ຫົວ​ໜ້າ ຄອ​ສ​ພ ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ ວາລະສານ ກົງສ້ານ(Tap chi Cong San) ຂອງສູນກາງພັກກອມມູນິດຫວຽດນາມ

ຫົວ​ໜ້າ ຄອ​ສ​ພ ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ ວາລະສານ ກົງສ້ານ(Tap chi Cong San) ຂອງສູນກາງພັກກອມມູນິດຫວຽດນາມ

ວັນທີ 24 ຕຸລາ 2022 ທີ່ຫ້ອງຮັບແຂກຄະນະໂຄສະນາອົບຮົມສູນກາງພັກ (ຄອ​ສ​ພ) ທ່ານ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ ໄດ້ຕ້ອນຮັບຄະນະຜູ້ແທນ ວາລະສານ ກົງສ້ານ ຂອງສູນກາງພັກກອມມູນິດຫວຽດນາມ ນຳໂດຍ ທ່ານ ຫງວຽນ ຈີທຶກ ຄະນະບັນນາທິການ ວາລະສານ ກົງສ້ານ ຂອງສູນກາງພັກກອມມູນິດຫວຽດນາມພ້ອມດ້ວຍຄະນະ ເຂົ້າຢ້ຽມ​ຂ່ຳນັບ ໃນໂອກາດ ທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກກັບວາລະສານ ອະລຸນໃໝ່ ຂອງພັກປະຊາຊົນປະຕິວັດລາວ.

ໂອກາດດັ່ງກ່າວ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ສະແດງຄວາມຕ້ອນຮັບ ຊົມເຊີຍ ແລະ ຕີລາຄາສູງຕໍ່ ທ່ານ ຫງວຽນ ຈີທຶກ ພ້ອມຄະນະ ທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໂດຍສະເພາະມາຮ່ວມເຮັດວຽກກັບ ວາລະສານ ອະລຸນໃໝ່ຂອງພັກປະຊາຊົນປະຕິວັດລາວ ໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນເສີມສ້າງສາຍພົວພັນຮ່ວມມື ແລະ ຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ ລະຫວ່າງ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ກໍຄື ສອງ ວາລະສານ ອະລຸນໃໝ່ ແລະ ວາລະສານ ກົງສ້ານ ທີ່ມີມູນເຊື້ອມາແຕ່ດົນນານໃຫ້ນັບມື້ເພີ່ມພູນຄູນສ້າງຍິ່ງໆຂຶ້ນ.

ທ່ານ ຫງວຽນ ຈີທຶກ ໄດ້ລາຍງານຕໍ່ຫົວໜ້າ ຄອສພ ຊາບວ່າ: ໃນຕອນເຊົ້າຂອງວັນທີ 24 ຕຸລາ ສອງວາລະສານໄດ້ພົບປະ ແລະ ເຮັດວຽກຮ່ວມກັນ. ໃນການພົບປະຄັ້ງນີ້ ສອງຝ່າຍໄດ້ລາຍງານສະພາບການພົ້ນເດັ່ນໃຫ້ກັນຊາບ, ແລກປ່ຽນວິຊາສະເພາະເຊັ່ນ ການບັນນາທິການບົດ, ຂຽນບົດ, ການເລືອກຫົວຂໍ້, ການຄຸ້ມຄອງ, ການພັດທະນາ ແລະ ການພິມຈໍາໜ່າຍສື່ສິ່ງພິມ, ການຂຽນບົດກ່ຽວກັບການປົກປ້ອງແນວຄິດຂອງພັກ, ຕອບຕ້ານບັນດາທັດສະນະທີ່ຜິດເຂວ ຂອງກຸ່ມຄົນບໍ່ຫວັງດີ, ໃນນັ້ນໄດ້ທົບທວນຄືນການພົວພັນຮ່ວມມືລະຫວ່າງ 2 ວາລະສານໃນໄລຍະຜ່ານມາ (2016-2022) ແລະ ວາງທິດທາງການຮ່ວມມື ໄລຍະ 2022-2026 ເພື່ອສືບຕໍ່ແລກປ່ຽນຄະນະຜູ້ແທນ, ແລກປ່ຽນດ້ານວິຊາການ, ຂໍ້ມູນຂ່າວສານ, ພິເສດໃນເດືອນສິງຫາ 2022 ຜ່ານມາ ຄະນະຜູ້ແທນວາລະສານອະລຸນໃໝ່ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກກັບ ວາລະສານ ກົງສ້ານ ແລະ ໄດ້ພົບປະແລກປ່ຽນກ່ຽວກັບແຜນການຮ່ວມມືໃນໄລຍະໃໝ່ ເຊິ່ງສອງວາລະສານໄດ້ພ້ອມກັນປຶກສາຫາລື ແລະ ມີຄວາມເອກະພາບທາງດ້ານເນື້ອໃນສໍາຄັນໂດຍສະເພາະແມ່ນ ຝ່າຍວາລະສານ ກົງສ້ານ ເຫັນດີຈະຊ່ວຍເຫຼືອສ້າງວາລະສານເອເລັກໂຕຼນິກໃຫ້ແກ່ວາລະສານອະລຸນໃໝ່ ຕາມເງຶ່ອນໄຂສະພາບຕົວຈິງ ແລະ ວາລະສານອະລຸນໃໝ່ຢືນຢັນຈະປະຕິບັດຕາມບົດບັນທຶກຊ່ວຍຈໍາ ການພົວພັນຮ່ວມມືລະຫວ່າງວາລະສານ ອະລຸນໃໝ່ ແລະ  ວາລະສານກົງສ້ານໄລຍະປີ 2022-2026 ໃຫ້ມີຜົນສໍາເລັດຕາມ​ລະ​ດັບ​ຄາດ​ໝາຍ.