ຄະນະນຳ ຄະນະໂຄສະນາອົບຮົມສູນກາງພັກ ລົງພົບປະໂອ້ລົມພະນັກງານນັກຮົບ-ນັກສຶກສາ ໂຮງຮຽນທິດສະດີການເມືອງກອງທັບ ເນື່່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ (20 ມັງກອນ 1949 – 20 ມັງກອນ 2023)

ຄະນະນຳ ຄະນະໂຄສະນາອົບຮົມສູນກາງພັກ ລົງພົບປະໂອ້ລົມພະນັກງານນັກຮົບ-ທະຫານ ໂຮງຮຽນທິດສະດີການເມືອງກອງທັບ ເນື່່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ (20 ມັງກອນ 1949 – 20 ມັງກອນ 2023)

             ໃນວັນທີ 19 ມັງກອນ 2023 , ສະຫາຍ ປອ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາ ອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ພ້ອມດ້ວຍຄະນະ ​ໄດ້ລົງພົບປະໂອ້ລົມ ພະນັກງານ-ນັກຮົບ ໂຮງຮຽນທິດສະດີການເມືອງກອງທັບ ເນື່່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74ປີ

ໃນພິທີ ໄດ້ຮັບຟັງການລາຍງານຫຍໍ້ການຈັດຕັ້ງເຄື່ອນໄຫວວຽກງານຮອບດ້ານຂອງ ໂຮງຮຽນທິດສະດີການເມືອງກອງທັບ ໃນໄລຍະ1ປີຜ່ານມາ ຈາກ ສະຫາຍ ພົນຈັດຕະວາ ປອ ຄຳໄພ ຟອງດາລາ  ຮອງເລຂາຄະນະພັກ ຫົວໜ້າການທະຫານໂຮງຮຽນທິດສະດີການເມືອງກອງທັບ ເຊີ່ງສະຫາຍໄດ້ຍົກໃຫ້ເຫັນເຖິງການເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດ ໂດຍສະເພາະແມ່ນ 4 ໜ້າທີ່ໃຫຍ່ 26 ແຜນງານ ຫັນເປັນແຜນການລະອຽດເຂົ້າສູ່ຊີວິດຕົວຈິງຂອງກົມກອງດ້ວຍຈິດໃຈບຸກທະລຸ ແລະ ມີຜົນສໍາເລັດຫຼາຍດ້ານ ແລະ ສູ້ຊົນນໍາສະເໜີຂັ້ນເທິງເພື່ອອະນຸມັດຍົກລະດັບຈາກໂຮງຮຽນ ຂຶ້ນເປັນວິທະຍາຄານ ແຕ່ນີ້ຮອດປີ 2025.

ທັງຍົກໃຫ້ເຫັນເຖິງຜົນສຳເລັດໃນການປະຕິບັດຕາມພາລະບົດບາດໜ້າທີ່ຂອງໂຮງຮຽນ ສ້າງນາຍທະຫານວິຊາການ ໃນຂົງເຂດວຽກງານການເມືອງ ມີ 7 ເປົ້າໝາຍ ແລະ ສ້າງນາຍທະຫານນໍາພາຂັ້ນກອງພັນນ້ອຍ, ກອງພັນໃຫຍ່, ກອງພົນ ໄດ້ 5 ເປົ້າໝາຍ ແລະ ສໍາເລັດໄປແລ້ວ 14 ເປົ້າໝາຍ, ຍັງ 4 ເປົ້າໝາຍ, ມີນັກສຶກສາການທະຫານຈົບ ກາຍເປັນພະນັກງານນໍາພາຄຸ້ມຄອງຈຳນວນ 500 ກ່ວາສະຫາຍ.

ຫຼັງຈາກນັ້ນ ທ່ານ ປອ ຄໍາພັນ ເຜີຍຍະວົງ  ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ໄດ້ມີຄໍາເຫັນໂອ້ລົມ ໂດຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍມາຍັງບັນດາສະຫາຍພະນັກງານນັກຮົບ, ຄູອາຈານ, ນັກສຶກສາ ທົ່ວໂຮງຮຽນ ທີ່ໄດ້ພ້ອມກັນຕັ້ງໜ້າເຮັດ ສຳເລັດພາລະກິດປະຕິວັດອັນຍິ່ງໃຫຍ່ ແລະ ໜັກໜ່ວງທີ່ພັກ ແລະ ປະຊາຊົນມອບໝາຍໃຫ້ມີສຳເລັດຜົນ ນອກນັ້ນທ່ານຍັງໄດ້ເນັ້ນບາງບັນຫາທີ່ຕ້ອງໄດ້ເອົາໃຈໃສ່ຄື:

