ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ເຄື່ອນໄຫວເຮັດວຽກຢູ່ແຂວງ ບໍລິຄໍາໄຊ.

ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ເຄື່ອນໄຫວເຮັດວຽກຢູ່ແຂວງ ບໍລິຄໍາໄຊ.

ໃນຕອນບ່າຍ ຂອງວັນທີ 15 ມີນາ 2023 ຄະນະໂຄສະນາອົບຮົມແຂວງບໍລິຄໍາໄຊ ໄດ້ເປັນກຽດຕ້ອນຮັບ ສະຫາຍ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ, ພ້ອມດ້ວຍຄະນະ ທີ່ໄດ້ລົງເຄື່ອນໄຫວເຮັດວຽກ ກັບຄະນະໂຄສະນາອົບຮົມແຂວງເຂົ້າຮ່ວມມີຄະນະໂຄສະນາອົບຮົມແຂວງພ້ອມຄະນະຫົວໜ້າ, ມີຮອງຫົວໜ້າຄະນະໂຄສະນາອົບຮົມເມືອງ 04 ເມືອງ ແລະ ພະນັກງານ-ລັດຖະກອນທົ່ວຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມຢ່າງພ້ອມພຽງ. ຈຸດປະສົງໃນການລົງມາເຮັດວຽກໃນຄັ້ງນີ້ ເພື່ອຊີ້ນຳຊຸກຍູ້ການຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ຕິດພັນກັບການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຂອງອົງຄະນະພັກ ແລະ ແຜນພັດທະນາເສດຖະກິດຂອງແຕ່ລະທ້ອງຖິ່ນ; ຕິດຕາມຊຸກຍູ້ ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ V; ເຜີຍແຜ່ຜົນສໍາເລັດການປັບປຸງກົງຈັກ ຂອງຄະນະໂຄສະນາອົບຮົມສູນກາງພັກ ແລະ ຮັບຟັງການລາຍງານການປັປບປຸງກົງຈັກ ຢູ່ຂັ້ນແຂວງ ແລະ ເມືອງ.

ໃນກອງປະຊຸມ ສະຫາຍ ອຸດອນ ສອນສຸລິນ ກໍາມະການພັກແຂວງ ຫົວໜ້າຄະນະໂຄສະ ນາອົບຮົມແຂວງ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານໂຄສະນາອົບຮົມທົ່ວແຂວງ ໃນໄລຍະຜ່ານມາ.

ຫຼັງຈາກນັ້ນກອງປະຊຸມໄດ້ເເລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ຕໍ່ກັບການເຄື່ອນໄຫວປະຕິບັດວຽກງານໂຄສະນາ ກໍຄືວຽກງານການເມືອງ-ແນວຄິດໃນຕະຫຼອດໄລຍະຜ່ານມາ ຢ່າງກົງໄປກົງມາ.

ໃນຕອນທ້າຍ ສະຫາຍ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ໄດ້ມີຄໍາເຫັນໂອ້ລົມ ເຊິ່ງກ່ອນອຶ່ນໄດ້ສະແດງຄວາມຍ້ອງຍໍຊົມເຊີຍໃນຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ, ໃນໂອກາດທີ່ມີຄວາມໝາຍຄວາມສໍາຄັນນີ້ ສະຫາຍ ຍັງຍົກໃຫ້ເຫັນຄວາມໝາຍຄວາມສໍາຄັນຂອງວຽກງານການເມືອງ-ແນວຄິດ ແລະ ໄດ້ເນັ້ນໜັກວຽກງານຈຸດສຸມໃນຕໍ່ໜ້າ ເປັນຕົ້ນ: ການປັບປຸງກົງຈັກການຈັດຕັ້ງ, ເອົາໃຈໃສ່ຍົກສູງຄຸນນະພາບວຽກງານໂຄສະນາໄປສູ່ຄຸນນະພາບໃໝ່, ເພີ່ມທະວີວຽກງານຕິດຕາມກວດກາ, ປະເມີນຜົນການເຄື່ອນໄຫວວຽກງານການເມືອງ-ແນວຄິດ ກໍຄືວຽກງານໂຄສະນາແຕ່ລະໄລຍະ ໂດຍສະເພາະແມ່ນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ V ໃຫ້ເລິກເຊິ່ງ, ແທດເໝາະແຕ່ລະກຸ່ມເປົ້າໝາຍ, ປະສານສົມທົບກັນລະຫວ່າງ ຄະນະໂຄສະນາອົບຮົມສູນກາງພັກ ແລະ ຄະນະໂຄສະນາອົບຮົມແຂວງ ໃຫ້ມີກົນໄກການປະສານງານຢ່າງກົມກຽວ ຮັບປະກັນເຮັດໃຫ້ການຈັດຕັ້ງຜັນຂະຫຍາຍມະຕິ, ຄໍາສັ່ງ ຂອງພັກ ລົງສູ່ຮາກຖານທ້ອງຖິ່ນໃຫ້ທົ່ວທັນກັບເວລາ; ພ້ອມນັ້ນ ທ່ານຍັງໄດ້ຮັບເອົາທຸກຄໍາສະເໜີໃນກອງປະຊຸມ ເພື່ອສືບຕໍ່ຄົ້ນຄວ້າແກ້ໄຂໃຫ້ທັນເວລາ.