ຮອງປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ພ້ອມດ້ວຍຄະນະລົງເຄື່ອນໄຫວຊີ້ນຳວຽກງານກຳມະບານຢູ່ ສະຫະພັນກຳມະບານຄະນະໂຄສະນາອົບຮົມສູນກາງພັກ.

ຮອງປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ພ້ອມດ້ວຍຄະນະລົງເຄື່ອນໄຫວຊີ້ນຳວຽກງານກຳມະບານຢູ່ ສະຫະພັນກຳມະບານຄະນະໂຄສະນາອົບຮົມສູນກາງພັກ.

    ໃນວັນທີ 2 ສິງຫາ 2022 ທ່ານ ນາງ ອາລິຍາວັນ ອັກຄະວົງ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້ຕິດຕາມ ແລະ ກວດກາເຄື່ອນໄຫວວຽກງານກຳມະບານ ຢູ່ສະຫະພັນກຳມະບານ ຄະນະໂຄສະນາອົບຮົມສູນກາງພັກ ເປັນກຽດຕ້ອນຮັບໂດຍ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈຳພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ວັນຕຸລາ ຣັກນຸດ ຄະນະພັກ ປະທານສະຫະພັນກຳມະບານ ຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາທ່ານຄະນະບໍລິຫານງານ ສະຫະພັນກຳມະບານ, ຄະນະກຳມະບານຮາກຖານ ພາຍໃນຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມ.

ໃນພິທີ ທ່ານ ວັນຕຸລາ ຣັກນຸດ ຄະນະພັກ ປະທານສະຫະພັນກຳມະບານ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ລາຍງານຫຍໍ້ການເຄື່ອນໄຫວບາງວຽກງານພົ້ນເດັ່ນ ຂອງສະຫະພັນກຳມະບານ ຄອສພ ໄລຍະ 6 ເດືອນຕົ້ນປີ ແລະ ທິດທາງ 6 ເດືອນທ້າຍປີ 2022 ໂດຍສະເພາະແມ່ນສະພາບການຈັດຕັ້ງປະຕິບັດວຽກງານ, ວຽກງານການເມືອງແນວຄິດ, ດ້ານວິຊາສະເພາະ, ດ້ານວຽກງານຈັດຕັ້ງນະໂຍບາຍຕ່າງໆ, ຈຸດດີ ຈຸດອ່ອນ ຂໍ້ຄົງຄ້າງ ແລະ ທິດທາງໃນຕໍ່ໜ້າ. ຫຼັງຈາກນັ້ນ ກໍ່ໄດ້ມີການແລກປ່ຽນຄວາມຄິດຄວາມເຫັນເຊິ່ງກັນ ແລະ ກັນຢ່າງກົງໄປກົງມາໂດຍສະເພາະແມ່ນການປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າໃນໄລຍະຜ່ານມາຄື:

  1. ເປັນເຈົ້າ ໂຄສະນາ ສຶກສາອົບຮົມການເມືອງ-ແນວຄິດ,
  2. ເປັນເຈົ້າປັບປຸງການ ນໍາພາ ແລະ ຂະຫຍາຍການຈັດຕັ້ງກໍາມະບານ,
  3. ເປັນເຈົ້າ ການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງພະນັກງານ, ສະມາຊິກກໍາມະບານ, ກໍາມະກອນ ແລະ ຜູ້ອອກແຮງງານ,
  4. ເປັນເຈົ້າການເຂົ້າຮ່ວມໃນການ ຕິດຕາມ, ກວດກາຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ, ວັດທະນະທໍາ ແລະ ສັງຄົມ.
  5. ເປັນເຈົ້າການເຂົ້າຮ່ວມໃນການຈັດຕັ້ງ ປະຕິບັດແນວທາງການຕ່າງປະເທດຂອງພັກ, ລະບຽບກົດໝາຍຂອງລັດ, ທັງນີ້ກໍເພື່ອເຮັດໃຫ້ການແຂ່ງຂັນດັ່ງກ່າວກາຍເປັນຂະບວນການກວ້າງຂວາງ ຕິດພັນກັບຂະບວນການແຂ່ງ ຂັນຮັກຊາດ ແລະ ພັດທະນາ, ຕິດພັນກັບແຜນການວຽກງານ ຂອງກົມກອງ ແລະ ສາມາດດຶງດູດເອົາສະມາຊິກກໍາມະບານ ເຂົ້າຮ່ວມຂະບວນການຢ່າງກວ້າງຂວາງ ແລະ ຄົບຖ້ວນ.

ໃນຕອນທ້າຍພິທີທ່ານ ນາງ ອາລິຍາວັນ ອັກຄະວົງ ຮອງປະທານຄະນະບໍລິຫານງານ ສູນກາງສະຫະພັນກຳມະບານລາວໄດ້ສະຫຼຸບ ແລະ ໄດ້ເນັ້ນໜັກໃຫ້ຄະນະບໍລິຫານງານສະຫະພັນກຳມະບານ ຄອສພ ພ້ອມດ້ວຍສະມາຊິກທຸກສະຫາຍຈົ່ງເສີມຂະຫຍາຍກໍາລັງສັງລວມຂອງຊົນຊັ້ນກໍາມະກອນ, ຊາວຜູ້ອອກແຮງງານລາວເວົ້າລວມ, ເວົ້າສະເພາະ ແມ່ນພະນັກງານ, ສະມາຊິກກໍາມະບານ, ມີສະຕິຕື່ນຕົວ, ມີຄວາມເປັນເຈົ້າການໃນການ ພັດທະນາຕົນເອງຢ່າງຮອບດ້ານ ແລະ ຕັ້ງໜ້າເຂົ້າຮ່ວມການຈັດຕັ້ງປະຕິບັດແນວທາງຂອງພັກ, ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງລັດ ໂດຍຜ່ານຂະບວນການແຂ່ງຂັນ 5 ເປັນເຈົ້າຂອງສະຫະພັນກໍາມະບານ, ແນໃສ່ສ້າງຄວາມເປັນ ເອກະພາບໃນການຊີ້ນໍາ-ນໍາພາ, ການຊຸກຍູ້, ຕິດຕາມກວດກາ ແລະ ການປະເມີນຜົນການຈັດປະຕິບັດຢ່າງເປັນປະຈຳ.