74ປີ

ຄະນະນຳ ຄະນະໂຄສະນາອົບຮົມສູນກາງພັກ ລົງພົບປະໂອ້ລົມພະນັກງານນັກຮົບ-ນັກສຶກສາ ໂຮງຮຽນທິດສະດີການເມືອງກອງທັບ ເນື່່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ (20 ມັງກອນ 1949 – 20 ມັງກອນ 2023)

ຄະນະນຳ ຄະນະໂຄສະນາອົບຮົມສູນກາງພັກ ລົງພົບປະໂອ້ລົມພະນັກງານນັກຮົບ-ທະຫານ ໂຮງຮຽນທິດສະດີການເມືອງກອງທັບ ເນື່່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ (20 ມັງກອນ 1949 – 20 ມັງກອນ 2023)              ໃນວັນທີ 19 ມັງກອນ 2023 , ສະຫາຍ ປອ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາ ອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ພ້ອມດ້ວຍຄະນະ ​ໄດ້ລົງພົບປະໂອ້ລົມ ພະນັກງານ-ນັກຮົບ ໂຮງຮຽນທິດສະດີການເມືອງກອງທັບ ເນື່່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74ປີ ໃນພິທີ ໄດ້ຮັບຟັງການລາຍງານຫຍໍ້ການຈັດຕັ້ງເຄື່ອນໄຫວວຽກງານຮອບດ້ານຂອງ ໂຮງຮຽນທິດສະດີການເມືອງກອງທັບ ໃນໄລຍະ1ປີຜ່ານມາ ຈາກ ສະຫາຍ ພົນຈັດຕະວາ ປອ ຄຳໄພ ຟອງດາລາ  ຮອງເລຂາຄະນະພັກ ຫົວໜ້າການທະຫານໂຮງຮຽນທິດສະດີການເມືອງກອງທັບ ເຊີ່ງສະຫາຍໄດ້ຍົກໃຫ້ເຫັນເຖິງການເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດ […]