ຄະນະໂຄສະນາອົບຮົມສູນກາງພັກ ຈັດຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມ ໃຫ້ແກ່ພະນັກງານຫຼັກແຫຼ່ງກະຊວງ-ອົງການ ແລະ ນະຄອນຫຼວງວຽງຈັນ

ຄະນະໂຄສະນາອົບຮົມສູນກາງພັກ ຈັດຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມ ໃຫ້ແກ່ພະນັກງານຫຼັກແຫຼ່ງກະຊວງ-ອົງການ ແລະ ນະຄອນຫຼວງວຽງຈັນ

ໃນວັນທີ 22-24 ສິງຫາ 2022 ຄະນະໂຄສະນາອົບົມສູນກາງພັກ ໄດ້ຈັດຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມ ຂື້ນທີ່ສະໂມສອນໃຫຍ່ ຄອສພ ເປັນກຽດເຂົ້າຮ່ວມເປັນປະທານໃນພິທີເປີດ ໂດຍທ່ານ ລາວປາວຊົ່ງ ນະວົງໄຊ ກໍາມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າ ຄອສພ, ເຂົ້າຮ່ວມຊຸດຝຶກອົບຮົມໃນຄັ້ງນີ້ມີບັນດາສະຫາຍ ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ ຈາກບັນດາກະຊວງ-ອົງການ, ນະຄອນຫຼວງວຽງຈັນ ແລະ ບັນດາກົມພາຍໃນ ຄອສພ ລວມທັງໝົດ 52 ທ່ານ, ຍິງ 21 ທ່ານ ໃນນັ້ນມີ ບັນດາກະຊວງ-ອົງການ 29 ທ່ານ, ຍິງ 8 ທ່ານ.

ໃນພິທີເປີດ ທ່ານ ລາວປາວຊົ່ງ ນະວົງໄຊ ໄດ້ມີຄໍາເຫັນ ຊີ້ນໍາຕໍ່ຊຸດຝຶກອົບຮົມ ໂດຍທ່ານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຄະນະຮັບຜິດຊອບຊຸດຝຶກອົບຮົມ ກໍຄືກົມສັງລວມ ທີ່ໄດ້ສ້າງ ແຜນການເພື່ອບໍາລຸງກໍ່ສ້າງພະນັກງານ ແລະ ຍົກລະດັບຄວາມສາມາດທາງດ້ານວິຊາການແນ່ໃສ່ເພື່ອປັບປຸງຄຸນນະພາບຂອງວຽກງານໂຄສະນາອົບຮົມຂອງພັກ. ສະນັ້ນ ການຮຽນຮູ້ດ້ວຍການແລກປ່ຽນ ຄວາມຄິດເຫັນ, ສົນທະນາ ແຕ່ລະບັນຫາ ໃຫ້ເລິກເຊິ່ງສາມາດເຂົ້າໃຈ ແລະ ກໍາແໜ້ນ ເພື່ອນໍາເອົາບົດຮຽນທີ່ຜ່ານການຝຶກອົບຮົມ ໃນຄັ້ງນີ້ ໄປຈັດຕັ້ງປະຕິບັດ ໃນວຽກງານຕົວຈິງຢູ່ກະຊວງ, ອົງການ ຂອງຕົນ ແລະ ຫວັງຢ່າງຍິ່ງວ່າ ບັນດາສະຫາຍທີ່ເຂົ້າຮ່ວມຝຶກອົບຮົມໃນຄັ້ງນີ້ ຈະກາຍເປັນເພື່ອນຮ່ວມງານທີ່ມີຄຸນນະພາບ ຂອງຄະນະໂຄສະນາອົບຮົມສູນກາງພັກ.

ເອກະສານທີ່ຈະນໍາມາຝຶກອົບຮົມໃນຄັ້ງນີ້ປະກອບມີ 4 ບົດຄື:

  1. ຄວາມຮູ້ພື້ນຖາານກ່ຽວກັບວຽກງານຫາງສຽງສັງຄົມ;
  2. ວິທີການເກັບກໍາ ແລະ ການນຳໃຊ້ຫາງສຽງສັງຄົມເຂົ້າໃນວຽກງານການເມືອງ-ແນວຄິດ;
  3. ຕາໜ່າງເພື່ອນຮ່ວມງານ;
  4. ວຽກງານຄົ້ນຄວ້າ-ສັງລວມ.

ຈຸດປະສົງເພື່ອປະຕິບັດຕາມແຜນປັບປຸງຄຸນນະພາບວຽກງານ ໂຄສະນາອົບຮົມ ໄປສູ່ຄຸນນະພາບໃໝ່ ສາມາດຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການ ຂອງວຽກງານການເມືອງ-ແນວຄິດ ໃນເງື່ອນໄຂໃໝ່; ທັງເປັນການສ້າງການຫັນປ່ຽນໃໝ່ ໃນວຽກງານເກັບກໍາສະພາບແນວຄິດ-ຫາງສຽງສັງຄົມ ໃຫ້ມີຄຸນນະພາບ, ວ່ອງໄວ, ທັນການ ແລະ ໄດ້ຮັບການແກ້ໄຂຢ່າງມີປະສິດທິຜົນ.

ຊຸດຝຶກອົບຮົມດັ່ງກ່າວໄດ້ດຳເນີນໄປເປັນເວລາ 3 ວັນຈຶ່ງປິດລົງໂດຍໃຫ້ກຽດມອບໃບຢັ້ງຢືນ ແລະ ມີຄໍາເຫັນໂອ້ລົມໂດຍ ທ່ານ ລາວປາວຊົ່ງ ນະວົງໄຊ ກໍາມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າ ຄອສພ ເຊິ່ງທ່ານໄດ້ເນັ້ນໜັກໃນ 7 ບັນຫາດ່ັງລຸ່ມນີ້:

1).      ຄະນະພັກແຕ່ລະຂັ້ນເອົາໃຈໃສ່ການສຶກສາອົບຮົມນໍາພາແນວຄິດພະນັກງານ, ລັດຖະກອນ, ສະມາຊິກພັກ, ນັກຮົບ ແລະ ປະຊາຊົນບັນດາເຜົ່າ ໃຫ້ມີທັດສະນະຫຼັກໝັ້ນການເມືອງທີ່ໜັກແໜ້ນ, ມີຄວາມເຊື່ອໝັ້ນຕໍ່ແນວທາງນະໂຍບາຍ ແລະ ອຸດົມການຂອງພັກ, ມີແບບແຜນດໍາລົງຊີວິດທີ່ປອດໃສຂາວສະອາດ, ເປັນແບບຢ່າງໃຫ້ແກ່ມະຫາຊົນ, ມີສະຕິຕື່ນຕົວເປັນເຈົ້າການປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດ.

2).      ຈັດຕັ້ງການໂຄສະນາເຜີຍແຜ່ຜົນງານ, ຜົນສໍາເລັດ ແລະ ດ້ານຕັ້ງໜ້າໃນຂົງເຂດວຽກງານຂອງຕົນ ດ້ວຍຮູບການຕ່າງໆ ເປັນຕົ້ນແມ່ນການນໍາໃຊ້ສື່ມວນຊົນ ແລະ ສື່ສັງຄົມທຸກປະເພດໃຫ້ປະຊາຊົນຮັບຮູ້ຢ່າງທົ່ວເຖິງ ແລະ ເລິກເຊິ່ງ.

3).      ເອົາໃຈໃສ່ໃນການຕິດຕາມ, ເກັບກໍາ, ຄົ້ນຄວ້າ, ວິເຄາະ, ວິໄຈ ສະພາບແນວຄິດ-ຫາງສຽງສັງຄົມ ທີ່ມີຕໍ່ການນໍາພາຂອງພັກ ແລະ ການຄຸ້ມຄອງຂອງລັດໃຫ້ເລິກເຊິ່ງ; ເພີ່ມຄວາມແຫຼມຄົມໃນການຊີ້ແຈງອະທິບາຍ-ຕອບແກ້ບັນຫາຕ່າງໆທີ່ສັງ ຄົມມີຄວາມສົນໃຈ, ເປັນຫ່ວງເປັນໄຍໃຫ້ທ່ວງທັນກັບສະພາບການ; ຍົກລະດັບຄວາມສາ ມາດໃນການຕອບຕ້ານກົນອຸບາຍຫັນປ່ຽນໂດຍສັນຕິ ແລະ ການມ້າງເພທໍາລາຍຂອງອິດທິກໍາລັງປໍລະປັກ ແລະກຸ່ມຄົນບໍ່ດີຢ່າງທັນການ.

