ກອງປະຊຸມປຶກສາຫາລືກ່ຽວກັບການຊ່ວຍສ້າງວາລະສານ ອະລຸນໃໝ່ເປັນວາລະສານເອເລັກໂຕຼນິກຈາກວາລະສານກົງສ້ານ ສສ ຫວຽດນາມ

ກອງປະຊຸມປຶກສາຫາລືກ່ຽວກັບການຊ່ວຍສ້າງວາລະສານ ອະລຸນໃໝ່ເປັນວາລະສານເອເລັກໂຕຼນິກຈາກວາລະສານກົງສ້ານ ສສ ຫວຽດນາມ

ໃນວັນທີ 22 ກຸມພາ 2023 ໄດ້ຈັດກອງປະຊຸມປຶກສາຫາລື 3 ຝ່າຍໂດຍມີ: ຕາງໜ້າຝ່າຍ ຄອສພ, ບໍລິສັດຫວຽດເທວ ແລະ ວາລະສານກົງສ້ານຂອງສູນກາງພັກກອມມູນິດຫວຽດນາມກ່ຽວກັບການສ້າງວາລະສານອະລຸນໃໝ່ເປັນວາລະສານເອເລັກໂຕຼນິກໃນອະນາຄົດ ເຂົ້າຮ່ວມມີ: ທ່ານ ປອ ວັນລາຕີ ຄຳວານວົງສາ ກຳມະການພັກ ວ່າການ ບ.ກ ວາລະສານອະລຸນໃໝ່ ຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະ, ທ່ານ ເລຟ໋າມຕວັກວິງ Le Pham Tuan Vinh ຮອງກົມຂໍ້ມູນວິທະຍາສາດ ແລະ ເຕັກໂນໂລຊີ ວາລະສານກົງສ້ານ ສສ ຫວຽດນາມ, ທ່ານ ນາມແອັງ Nam Anh ຄະນະຮັບຜິດຊອບຝ່າຍ ຫວຽດເທວ Viettel ພ້ອມດ້ວຍຄະນະ ແລະ ວິຊາການຈາກກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມເຂົ້າຮ່ວມ.

ກອງປະຊຸມໄດ້ປຶກສາຫາລື 3 ຫົວຂໍ້ໃຫຍ່ຄື: 1. ກ່ຽວກັບຮ່າງໂຄງການສ້າງວາລະສານອະລຸນໃໝ່ເປັນວາລະສານເອເລັກໂຕຼນິກ, 2. ຈຸດປະສົງເປົ້າໝາຍຂອງໂຄງການ, 3. ການຈັດຕັ້ງປະຕິບັດຂອງໂຄງການ. ຈຸດປະສົງເພື່ອຍົກສູງບົດບາດວາລະສານອະລຸນໃໝ່ ຄອສພ ເຊິ່ງເປັນວາລະສານທິດສະດີ ແລະ ພຶດຕິກຳຂອງພັກໃຫ້ຫັນໄປສູ່ຄວາມທັນສະໄໝ, ​ສ້າງ​ເງື່ອນ​ໄຂ​ເຜີຍແຜ່ທາງດ້ານຂໍ້ມູນຂ່າວສານຕ່າງໆຂອງພັກໃຫ້ກວ້າງຂ້ວາງ, ວ່ອງໄວທັງສາມາດເຊື່ອມໂຍງເຂົ້າກັບບັນດາສື່ອອນລາຍໄດ້.