ຮອງ ບ.ກ ໃຫຍ່ວາລະສານກົ້ງສານມອບປຶ້ມໃຫ້ຫ້ອງສະໝຸດ ຄອສພ

ຮອງ ບ.ກ ໃຫຍ່ວາລະສານກົ້ງສານມອບປຶ້ມໃຫ້ຫ້ອງສະໝຸດ ຄອສພ

   ໃນຕອນເຊົ້າວັນທີ 19/7/2022 ຢູ່ທີ່ຫ້ອງສະມຸດ ຄອສພ​ ສະຫາຍ​ ພອນຄຳ​ ສີສົມພັນ​ ພະນັກງານວິຊາການ ວາລະສານອະລຸນໃໝ່​ໄດ້ຕາງໜ້າໃຫ້ທ່ານ ຮສຈ.​ປອ​ ຫວູ່ຈ້ອງເລິມ ຮອງບັນນາທິການໃຫຍ່ວາລະສານກົ້ງສານ​ສູນກາງພັກກອມມູນິດ ຫວຽດນາມ,​ ຮອງຫົວໜ້າໂຮງພີມສື້ເທິດການເມືອງແຫ່ງຊາດ​ຫວຽດນາມ ມອບປື້ມ “ປ່ຽນແປງໃໝ່ການນຳພາຂອງພັກໃນເງື່ອນໄຂສ້າງລັດແຫ່ງອຳນາດກົດໝາຍສັງຄົມນິຍົມຢູ່ ຫວຽດນາມ” ທີ່ແປເປັນພາສາລາວ​ ແລະ​ ຈັດພິມໂດຍໂຮງພິມ ແຫ່ງລັດ ກະຊວງຖະແຫລ່ງຂ່າວວັດທະນະທຳ ແລະ ທ່ອງທ່ຽວເປັນຄະນະຈັດພິມ.​ປື້ມທີ່ນຳມາມອບໃນຄັ້ງນີ້ມີຈຳນວນ 2 ຫົວ​ໂດຍຕາງໜ້າຮັບ ແມ່ນ ທ່ານ ນ. ທິບພະຈັນ ວົງລໍຄຳ ພະນັກງານວິຊາການກົມຂໍ້ມູນຂ່າວສານເພື່ອສຳເນົາຂໍ້ມູນຂ່າວສານ ກໍຄືເອກະສານຄົ້ນຄວ້າໃຫ້ແກ່ພະນັກງານ,​ລັດຖະກອນທົ່ວ ຄອສພ ໄດ້ຄົ້ນຄວ້າ ແລະສືກສາ.​ນອກຈາກນີ້ ຍັງໄດ້ມອບໃຫ້ແກ່ຄະນະນຳຂອງ ຄອສພ,​ບັນດາຫົວໜ້າກົມ ແລະ​ ພະນັກງານຫລັກແຫລ່ງຂອງວາລະສານອະລຸນໃໝ່ ແລະ​ ວາລະສານໂຄສະນາຕື່ມອີກ.​

ປື້ມຫົວດັ່ງກ່າວ ຜົນງານຄົ້ນຄວ້າສະເພາະຂອງທ່ານ ຫວູ່ຈ້ອງເລິມ​ ກ່ຽວກັບປ່ຽນແປງໃໝ່ການນຳພາຂອງພັກ​ແລະ​ການສ້າງລັດແຫ່ງກົດໝາຍສັງຄົມນິຍົມ ກໍຄືບົດຮຽນຈາກພຶດຕິກຳຂອງປະເທດອ້າຍນ້ອງ ໃນ​ການສ້າງ​ ແລະ​ປັບປຸງພັກກຳອຳນາດໃນປັດຈຸບັນ.​

ໂດຍ: ພອນຄຳ ສີສົມພັນ.