ການຈັດອົບຮົມຄວາມຮູ້ພື້ນຖານດ້ານການເມືອງ -ການປົກຄອງ ແລະ ການສ້າງບ້ານພັດທະນາ ຢູ່ເມືອງພູຄູນແຂວງຫຼວງພະບາງ.

ການຈັດອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ແລະ ການສ້າງບ້ານພັດທະນາ ຢູ່ເມືອງພູຄູນແຂວງຫຼວງພະບາງ.

ໃນຕອນເຊົ້າຂອງວັນທີ 2 ພະຈິກ 2022 ໄດ້ຈັດພິທີເປີດຊຸດອົບຮົມ ຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ, ການສ້າງບ້ານພັດທະນາ ແລະ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ຂຶ້ນຢູ່ສະໂມສອນເມືອງພູຄູນແຂວງຫຼວງພະບາງ ໂດຍພາຍໄຕ້ການເປັນປະທານຂອງ ສະຫາຍ ຄຳພັນ ພະນິນທອງ ຮອງເລຂາພັກເມືອງ, ຮອງເຈົ້້າເມືອງເມືອງພູຄູນ, ມີສະຫາຍ ນາງ ສຸກສະຫວັນ ອິນຄະວິໄລ ຮອງຫົວໜ້າກົມອົບຮົມ ຄອສພ, ສະຫາຍ ທອງຈັນ ພົມມະລາດ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງຫຼວງພະບາງ ພ້ອມດ້ວຍພະນັກງານຈາກກົມອົບຮົມ, ແຂວງ, ເມືອງ ແລະ ເລຂາພັກບ້ານ, ນາຍບ້ານ, ພະນັກງານຊ່ວຍວຽກຂັ້ນບ້ານເຂົ້້າຮ່ວມ.

ການຝຶກອົບຮົມດັ່ງກ່າວແມ່ນໃຊ້ເວລາ 2ວັນ ນັບແຕ່ ວັນທີ 2-3 ພະຈິກ 2022 ຊຶ່ງມີຜູ້ເຂົ້າຮ່ວມທັງໝົດຈຳນວນ 65 ສະຫາຍ, ຍິງ 2 ສະຫາຍ , ເລຂາພັກບ້ານຈຳນວນ 34 ສະຫາຍ, ຍິງ 1 ສະຫາຍ, ພະນັກງານລົງຊ່ວຍວຽກຢູ່ຮາກຖານບ້ານຈຳນວນ 31 ສະຫາຍ, ຍິງ 1 ສະຫາຍ. ຊຸດອົບຮົມໃນຄັ້ງນີ້ແມ່ນນໍາໃຊ້ເອກະສານອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ແລະ ການສ້າງບ້ານພັດທະນາ ຊຶ່ງປະກອບມີ 6 ບົດ ແລະ ເອກະສານວຽກງານການເງິນຂັ້ນບ້ານ ໃນການຝຶກອົບຮົມຄັ້ງນີ້ ໄດ້ເຮັດໃຫ້ນັກສໍາມະນາກອນ ໄດ້ຮັບຮູ້ ແລະ ເຂົ້້ໃຈເລິກເຊິ່ງກ່ຽວກັບເນື້ອໃນຈິດໃຈ ຂອງກົມການເມືອງສູນກາງພັກມາຈັດຕັ້ງຜັນຂະຫຍາຍຢູ່ຂັ້ນຮາກຖານບ້ານ ໃຫ້ກາຍເປັນຮູບປະທຳ ເປັນຕົ້ນແມ່ນການຜັນຂະຫຍາຍ ມະຕິກອງປະຊຸມໃຫ່ຍຄັ້ງທີ XI, ມະຕິກອງປະຊຸມໃຫ່ຍຄັ້ງທີ VIII ຂອງອົງຄະນະພັກແຂວງ ແລະ ມະຕິກອງປະຊຸມໃຫ່ຍຄັ້ງທີ IV ຂອງອົງຄະນະພັກເມືອງ ເພື່ອເປັນບ່ອນອີງໃນການຈັດຕັ້ງວຽກງານແຜນການຂອງຕົນຕາມແນວທາງຂອງພັກ.

ພາຍຫຼັງສຳເລັດການຝຶກອົບຮົມສະຫາຍ ຄຳພັນ ພະນິນທອງ ຮອງເລຂາພັກເມືອງ, ຮອງເຈົ້້າເມືອງເມືອງພູຄູນກໍໄດ້ມອບໃບຢັ້ງຢືນໃຫ້ແກ່ນັກສຳມະນາກອນພ້ອມທັງໂອ້ລົມຕໍ່ຊຸດອົບຮົມ ເຊິ່ງ ສະຫາຍຄຳພັນ ພະນິນທອງ ໄດ້ມີຄຳເນັ້ນໜັກໃຫ້ນັກສຳມະນາກອນຈົ່ງກຳແໜ້ນເນື້ອໃນຈິດໃຈຂອງການສ້າງບ້ານພັດທະນາ ຕາມ 4 ເນື້ອໃນ 4 ຄາດໝາຍ ພ້ອມທັງເອົາໃຈໃສ່ພັດທະນາບ້ານຄຽງຄູ່ກັບການປົກປັກຮັກສາສິ່ງແວດລ້ອມ ໃຫ້ຢູ່ຄູ່ກັບການພັດທະນາທີ່ຢືນຢົງ.
ຮູບພາບ-ຂ່າວ: ນ. ສຸກສະຫວັນ ວົງຫາຈັກ.