ພິທີປະກາດ ຜະລິດຕະພັນການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ກ່ຽວກັບການປ່ຽນແປງໃໝ່ຢູ່ ສປປ ລາວ

ພິທີປະກາດ ຜະລິດຕະພັນການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ

ກ່ຽວກັບການປ່ຽນແປງໃໝ່ຢູ່ ສປປ ລາວ

ໃນຕອນເຊົ້າວັນທີ 22 ທັນວາ 2022 ຢູ່ທີ່ຫ້ອງປະຊຸມໃຫຍ່ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີປະກາດ ຜະລິດຕະພັນການຄົ້ນຄວ້າແນວຄິດໄກສອນ ພົມວິຫານ ກ່ຽວກັບການປ່ຽນແປງໃໝ່ຢູ່ ສປປ ລາວ ໃຫ້ກຽດເຂົ້າຮ່ວມພ້ອມທັງເປັນປະທານເປີດພິທີໂດຍ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດແຫ່ງ ສປປ ລາວ ມີ: ສະຫາຍ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມນສູນກາງພັກ, ປະທານສະພາທິດສະດີສູນກາງພັກ, ຜູ້ຊີ້ນຳວຽກງານຄົ້ນຄວ້າແນວຄິດປະທານໄກສອນ ພົມວິຫານ, ມີສະມາຊິກສະພາທິດສະດີສູນກາງພັກ ແລະ  ບັນດາຄະນະນຳມາຈາກກະຊວງ-ອົງການອ້ອມຂ້າງເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິ ການສູນກາງພັກ, ຮອງປະທານປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດກ່າວເປີດພິທີ ທ່ານໃຫ້ຮູ້ວ່າ: ການຄົ້ນຄວ້າແນວຄິດ ປະທານ ໄກສອນ ພົມວິຫານກ່ຽວກັບການປ່ຽນແປງໃໝ່ຢູ່ ສປປ ລາວ ແມ່ນຜົນສຳເລັດທີ່ມີຄວາມສຳຄັນສຳລັບການສະເຫຼີມສະຫຼອງວັນຄ້າຍວັນ ເກີດຂອງ ປະທານໄກສອນ ພົມວິຫານ ຄົບຮອບ 102 ປີ, ເຊິ່ງສະແດງໃຫ້ເຫັນຜົນງານອັນໃຫຍ່ຫຼວງທີ່ທ່ານ ໄດ້ປະກອບສ່ວນໃຫ້ແກ່ພາລະກິດປະຕິວັດຂອງຊາດ, ປະທານ ໄກສອນ ແມ່ນນັກຮັກຊາດຜູ້ຍິ່ງໃຫຍ່, ແມ່ນລູກຜູ້ປະເສີດຂອງປວງຊົນລາວບັນດາເຜົ່າ, ເປັນຜູ້ນໍາສູງສຸດຂອງການປະຕິວັດລາວ ທີ່ມີຄວາມປີຊາສາມາດ ແລະ ມີຄວາມສະຫຼາດຫຼັກແຫຼມ, ມີໄຫວພິບອັນແຫຼມຄົມ, ມີຄວາມອົງອາດກ້າຫານ, ມີນໍ້າໃຈຕໍ່ ສູ້ທີ່ເດັດດ່ຽວໜຽວແໜ້ນ ແລະ ເປັນຜູ້ນໍາທີ່ແສນເຄົາລົບຮັກຂອງພັກ-ລັດ ແລະ ຂອງປວງຊົນລາວ; ຊີວິດ ແລະ ພາລະກິດປະຕິວັດຂອງປະທານ ໄກສອນ ພົມວິຫານ ໄດ້ຕິດພັນຢ່າງສະໜິດແໜ້ນກັບຂະບວນການວິວັດແຫ່ງການເຕີບໃຫຍ່ຂະຫຍາຍຕົວມີໄຊຂອງພັກ ແລະ ຂອງການປະຕິວັດ. ຜະລິດຕະພັນດັ່ງກ່າວແມ່ນເຂັມທິດເຍືອງທາງອັນໃສແຈ້ງຕໍ່ກັບພາລະກິດການປ່ຽນແປງໃໝ່ຂອງຊາດ, ຢັ້ງຢືນໃຫ້ເຫັນເຖິງຄຸນສົມບັດ ສິນທໍາປະຕິວັດ ຂອງປະທານໄກສອນ ພົມວິຫານ ເຊິ່ງເປັນມໍລະດົກອັນລໍ້າຄ່າ ປະໄວ້ໃຫ້ປວງຊົນລາວທັງຊາດ. ພວກເຮົາຈົ່ງພ້ອມກັນຮໍ່າຮຽນເອົາຄຸນສົມບັດ ສິນທໍາປະຕິວັດອັນສູງສົ່ງ ຂອງປະທານ ໄກສອນ ພົມວິຫານ ແລະ ນຳໄປຜັນຂະຫຍາຍເຂົ້າສູ່ທຸກເປົ້າ  ໝາຍດ້ວຍປະສິດທິພາບສູງສຸດ.