ມອບລາງວັນ ບັ້ນແຂ່ງຂັນກວດສອບບົດປະພັນວັນນະຄະດີ ເພື່ອສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ

ມອບລາງວັນ ບັ້ນແຂ່ງຂັນກວດສອບບົດປະພັນວັນນະຄະດີ ເພື່ອສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ

    ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຮ່ວມກັບ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແລະ ສະມາຄົມນັກປະພັນລາວ (ສນປລ) ໄດ້ຈັດກອງປະຊຸມສະຫຼຸບບັ້ນແຂ່ງຂັນກວດສອບບົດປະພັນວັນນະຄະດີທົ່ວປະເທດ ເພື່ອສະເຫຼີມສະຫຼອງ ປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2022 ຂຶ້ນໃນວັນທີ 23 ກັນຍາ ນີ້ ທີ່ຫ້ອງປະຊຸມໃຫຍ່ ຄອສພ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ປະທານຄະນະຊີ້ນຳລະດັບຊາດ ເພື່ອສະເຫຼີມສະຫຼອງ ປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2022; ມີບັນດາທ່ານການນໍາຈາກພາກສ່ວນກ່ຽວຂ້ອງ ພ້ອມດ້ວຍບັນດາທ່ານນັກປະພັນ-ນັກກະວີອາວຸໂສ ແລະ ບັນດາທ່ານທີ່ໄດ້ຮັບລາງວັນເຂົ້າຮ່ວມ.

    ໃນພິທີ ທ່ານ ທອງໃບ ໂພທິສານ ປະທານສະມາຄົມນັກຂຽນປະເທດລາວ ໄດ້ຂຶ້ນລາຍງານການຈັດຕັ້ງປະຕິບັດໂຄງການແຂ່ງຂັນກວດສອບບົດປະພັນວັນນະຄະດີ ແລະ ຈັດພິມປຶ້ມເພື່ອສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2022 ໃຫ້ຮູ້ວ່າ: ຄອສພ, ຖວທ ແລະ ສນປລ ໄດ້ຈັດຕັ້ງປະຕິບັດໂຄງການດັ່ງກ່າວນີ້ ປະກອບມີ 3 ກິດຈະກຳຕົ້ນຕໍຄື:

ກິດຈະກຳທີ1: ຈັດພິມປຶ້ມ “ຕາມຮອຍປະຫວັດສາດ ສືບສານມູນເຊື້ອ ບົນເສັ້ນທາງໂຮ່ຈີມິນ ໃນຜືນແຜ່ນດິນລາວ” ສະບັບພາສາລາວເປັນເທື່ອທີ 2 ໂດຍໄດ້ມີການໄດ້ມີການກວດແກ້ຮຽບຮຽງຄືນ ແລະ ຈັດພິມມາແຈກຢາຍໃນຂອບເຂດທົ່ວປະເທດ ຈຳນວນ 2.000 ຫົວ; ພ້ອມກັນນັ້ນ ກໍໄດ້ມີຄະນະແປພາສາ ຈັດພິມເປັນພາສາຫວຽດນາມ ຊຶ່ງປຶ້ມມີ 206 ໜ້າ ແລະ ຈັດພິມແຈກຢາຍທົວປະເທດ ຈຳນວນ 3.000 ຫົວ.

ກິດຈະກຳທີ2: ໄດ້ເຊີນນັກປະພັນ-ນັກກະວີອະວຸໂສ ກິດຕິມະສັກ ຊຶ່ງເປັນສິລະປິນແຫ່ງຊາດ, ສິລະປະວັນນະຄະດີດີເດັ່ນສາຂາວັນນະກຳ, ນັກປະພັນ-ນັກກະວີວັນນະກຳລະດັບພາກພື້ນ ຈຳນວນ 17 ທ່ານ ຂຽນບົດກ່ຽວກັບມູນເຊື້ອສາມັກຄີມິດຕະພາບ ລາວ-ຫວຽດນາມ ຊຶ່ງປະກອບມີ ບົດບັນທຶກ 8 ບົດ, ເລື່ອງສັ້ນ 4 ບົດ ແລະ ບົດກະວີ 6 ບົດ ລວມມີ 18 ບົດ ລວມ 310 ໜ້າ ຈັດພິມເປັນປຶ້ມ ຈຳນວນ 2.000 ຫົວ ເພື່ອເຜີຍແຜ່ໂຄສະນາ.