  1. ເຊີດຊູສະຕິລະວັງຕົວ, ມີສະຕິໃນການປົກປັກຮັກສາແນວທາງນະໂຍບາຍຂອງພັກ-ລັດ, ປົກປັກຮັກສາໝາກຜົນຂອງການປະຕິວັດ, ປົກປັກຮັກສາລະບອບໃໝ່ປະຊາທິປະໄຕປະຊາຊົນ ໄວ້ໃຫ້ໝັ້ນຄົງ; ສົມທົບແໜ້ນວຽກງານການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ກັບການສ້າງສາພັດທະນາເສດຖະກິດ-ສັງຄົມ; ກອງທັບ ກໍຄືກົມກອງ ຕ້ອງເປັນຫຼັກແຫຼ່ງ, ເປັນພາຫານະອັນແຫຼມຄົມຂອງພັກ ໃນການນຳພາທົ່ວປວງຊົນ ເຮັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ໃນນີ້ ວຽກງານກໍ່ສ້າງຮາກຖານ ກໍຍັງແມ່ນວຽກງານຍຸດທະສາດຕົ້ນຕໍຂອງພັກກໍຄືຂອງທົ່ວກອງທັບເຮົາ.
  2. ກຳລັງປະກອບອາວຸດຂອງພວກເຮົາ ແມ່ນກຳລັງຂອງພັກ ເຊີ່ງພັກປະຊາຊົນປະຕິວັດລາວເປັນຜູ້ສ້າງຂຶ້ນ ແລະ ກໍ່ເຕີບໃຫຍ່ເຂັ້ມແຂງຂຶ້ນ ຢູ່ໃນການອົບຮົມບົ່ມສອນຂອງພັກມາໂດຍຕະຫຼອດ. ດັ່ງນັ້ນ, ບໍ່ວ່າຈະຢູ່ໃນໄລຍະໃດ ກໍ່ຕ້ອງຮັບປະກັນຄວາມຈົ່ງຮັກພັກດີຢ່າງສຸດຊຶ້ງຕໍ່ພາລະກິດຂອງພັກ ແລະ ປະເທດຊາດ; ທົ່ວກອງທັບ ກໍຄືກົມກອງ ຕ້ອງຢູ່ໃຕ້ການນຳພາເດັດຂາດໂດຍກົງ ແລະ ຮອບດ້ານຂອງພັກ, ຫົວໜ່ວຍກົມກອງຕ່າງໆ ຕ້ອງຢູ່ໃຕ້ການນຳພາຂອງຄະນະພັກຂັ້ນຂອງຕົນ.
  3. ສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງຕົນ, ຕ້ອງຕັ້ງໜ້າປັບປຸງກຳລັງໃນທຸກດ້ານໃຫ້ໜັກແໜ້ນເຂັ້ມແຂງ, ເອົາໃຈໃສ່ຕໍ່ການປັບປຸງລະບອບຄຸ້ມຄອງ-ບັນຊາ, ປັບປຸງກຳລັງປະເພດຕ່າງໆ ໂດຍຖືເອົາຄຸນນະພາບເປັນຕົ້ນຕໍ ໃນນັ້ນ ຖືເອົາຄຸນນະພາບທາງດ້ານການເມືອງ-ແນວຄິດເປັນກົກ, ເອົາຄວາມສາມາດ ດ້ານວິຊາສະເພາະ, ຫົວຄິດປະດິດສ້າງ ແລະ ການຈັດຕັ້ງບັນຊາເປັນສິ່ງສຳຄັນ; ຕ້ອງມີແຜນການ ແລະ ປະຕິບັດລະບອບຫັດແອບ ເພື່ອຍົກສູງຄວາມສາມາດທາງດ້ານສິນລະປະຍຸດ-ຍຸດທະວິທີ, ລະດັບວິຊາສະເພາະໃຫ້ສູງຂຶ້ນ ທັງຍົກສູງສະຕິການຈັດຕັ້ງລະບຽບວິໄນໃຫ້ເຂັ້ມງວດ.
  4. ຕ້ອງສຸມທຸກເງື່ອນໄຂຄວາມສາມາດ ເພື່ອກ້າວໄປເຖິງການກຸ້ມຕົນເອງ ຢ່າງຮອບດ້ານໃນນັ້ນໃຫ້ຖືເອົາວຽກງານຄຸ້ມຄອງ, ລ້ຽງດູກອງທັບ ດ້ວຍການສ້າງພະລາທິການກັບທີ່ເປັນວຽກງານຕົ້ນຕໍ ເພື່ອແກ້ໄຂຄວາມຫຍຸ້ງຍາກຝືດເຄືອງດ້ານຊີວິການເປັນຢູ່ ໂດຍສຸມໃສ່ດ້ານກະສິກຳທີ່ເປັນທ່າແຮງ (ການປູກຝັງ, ລ້ຽງສັດ) ໃຫ້ເປັນຂະບວນ, ຂະຫຍາຍດ້ານການບໍລິການທີ່ຕິດພັນກັບຂົງເຂດປ້ອງກັນຊາດ ໃຫ້ຄ່ອຍເພີ່ມຂຶ້ນ ຕາມເງື່ອນໄຂ.
  5. ປະຕິບັດແນວທາງການຕ່າງປະເທດ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ຮ່ວມມືກັບປະເທດຕ່າງໆ, ປັບປຸງ ແລະ ເພີ່ມທະວີການຮ່ວມມືຮອບດ້ານກັບກອງທັບ ເພື່ອນມິດຍຸດທະສາດ (ສສ. ຫວຽດນາມ ແລະ ສປ.ຈີນ) ແລະ ການຮ່ວມມືກັບບັນດາປະເທດສັງຄົມນິຍົມອ້າຍນ້ອງ ກໍ່ຄືເພື່ອນມິດທີ່ກ້າວໜ້າໃຫ້ດີ, ຍາດແຍ່ງການຊ່ວຍເຫຼືອຈາກສາກົນ ເພື່ອປັບປຸງກໍ່ສ້າງກອງທັບພວກເຮົາໃຫ້ມີຄວາມເຂັ້ມແຂງຢ່າງບໍ່ຢຸດຢັ້ງ.

