ສະຫະພັນແມ່ຍິງ ຄອສພ ຈັດເທດສະການອາຫານ ເນື້ອງໃນໂອກາດສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 113 ປີ

ສະຫະພັນແມ່ຍິງ ຄອສພ ຈັດເທດສະການອາຫານ ເນື້ອງໃນໂອກາດສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 113 ປີ

ເນື້ອງໃນໂອກາດສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 113 ປີ ຄະນະສະຫະພັນແມ່ຍິງຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດເທດສະການອາຫານຂອງເອື້ອຍນ້ອງແມ່ຍິງ ຄອສພ ຂຶ້ນໃນວັນທີ 10 ມີນາ 2023  ທີ່ ຄະນະໂຄສະນາອົບຮົມສູນກາງພັກ (ຫຼັກ 6) ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າ ຄອສພ, ມີຮອງຫົວໜ້າ ຄອສພ, ມີບັນດາຫົວໜ້າກົມ, ຮອງກົມ, ຕາງໜ້າອົງການຈັດຕັ້ງມະຫາຊົນ, ບັນດາທ່ານຜູ້ຕາງໜ້າຈາກສະຫະພັນແມ່ຍິງຫ້ອງວ່າການສູນກາງພັກ, ຄະນະຈັດຕັ້ງສູນກາງພັກ, ຄະນະກວດກາສູນກາງພັກ, ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ຄະນະພົວພັນຕ່າງປະເທດສູນກາງພັກ ພ້ອມດ້ວຍສະມາຊິກບັນດາໜ່ວຍສະຫະພັນແມ່ຍິງ ຄອສພ ແລະ ພະນັກງານເພດຊາຍທັງໝົດພາຍໃນຄະນະໂຄສະນາອົບຮົມສູນກາງພັກກໍໄດ້ເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີທ່ານ ນາງ ພວງມາລີ ອັກຄະມຸນຕີ ກຳມະການພັກ, ຫົວໜ້າກົມກວດກາ, ປະທານສະຫະພັນແມ່ຍິງຄະນະໂຄສະນາອົບຮົມສູນກາງພັກ ໄດ້ຂຶ້ນກ່າວຈຸດປະສົງຂອງການຈັດງານໃນຄັ້ງນີ້ທັງເປັນການສ້າງຂະບວນການສະເຫຼີມສະຫຼອງວັນແມ່ຍິງສາກົນຄົບຮອບ 113 ປີໃຫ້ມີເນື້ອໃນເລິກເຊິ່ງ ແລະ ເປັນຂະບວນຟົດຟື້ນ ຫຼັງຈາກນັ້ນ ທ່ານ ນາງ ວິລະວອນ ພັນທະວົງ, ຄະນະປະຈຳພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນ ຄອສພ ໄດ້ໃຫ້ກຽດກ່າວເປີດງານຢ່າງເປັນທາງການ.

ພາຍໃນງານມີການວາງຂາຍອາຫານ, ວາງສະແດງສິນຄ້າ ແລະ ຜະລິດຕະພັນຕ່າງໆ ຂອງເອື້ອຍນ້ອງແມ່ຍິງແຕ່ລະໜ່ວຍທີ່ເປັນຜະລິດຕະພັນສີໄມ້ລາຍມືຂອງເອື້ອຍນ້ອງແມ່ຍິງພາຍໃນຄະນະໂຄສະນາອົບຮົມສູນກາງພັກ, ນອກນັ້ນຍັງມີບູດກາເຟພູເບ້ຍສະໜັບສະໜູນກາເຟໃຫ້ຜູ້ທີ່ມາຮ່ວມງານດື່ມຟຣີ ເຊິ່ງໃນງານແມ່ນຜູ້ທີ່ມາທ່ຽວຊົມສາມາດຊື້ອາຫານ ແລະ ນັ່ງກິນຢູ່ກັບທີ່ໄດ້ ຫຼື ຈະຊື້ກັບບ້ານກໍໄດ້ເຊິ່ງເຫັນໄດ້ວ່າກິດຈະກຳດັ່ງກ່າວເປັນຂະບວນຟົດຟື້ນ ແລະ ມີບັນຍາກາດດີທັງເປັນການອະນຸລັກຮັກສາ ແລະ ສົ່ງເສີມຮີດຄອງປະເພນີເອກະລັກຂອງຊາດລາວ.