ກິດຈະກຳທີ3: ຈັດຕັ້ງຂະບວນການແຂ່ງຂັນກວດສອບບົດປະພັນວັນນະຄະດີທົ່ວປະເທດ ຊຶ່ງຕະຫຼອດໄລຍະເວລາຂອງການຮັບບົດໄດ້ມີບົດສົ່ງເຂົ້າຮ່ວມຈຳນວນ 235 ບົດ ໃນນີ້ມີ ບົດບັນທຶກ 56 ບົດ, ເລື່ອງສັ້ນ 47 ບົດ ແລະ ບົດກະວີ 132 ບົດ; ຜ່ານກອງປະຊຸມຄົບຄະນະກຳມະການຕັດສິນ ຄັ້ງວັນທີ 12/9/2022 ໄດ້ເອກະສັນຮັບຮອງບົດທີ່ດີເດັ່ນ ປະກອບດ້ວຍ: ລາງວັນທີ 1 ຈໍານວນ 2 ບົດ, ລາງວັນທີ 2 ມີ 4 ບົດ, ລາງວັນທີ 3 ມີ 6 ບົດ ແລະ ລາງວັນຊົມເຊີຍມີ 30 ບົດ ຊຶ່ງຖືກຕ້ອງຄົບຖ້ວນຕາມແຜນການທີ່ກໍານົດໄວ້. ສຳລັບການຈັດພິມບັນດາບົດທີ່ໄດ້ຮັບລາງວັນ ແມ່ນຈະໄດ້ກວດແກ້ຮຽບຮຽງ ແລະ ຈັດພິມເພື່ອໂຄສະນາເຜີຍແຜ່ໃນຂັ້ນຕໍ່ໄປ.

ໃນພິທີ ໄດ້ມີການຜ່ານຂໍ້ຕົກລົງ ວ່າດ້ວຍການອະນຸມັດຮັບຮອງຜົນການຕັດສິນບັ້ນແຂ່ງຂັນດັ່ງກ່າວ ແລະ ຊົມເຊີຍນັກປະພັນກິດຕິມະສັກ. ຈາກນັ້ນ, ກໍໄດ້ມີການມອບລາງວັນໃຫ້ແກ່ຜູ້ທີ່ໄດ້ຮັບລາງວັນ ໃຫ້ກຽດມອບໂດຍ ທ່ານ ບຸນທອງ ຈິດມະນີ ໃຫ້ແກ່ຜູ້ໄດ້ຮັບລາງວັນທີ 1 ຄື: ມອບໃຫ້ຜູ້ຂຽນ ທີ່ໃສ່ນາມປາກກາຊື່ ລູກດອນກະເດັນ, ປະເພດບົດກະວີ ທີ່ມີຊື່ວ່າ “ເດືອນຍິ້ມ ແລະ ດາວແຍ້ມ” ແລະ ຜູ້ຂຽນຊື່ ປັນຍາ ພັນທະພານິດ, ປະເພດບົດເລື່ອງສັ້ນ ທີ່ມີຊື່ວ່າ “ຮັກລະຫວ່າງຮົບ”; ນອກນີ້, ທ່ານ ຍັງມອບໃບກຽດຕິຄຸນ ແກ່ນັກປະພັນກິດຕິມະສັກ 17 ທ່ານ ຊຶ່ງໃນນີ້ກໍມີ ທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ.

    ທ່ານ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນການພັກ ຫົວໜ້າ ຄອສພ ໄດ້ມອບລາງວັນໃຫ້ແກ່ຜູ້ໄດ້ຮັບລາງວັນທີ 2 ຄື: ມອບໃຫ້ຜູ້ຂຽນຊື່ ຫານຊະນະ ສີສານ, ປະເພດບົດບັນທຶກ ທີ່ມີຊື່ວ່າ “ເລົ່າເລື່ອງມິດຕະພາບ ລາວ-ຫວຽດນາມ; ຜູ້ຂຽນໃສ່ນາມປາກາຊື່ ຜ.ໄຜ່ບ້ານປ່າ, ປະເພດບົດບັນທຶກ ທີ່ມີຊື່ວ່າ “ສາຍໃຈທີ່ໝັ້ນຄົງ”; ຜູ້ຂຽນຊື່ ຂັນຄໍາ ສຸດທະວິໄລ, ປະເພດບົດເລື່ອງສັ້ນ ຊື່ “ຄົນສອງແຜ່ນດິນ” ແລະ ຜູ້ຂຽນຊື່ ຄໍາພຸດ ເທບພະນົມ, ປະເພດບົດກະວີຊື່ “ຫອມບໍ່ເຫີຍ ຮັກບໍ່ຫາຍ ສາຍສໍາພັນມິດຕະພາບ”.

