຳຄັນຂອງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສປປ ລາວ – ສສ ຫວຽດນາມ ຄື: “ສາຍພົວພັນພິເສດ ຫວຽດນາມ-ລາວ, ຄວາມສາມັກຄີສູ້ຮົບ ແລະ ມິດຕະພາບບໍ່ມີຫຍັງສາມາດເຮັດໃຫ້ສາຍພົວພັນລະຫວ່າງປະຊາຊົນ ຫວຽດນາມ-ລາວ ປ່ຽນແປງໄດ້, ຖານສະຫາຍອັນຍິ່ງໃຫຍ່ລະຫວ່າງພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນ ປະຕິວັດລາວ ໄດ້ຝຶກຝົນຫຼໍ່ຫຼອມເປັນຫຼາຍສິບປີຮ່ວມສຸກຮ່ວມທຸກນຳກັນ, ພ້ອມກັນສູ້ຮົບ, ພ້ອມກັນຊະນະສັດຕູຜູ້ຮຸກຮານ, ໃຫ້ການຮ່ວມມື ແລະ ຊ່ວຍເຫຼືອຊຶ່ງກັນ ແລະ ກັນ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ນັບມື້ຈະເລີນຮຸ່ງເຮືອງ.

    ພັກ, ລັດ ແລະ ປະຊາຊົນຫວຽດນາມ ສະແດງຄວາມປິຕິຊົມຊື່ນ ແລະ ພູມໃຈຕໍ່ບັນດາຜົນສຳເລັດຢ່າງໃຫຍ່ຫຼວງ, ຮອບດ້ານ, ມີຄວາມໝາຍປະຫວັດສາດ ທີ່ພັກ-ລັດ ແລະ ປະຊາຊົນລາວອ້າຍນ້ອງ ຍາດໄດ້ ພາຍຫຼັງ 35 ປີແຫ່ງການປ່ຽນແປງໃໝ່ ແລະ ບັນດາຜົນສຳເລັດອັນສຳຄັນໃນການປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ. ພວກຂ້າພະເຈົ້າເຊື່ອໝັ້ນວ່າ, ພາຍໃຕ້ການນຳພາຂອງພັກປະຊາຊົນ ປະຕິວັດລາວ, ການບໍລິຫານຂອງລັດຖະບານ, ການຕິດຕາມຂອງສະພາແຫ່ງຊາດ, ເສີມຂະຫຍາຍບັນດາຜົນສຳເລັດ ແລະ ບົດຮຽນອັນປະເສີດ ພາຍຫຼັງ 35 ປີແຫ່ງການປ່ຽນແປງໃໝ່, ສ້າງປະເທດລາວ ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະ ວັດທະນາຖາວອນ ຕາມຈຸດໝາຍສັງຄົມນິຍົມ, ອິດທິພົນ ແລະ ຈຸດທີ່ຕັ້ງຂອງ ສປປ ລາວ ຈະຖືກຍົກສູງຂຶ້ນຢູ່ພາກພື້ນ ແລະ ໃນເວທີສາກົນຢ່າງບໍ່ຢຸດຢັ້ງ.