4).      ເພີ່ມທະວີການປັບປຸງຍົກສູງຄຸນນະພາບ ຂອງວຽກງານສັງລວມ (ເສນາທິການໃນການຕິດຕາມ, ເກັບ ກໍາສະພາບແນວຄິດ-ຫາງສຽງສັງຄົມ), ໃນນັ້ນຄົ້ນຄວ້າ, ປັບປຸງເນື້ອໃນເອກະສານຝຶກອົບຮົມວິຊາສະເພາະວຽກງານສັງລວມ-ຫາງສຽງສັງຄົມ ໃຫ້ສອດຄ່ອງກັບສະພາບການຕົວຈິງໃນແຕ່ລະໄລຍະ; ພ້ອມທັງລົງໄປຈັດຕັ້ງການຝຶກອົບຮົມໃຫ້ພະນັກງານຜູ້ຮັບຜິດຊອບວຽກງານດັ່ງກ່າວ ຂອງກະຊວງ-ອົງການ ແລະ ທ້ອງຖິ່ນ ສາມາດຮັບປະກັນພາລະບົດບາດການເປັນເສນາທິການຊ່ວຍຄະນະພັກ, ຄະ ນະນໍາຂັ້ນຕ່າງໆ ໃນການຕິດຕາມ, ເກັບກໍາສະພາບແນວຄິດ-ຫາງສຽງສັງຄົມ, ປະກົດການຫຍໍ້ທໍ້, ຖ້ອຍທໍານອງບິດເບືອນຂອງກຸ່ມຄົນບໍ່ດີ ໃຫ້ທ່ວງທັນກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານການເມືອງໃນໄລຍະໃໝ່.

5).      ເອົາໃຈໃສ່ການຕິດຕາມ, ເກັບກໍາສະພາບການທີ່ພົ້ນເດັ່ນຢູ່ພາຍໃນ ກໍຄືຂອງຕ່າງປະເທດ ພ້ອມທັງເປັນເຈົ້າການຄົ້ນຄວ້າ, ວິເຄາະ, ວິໄຈ ສາເຫດຂອງບັນຫາ ແລະ ທ່າອ່ຽງການຜັນແປຂອງສະຖານະການໃນຕໍ່ໜ້າ ລາຍງານໃຫ້ຄະນະພັກ, ຄະນະໂຄສະນາອົບຮົມສູນກາງພັກ ໃຫ້ທ່ວງທັນກັບສະພາບການ.

6).      ປັບປຸງການຈັດຕັ້ງ ແລະ ການເຄື່ອນໄຫວຂອງການຈັດຕັ້ງທີ່ມີແລ້ວ ແລະ ສ້າງຕັ້ງຕາໜ່າງ ຫຼື ເຄື່ອຂ່າຍການເກັບກໍາ, ຕອບຕ້ານ ແລະ ແກ້ໄຂຫາງສຽງສັງຄົມໃຫ້ກວ້າງຂວາງທົ່ວເຖິງໃນທຸກຂະແຫນງການ ຂອງສູນກາງ ແລະ ທ້ອງຖິ່ນ.

7).      ຮຽກຮ້ອງໃຫ້ຄະນະພັກ, ຄະນະນໍາແຕ່ລະຂັ້ນ ຂອງກະຊວງ-ອົງການອ້ມຂ້າງສູນກາງ ຕ້ອງໄດ້ເພີ່ມທະວີ ແລະ ຍົກສູງຄວາມຮັບຜິດຊອບໃນການຊີ້ນໍາວຽກງານຕິດຕາມ, ເກັບກໍາສະພາບແນວຄິດ-ຫາງສຽງສັງຄົມ ແລະ ບັນຫາທີ່ສັງຄົມຕັ້ງຂຶ້ນ ນັບທັງດ້ານຕັ້ງໜ້າ ແລະ ດ້ານຫຍໍ້ທໍ້, ພ້ອມທັງຄົ້ນຄ້ວາວິທີການ, ມາດຕະການແກ້ໄຂໃຫ້ຖືກຕ້ອງສອດຄ່ອງ ແລະ ທັນການ ແນໃສ່ເຮັດໃຫ້ບັນດາຫາງສຽງສັງຄົມ, ປະກົດການຫຍໍ້ທໍ້ຕ່າງໆນັ້ນນັບ ມື້ຫຼຸດໜ້ອຍຖອຍລົງ.