    ທ່ານ ນາງ ສວນສະຫວັນ ວິຍະເກດ ກຳມະການສູນກາງພັກ ລັດຖະມົນຕີກະຊວງ ຖວທ ໄດ້ມອບລາງວັນໃຫ້ແກ່ຜູ້ທີ່ໄດ້ຮັບລາງວັນທີ 3 ແລະ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈຳພັກ ຮອງຫົວໜ້າ ຄອສພ ໄດ້ຂຶ້ນມອບລາງວັນໃຫ້ແກ່ບັນດາທ່ານຜູ້ໄດ້ຮັບລາງວັນຊົມເຊີຍ.

    ໃນໂອກາດດັ່ງກ່າວ ທ່ານ ບຸນທອງ ຈິດມະນີ ໄດ້ໂອ້ລົມບາງຕອນສຳຄັນວ່າ: ຜົນສໍາເລັດຂອງການແຂ່ງຂັນໃນຄັ້ງນີ້, ປຽບເໝືອນວັດຖຸ ຫຼື ຂອງຂັວນ ທີ່ມີມູນຄ່າສູງສົ່ງ ແລະ ຫອມຫວນສວຍງາມ ເໝືອນດອກຈຳປາ ແລະ ດອກບົວບານ ຊຶ່ງເປັນການປະກອບສ່ວນ ໃຫ້ແກ່ການສະເຫຼີມສະຫຼອງປີສາມັກຄີມິດຕະພາບລາວ-ຫວຽດນາມ 2022, ບົດປະພັນວັນນະຄະດີເຫຼົ່ານັ້ນ ໄດ້ປະພັນຂຶ້ນບົນພື້ນຖານປະຫວັດສາດແຫ່ງຄວາມເປັນຈິງ ທີ່ມີຊີວິດຊີວາ ແລະ ຫາຍາກໃນການພົວພັນມິດຕະພາບພິເສດຂອງສອງປະເທດ, ເປັນການເພີ່ມທະວີ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ໃຫ້ສວຍງາມຍືນຍາວຕະຫຼອດໄປຊົ່ວກາລະນານ. ຜົນງານການປະພັນບົດວັນນະຄະດີຂອງບັນດານັກປະພັນ, ນັກກະວີ, ນັກຄົ້ນຄວ້າຂີດຂຽນໃນທົ່ວປະເທດ ແລະ ຜູ້ໄດ້ຮັບລາງວັນຈາກການແຂ່ງຂັນກວດສອບຄັ້ງນີ້ ໄດ້ປະກອບສ່ວນສະຕິປັນຍາມັນສະໝອງເຮັດໃຫ້ບັ້ນແຂ່ງຂັນກວດສອບນີ້ ໄດ້ບົດປະພັນທີ່ມີຄວາມອຸດົມສົມບູນດ້ວຍ ເນື້ອໃນ ຮູບການ ແລະ ຄຸນຄ່າທາງວັນນະຄະດີສູງ. ນັບແຕ່ໃດໆມາ, ຊາດລາວເຮົາເຄີຍມີມູນເຊື້ອທາງດ້ານສິລະປະວັນນະຄະດີທີ່ອຸດົມຮັ່ງມີ; ບັນ ພະບຸລຸດລາວ ໄດ້ສ້າງເປັນຜົນງານວັນນະກໍາທີ່ຍອດຍິ່ງໄວ້ເປັນມໍລະດົກໃຫ້ແກ່ຄົນລຸ້ນຫຼັງໄດ້ສືບທອດຢ່າງຫຼວງຫຼາຍ ໃນທຸກຍຸກທຸກສະໄໝ ອັນໄດ້ກາຍເປັນມໍລະດົກທີ່ມີບົດບາດສໍາຄັນທີ່ສຸດຕໍ່ກັບຊີວິດຈິດໃຈ ຂອງຄົນລາວເຮົາທັງຊາດ. ໃນປັດຈຸບັນ ບັນດານັກປະພັນ-ນັກກະວີ ໄດ້ສືບຕໍ່ຕັ້ງໜ້າຈູບຈ້າວຫ້າວຫັນ ເຮັດໜ້າທີ່ປະກອບສ່ວນເຂົ້າໃນການປະດິດຄິດແຕ່ງບົດປະພັນວັນນະຄະດີປະເພດຕ່າງໆ ຢ່າງຫຼວງຫຼາຍ ບໍ່ວ່າຈະເປັນບົດເລື່ອງຍາວ, ເລື່ອງສັ້ນ, ບົດລະຄອນ, ກາບກອນ, ຂັບລໍາ ແລະ ອື່ນໆ ຊຶ່ງບັນດາຜົນງານດັ່ງກ່າວ ນອກຈາກຈະກາຍເປັນມໍລະດົກທາງວັນນະຄະດີອັນລໍ້າຄ່າແລ້ວ ຍັງໄດ້ສົ່ງເຂົ້າແຂ່ງຂັນໃນລະດັບຊາດ, ພາກພື້ນ ແລະ ສາກົນ ສາມາດຍາດໄດ້ລາງວັນອັນຊົງກຽດ ແລະ ນໍາເອົາຊື່ສຽງມາໃຫ້ແກ່ປະເທດຊາດ. ເພື່ອປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອມໍລະດົກ ທາງດ້ານວັນນະຄະດີອັນອຸດົມຮັ່ງມີຫຼາກຫຼາຍ ແລະ ເປັນເອກະລັກຂອງຊາດໄວ້ ໃຫ້ຍືນຍົງໝັ້ນຄົງ ຢູ່ຄ່ຽງຄູ່ກັບຊາດລາວຕະຫຼອດໄປນັ້ນ, ໃນນາມການນຳພັກ-ລັດ ທ່ານໄດ້ມີຄຳເຫັນເນັ້ນໜັກດັ່ງນີ້:

