ພິທີມອບ-ຮັບໜ້າທີ່ລະຫວ່າງຫົວໜ້າກົມຜູ້ເກົ່າ ແລະ ຜູ້ໃໝ່ຢູ່ ຄອສພ

ພິທີມອບ-ຮັບໜ້າທີ່ລະຫວ່າງຫົວໜ້າກົມຜູ້ເກົ່າ ແລະ ຜູ້ໃໝ່ຢູ່ ຄອສພ

ໃນຕອນເຊົ້າວັນທີ 28 ພະຈິກ 2022 ຢູ່ທີ່ຫ້ອງປະຊຸມໃຫຍ່ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີມອບ-ຮັບໜ້າທີ່ລະຫວ່າງຫົວໜ້າກົມຜູ້ເກົ່າ ແລະ ຜູ້ໃໝ່ໂດຍໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານຂອງສະຫາຍ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ມີບັນດາສະຫາຍຄະນະພັກຄະນະນຳຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍພະນັກງານທັງໝົດ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນ​ພິທີ​ດັ່ງກ່າວ ຫົວໜ້າກົມຈັດຕັ້ງພະນັກງານໄດ້​ຂື້ນຜ່ານມະຕິຕົກລົງຂອງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ ວ່າດ້ວຍການຫຍຸບໜ່ວຍພັກຂອງບັນດາກົມພາຍໃນຄະນະໂຄສະນາອົບຮົມສູນກາງພັກເຊິ່ງມີດັ່ງນີ້: ຫຍຸບໜ່ວຍພັກກົມສັງລວມ ແລະ ວາລະສານໂຄສະນາ. ຜ່ານມະຕິຕົກລົງຂອງຄະນະປະຈຳພັກ ຄະນະໂຄສະນາອົບຮົມສູນກາງພັກ ວ່າດ້ວຍການບົ່ງຕົວແຕ່ງຕັ້ງເລຂາໜ່ວຍພັກຂອງບັນດາກົມໃໝ່ເຊິ່ງມີດັ່ງນີ:

  1. ສະຫາຍ ຄຳກອງ ທຳມະເທວາ ຄະນະພັກ ເປັນເລຂາໜ່ວນພັກ, ຫົວໜ້າກົມອົບຮົມ
  2. ສະຫາຍ ວັນລາຕີ ຄຳວານວົງສາ ຄະນະພັັກ ເປັນເລຂາໜ່ວຍພັກ, ວ່າການຫົວໜ້າ ບ.ກ ວາລະສານອະລຸນໃໝ່.
  3. ສະຫາຍ ໂພເມັກ ວິໄລສັກ ເປັນເລຂາໜ່ວຍພັກ, ຫົວໜ້າກົມໂຄສະນາ

ຫຼັງຈາກນັ້ນກໍໄດ້ເຊັນມອບ-ຮັບໜ້າທີ່ລະຫວ່າງເລຂາໜ່ວຍພັກກົມເກົ່າ ແລະ ກົມໃໝ່ເຊິ່ງມີດ່ັງນີ້:

  1. ສະຫາຍ ບົວລີ ບັນຊາລິດ ຫົວໜ້າກົມໂຄສະນາ (ຜູ້ເກົ່າ) ມອບ-ຮັບໜ້າທີ່ໃຫ້ແກ່ ສະຫາຍ ໂພເມັກ ວິໄລສັກ ເລຂາໜົວພັກ, ຫົວໜ້າກົມໂຄສະນາ(ຜູ້ໃໝ່).
  2. ສະຫາຍ ຄຳເຄນ ຈັນທະວົງ ເລຂາພັກກົມ, ຫົວໜ້າກົມອົບຮົມ (ຜູ້ເກົ່າ) ມອບ-ຮັບໜ້າທີ່ໃຫ້ແກ່ ສະຫາຍ ຄຳກອງ ທຳມະເທວາ ເລຂາພັກ, ຫົວໜ້າກົມອົບຮົມ(ຜູ້ໃໝ່).
  3. ສະຫາຍ ຄຳສະໄຫວ ສີດາວົງ ເລຂາພັກວາລະສານ, ຜູ້ອຳນວຍຄວບຄຸມວຽກງານຮອບດ້ານຊ່ວຍຄະນະ ບ.ກ ວາລະສານ ອະລຸນໃໝ່ ຜູ້ເກົ່າ) ມອບ-ຮັບໜ້າທີ່ໃຫ້ແກ່ ສະຫາຍ ວັນລາຕີ ຄຳວານວົງສາ ເລຂາພັກວາລະສານ, ວ່າການຫົວໜ້າ ບ.ກ ວາລະສານ ອະລຸນໃໝ່(ຜູ້ໃໝ່).
  4. ສະຫາຍ ແສງຕານ ແກ້ວອິນດາປິງ ຫົວໜ້າກົມສັງລວມ ມອບໜ້າທີ່ວຽກງານໃຫ້ແກ່ ສະຫາຍ ສາຄອນ ພົມມະລາດ ເລຂາພັກ, ຫົວໜ້າຫ້ອງການ.ຫຼັງຈາກນັ້ນ ສະຫາຍ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກໄດ້ໃຫ້ກຽດມີຄຳເຫັນໂອ້ລົມເຊິ່ງກ່ອນອຶ່ນສະຫາຍໄດ້ສະແດງຄວາມຍ້ອງຍໍໍຊົມເຊີຍຕໍ່ຜົນງານອັນພົ້ນເດັ່ນໃນຕະຫຼອດໄລຍະຜ່ານມາ ແລະ ຮຽກຮ້ອງມາຍັງບັນດາສະຫາຍ ເຂົ້າໃຈຢ່າງເລິກເຊິ່ງວ່າຄະນະພັກ ຄອສພ ຕົກລົງຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານການນຳຂັ້ນກົມ ແມ່ນຄວາມຈຳເປັນຂອງໜ້າທີ່ວຽກງານ, ຄວາມຕ້ອງການສຳລັບພັກແນ່ໃສ່ປັບປຸງການຈັດຕັ້ງ ແລະ ບຸກຄະລາກອນໃຫ້ສອດຄ່ອງກັບໜ້າທີ່ວຽກງານ ແລະ ສອດຄ່ອງກັບລະດັບຄວາມຮູ້ຄວາມສາມາດຂອງພະນັກງານແຕ່ລະຄົນ ແລະ ສະຫາຍໄດ້ເນັ້ນໜັກບາງບັນຫາຄື: ໃຫ້ບັນດາສະຫາຍສຶກສາອົບຮົມນຳພາແນວຄິດຂອງພະນັກງານສະມາຊິກພັກຢູ່ແຕ່ລະກົມ, ພະແນກການເພື່ອໃຫ້ທຸກຄົນເຂົ້າໃຈ ແລະ ຮັບຮູ້ຢ່າງທົ່ວເຖິງຕໍ່ການສັບປ່ຽນດັ່ງກ່າວ; ໃຫ້ພວກສະຫາຍສືບຕໍ່ປົກປັກຮັກສາມູນເຊື້ອອັນດີງາມໂດຍສະເພາະຄວາມສາມັກຄີພາຍໃນໃຫ້ມີຄວາມໜັກແໝ້ນ, ມີຄວາມເປັນເອກະພາບສູງ, ສືບຕໍ່ເປັນຫຼັກແຫຼ່ງ, ເປັນຄັນທຸງ ແລະ ເປັນແກນນຳໃນການເຕົ້າໂຮມຄວາມສາມັກຄີໃນຖັນແຖວພະນັກງານ ແລະ ສະມາຊິກພັກ; ເອົາໃຈໃສ່ຕ້ານ ແລະ ສະກັດກັ້ນທຸກກົນອຸບາຍເລ່ຫຼ່ຽມ ແລະ ຖ້ອຍທຳນອງໃສ່ຮ້າຍປ້າຍສີ, ປັ່ນປ່ວນ, ແບ່ງແຍກພາຍໃນພັກຂອງພວກສັດຕູ ແລະ ກຸ່ມຄົນບໍ່ດີທີ່ຫວັງມ້າງເພທຳລາຍປະເທດເຮົາ. ພ້ອມກັນຕັດສິນໃຈແກ້ໄຂບັນຫາທີ່ຍັງອ່ອນ ແລະ ຄົງຄ້າງ ເພື່ອພ້ອມກັນສືບຕໍ່ນໍາພາພະນັກງານ ແລະ ສະມາຊິກພັກ ໃນອົງການຂອງຕົນ ປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ ແລະ ປະດິດສ້າງການຫັນປ່ຽນທີ່ແຂງແຮງ ເລິກເຊິ່ງ ແລະ ຮອບດ້ານເຂົ້າໃນວຽກງານຕົວຈິງ ແລະ ພ້ອມນັ້ນ ກໍຕ້ອງປັບປຸງເນື້ອໃນ, ຮູບການ, ວິທີການຂອງວຽກງານໂຄສະນາອົບຮົມໃຫ້ສອດຄ່ອງ, ຕິດແທດກັບສະພາບ ແລະ ຄວາມຮຽກຮ້ອງຕ້ອງການຕົວຈິງ ຂອງໜ້າທີ່ການເມືອງ, ແທດກັບແຕ່ລະເປົ້າໝາຍ, ມີຄຸນນະພາບ ແລະ ມີປະສິດທິຜົນສູງຂຶ້ນກວ່າເກົ່າ.