ເພື່ອອະນາຄົດອັນສົດໃສຂອງປະເທດຊາດ, ພວກເຮົາຈົ່ງພ້ອມກັນເສີມຂະຫຍາຍມູນເຊື້ອແລະ ຜົນງານທີ່ຍາດມາໄດ້, ສືບຕໍ່ປະຕິບັດແນວທາງປ່ຽນແປງໃໝ່ຂອງພັກ, ປະຕິບັດໜ້າທີ່ການເມືອງຂອງກອງທັບໃຫ້ມີໝາກຜົນດີກວ່າເກົ່າ, ນຳພາກົມກອງກ້າວຂຶ້ນສ້າງທ່ວງທ່າໃໝ່ຢ່າງໜັກແໜ້ນ.


ຫຼັງຈາກນັ້້ນໂຮງຮຽນທິດສະດີການເມືອງກອງທັບ ກໍ່ໄດ້ມອບກະຕ່າດອກໄມ້ເພື່ອສະແດງຄວາມຂອບໃຈຕໍ່ການນຳພັກລັດກໍ່ຄືຄະນະໂຄສະນາອົບຮົມທິ່ໄດ້ລົງມາຢ້ຽມຢາມ ແລະ ຄະນະໂຄສະນາອົບຮົມສູນກາງພັກ ກໍ່ໄດ້ມອບເຄື່ອງຈຳນວນໜື່ງ ພ້ອມເງິນສົດຈຳນວນ 30.000.000 ກີບ ເພື່ອເປັນກຳລັງໃຈ ໃຫ້ແກ່ ໂຮງຮຽນທິດສະດີການເມືອງກອງທັບ.

ພາຍຫຼັງສຳເລັດພິທີແລ້ວ ທາງຄະນະນຳຂອງໂຮງຮຽນທິດສະດີການເມືອງ ຍັງໄດ້ນຳພາຄະນະຜູ້ແທນ ຄອສພ ຢ້ຽມຊົມ ຫ້ອງການ, ຫ້ອງຮຽນ ແລະ ບ່ອນເຮັດວຽກຂອງບັນດາຄູອາຈານ ຊ່ຽວຊານ ແລະ ພື້ນຖານໂຄງຮ່າງຈໍານວນໜຶ່ງ ພາຍໃນໂຮງຮຽນທິດສະດີການເມືອງກອງທັບ.