  1. ຮຽກຮ້ອງໃຫ້ບັນດານັກປະພັນ ນັກກະວີ ກໍຄືການຈັດຕັ້ງພັກ-ລັດ ແລະ ທຸກພາກສ່ວນສັງຄົມ ຈົ່ງໄດ້ພ້ອມກັນເອົາໃຈໃສ່ ຊຸກຍູ້ສົ່ງເສີມຂະບວນການປະດິດຄິດແຕ່ງບົດປະພັນວັນນະຄະດີ ທີ່ມີລັກສະນະຊາດ, ລັກສະນະປະຊາຊົນ ແລະ ລັກສະນະກ້າວໜ້າ, ໃຫ້ຖືເປັນພາຫະນະໜຶ່ງ ທີ່ສໍາຄັນຂອງການເຮັດວຽກງານແນວຄິດໃນທົ່ວສັງຄົມ ທີ່ແນໃສ່ສ້າງຄົນລາວ ໃຫ້ມີຈິດໃຈຮັກຊາດ-ຮັກວັດທະນາທຳອັນດີງາມຂອງຊາດ, ຮັກລະບອບປະຊາທິປະໄຕປະຊາຊົນ; ມີຄວາມດຸໝັ່ນຂະຫຍັນພຽນ ມັກຄົ້ນຄວ້າ, ມັກຊອກຊອກຮູ້ຮ່ຳຮຽນ ແລະ ປະດິດສ້າງ; ມີທັດສະນະຫຼັກໝັ້ນການເມືອງໜັກແໜ້ນ, ມີຄຸນສົມ ບັດສິນທໍາປະຕິວັດ, ມີແບບແຜນດໍາລົງຊີວິດ ທີ່ສົດໃສຈົບງາມ ແລະ ມີວິຊາຄວາມຮູ້ສົມຄູ່ກັບຄວາມຮຽກຮ້ອງຕ້ອງການຂອງພາລະກິດປ່ຽນແປງໃໝ່ຂອງພັກ.
  2. ຖືສໍາຄັນ ແລະ ເອົາໃຈໃສ່ຊຸກຍູ້ສົ່ງເສີມຢ່າງແຂງແຮງ ແລະ ຕໍ່ເນື່ອງຂະບວນການເຄື່ອນໄຫວທາງດ້ານການປະພັນ ແລະ ການປະດິດຄິດແຕ່ງວັນນະຄະດີ ໃຫ້ມີຄວາມອຸດົມຮັ່ງມີຫຼາຍຮູບຫຼາຍສີ ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການ ທາງດ້ານຊີວິດຈິດໃຈຂອງປະຊາຊົນກໍຄືຜູ້ອ່ານ, ຜູ້ຊົມໃຊ້ດ້ານມໍລະດົກທາງປັນຍາຄວາມຮູ້ ສູ້ຊົນໃຫ້ມີບົດປະພັນວັນນະຄະດີທີ່ມີຄຸນນະພາບມີຄຸນຄ່າສູງ, ສ່ອງແສງມູນເຊື້ອຂອງຊາດຂອງພາລະກິດປະຕິວັດປົດປ່ອຍຊາດ, ປົກປັກຮັກສາ ແລະ ພັດທະນາປະເທດຊາດ ທັງສ່ອງແສງເຖິງແບບແຜນດໍາລົງຊີວິດ ທີ່ກ້າວໜ້າສົດໃສຈົບງາມ, ສ້າງວັນນະຄະດີໃຫ້ມີຄຸນຄ່າ ແລະ ມີຄຸນນະພາບ ຖືກກັບຄວາມມັກຄວາມນິຍົມຊົມຊອບທີ່ຖືກຕ້ອງ ຂອງມະຫາຊົນ, ພ້ອມທັງເອົາໃຈໃສ່ຖະນຸບໍາລຸງ ແລະ ເສີມຂະຫຍາຍທຸກຄວາມອາດສາມາດບົ່ມຊ້ອນໃນການປະດິດຄິດແຕ່ງຂອງນັກປະພັນວັນນະຄະດີຂອງຊາດເຮົາໃຫ້ເຕີບໂຕ ແລະ ເຂັ້ມແຂງຂຶ້ນໄປເລື້ອຍໆ.
  3. ຄະນະພັກ ແລະ ອົງການປົກຄອງທຸກຂັ້ນ ຕ້ອງຖືສໍາຄັນ ແລະ ເອົາໃຈໃສ່ສ້າງເງື່ອນໄຂກະຕຸກຊຸກຍູ້ສົ່ງເສີມ ພ້ອມທັງບຳລຸງ-ກໍ່ສ້າງນັກປະພັນ ນັກກະວີ ກໍຄືຜູ້ທີ່ມີພອນສະຫວັນ ມັກຂຽນມັກຄົ້ນຄວ້າ ປະດິດຄິດແຕ່ງ ໃຫ້ຫຼາຍ ແລະ ເປັນມືອາຊີບ, ພ້ອມກັນນັ້ນ ນັກປະພັນ, ນັກກະວີ ຕ້ອງໄດ້ເອົາໃຈໃສ່ ຄົ້ນຄວ້າຊອກຫາຂໍ້ມູນທີ່ເປັນຈິງ ກໍຄືເຫດການສຳຄັນຕ່າງໆ ທີ່ມີຂຶ້ນໃນຊີວິດສັງຄົມ ເຊັ່ນວ່າ: ເລື່ອງຈິງ-ຄົນເຮັດ, ເລື່ອງວຽກດີ-ຄົນເດັ່ນ ແລະ ອື່ນໆ ເພື່ອສິ່ງເຫຼົ່ານັ້ນມາປະດິດຄິດແຕ່ງ ສ້າງເປັນບົດປະພັນຍ້ອງຍໍສັນລະເສີນ ບົດກະວີກາບກອນ ກະຕຸກຊຸກຍູ້ບັນດາປັດໄຈໃໝ່ ທີ່ພົ້ນເດັ່ນເຫຼົ່ານັ້ນ ໃຫ້ກາຍເປັນບົດຮຽນ ແລະ ພະລັງແຮງໃໝ່ ທີ່ຕ້ອງສືບຕໍ່ເສີມຂະຫຍາຍ ແລະ ນໍາໃຊ້ເຂົ້າໃນການສ້າງສາພັດທະນາປະເທດຊາດຂອງພວກເຮົາ.

    ຄຳເຫັນນັ້ນ ແມ່ນຄວາມຮັບຜິດຊອບ, ພາລະກິດທີ່ສໍາຄັນ ແລະ ທີ່ມີກຽດ ຂອງບັນດານັກຂຽນທັງຫຼາຍ ທີ່ຈະຕ້ອງໄດ້ສູ້ຊົນ ແລະ ເພີ່ມທະວີຄວາມເອົາໃຈໃສ່ໃນການສືບຕໍ່ຊຸກຍູ້ສົ່ງເສີມ ວຽກງານວັນນະຄະດີຢ່າງແຂງແຮງ ແລະ ຕັ້ງໜ້າກວ່າເກົ່າ ເພື່ອເຮັດແນວໃດໃຫ້ຂົງເຂດວຽກງານວັນນະຄະດີ ມີບາດກ້າວຫັນປ່ຽນໃໝ່ຢ່າງຕັ້ງໜ້າ ເປັນຂະບວນການຢ່າງໜັກແໜ້ນ ແລະ ຟົດຟື້ນຂຶ້ນກວ່າເກົ່າ. ທັງນີ້ ເພື່ອຍົກສູງຄຸນນະພາບ ຂອງຊີວິດສັງຄົມເຮົາ ໃຫ້ມີຄວາມກ້າວໜ້າທັນສະໄໝ ທຽມທັນກັບຄວາມຮຽກຮ້ອງຕ້ອງການ ຂອງສະພາບການໃນໄລຍະໃໝ່ ຂອງປະເທດເຮົາ ແລະ ປະກອບສ່ວນພັດທະນາຊີວິດວັດທະນະທຳ ແລະ ສັງຄົມລາວ ໃຫ້ມີຄວາມກ້າວໜ້າສີວິໄລ ທັງທາງດ້ານວັດຖຸ ແລະ ຈິດໃຈ, ດ້ວຍຫົວຄິດປະດິດສ້າງ ແລະ ສະຕິປັນຍາ, ດ້ວຍມານະຈິດອັນສູງສົ່ງ ແລະ ມູນເຊື້ອວັນນະຄະດີອັນດີເດັ່ນດ້ວຍຄວາມຮູ້ຄວາມສາມາດ ແລະ ນໍ້າໃຈຮັບຜິດຊອບອັນສູງສົ່ງ ຂອງບັນດານັກປະພັນ-ນັກກະວີ. ແລະເຊື່ອໝັ້ນວ່າບັນດາທ່ານ, ບັນດາສະຫາຍ ຈະສາມາດກ້າວຂຶ້ນ ແລະ ເຮັດສໍາເລັດໃນພາລະກິດປະດິດຄິດແຕ່ງດ້ວຍໄຊຊະນະ ກໍຄືຜົນສຳເລັດໃໝ່ທີ່ໃຫຍ່ຫຼວງກວ່າເກົ່າ, ທັງເປັນແບບຢ່າງ ແລະ ແວ່ນແຍງອັນໃສແຈ້ງ ໃຫ້ແກ່ຄົນລຸ້ນໜຸ່ມໄດ້ສືບທອດ ແລະ ຄົ້ນຄວ້າຮໍ່າຮຽນ. ພ້ອມກັນນັ້ນ, ກໍໃຫ້ສືບຕໍ່ປົກປັກຮັກສາຜົນງານ, ຄຸນງາມ ຄວາມດີ ແລະ ບົດບາດຊື່ສຽງຂອງນັກປະພັນ-ນັກກະວີ, ທັງສືບຕໍ່ຮັກສາມູນເຊື້ອອັນດີງາມ ແລະ ຝຶກຝົນປາຍປາກກາໃຫ້ແຫຼມຄົມປະດິດຄິດແຕ່ງ ແລະ ສ້າງຜົນງານ ກໍຄືຄຸນຄ່າທາງດ້ານວັດທະນາທຳ ເຂົ້າໃນອຸດທິຍານອັກ ສອນ ແລະ ຄັງສາງວັນນະຄະດີຂອງຊາດເຮົາ ໃຫ້ນັບມື້ອຸດົມຮັ່ງມີ ແລະ ຮຸ່ງເຮື່ອງສວຍງາມຕະຫຼອດໄປ.