ມອບ-ຮັບປຶ້ມເລື່ອງສັ້ນຂອງທ່ານ ຄໍາມາ ພົມກອງ

ມອບ-ຮັບປຶ້ມເລື່ອງສັ້ນຂອງທ່ານ ຄໍາມາ ພົມກອງ

        ໃນຕອນບ່າຍຂອງວັນທີ 21 ເມສາ 2023 ທີ່ຫ້ອງສະໝຸດ ກົມຂໍ້ມູນ-ຂ່າວສານ ແລະ ຝຶກອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ (ຫຼັກ 6), ທ່ານ ນາງ ສີອານົງ ພົມກອງ ແລະ ທ່ານ ພົງສະຫວັນ ພົມກອງ ເຊິ່ງເປັນລູກສາວ-ລູກຊາຍ ຂອງທ່ານ ຄໍາມາ ພົມກອງ ໄດ້ນໍາເອົາປຶ້ມເລື່ອງສັ້ນ “ຟອງເດືອນ 9 ແລະ ກີບເຂົ້າຕົ້ມຈີ້ເອົາປືນ” ທີ່ຂຽນໂດຍທ່ານ ຄໍາມາ ພົມກອງ ມາມອບໃຫ້ຫ້ອງສະໝຸດ ກົມຂໍ້ມູນ-ຂ່າວສານ ແລະ ຝຶກອົບຮົມ ຂອງຄະນະໂຄສະນາອົບຮົມສູນກາງພັກ.

ຕາງໜ້າມອບປຶ້ມໃນຄັ້ງນີ້ແມ່ນ ທ່ານ ພົງສະຫວັນ ພົມກອງ ແລະ ຕາງໜ້າຮັບໂດຍ ທ່ານ ວັນຕຸລາ ຣັກນຸດ, ຄະນະພັກ, ຫົວໜ້າກົມຂໍ້ມູນ-ຂ່າວສານ ແລະ ຝຶກອົບຮົມ, ເຂົ້າຮ່ວມມີທ່ານ ປອ ວັນລາຕີ ຄໍາວານວົງສາ, ຄະນະພັກ, ວ່າການຫົວໜ້າບັນນາທິການວາລະສານອະລຸນໃໝ່ ແລະ ພາກສ່ວນກ່ຽວຂ້ອງ. ປຶ້ມທີ່ນໍາມາມອບໃນຄັ້ງນີ້ ມີທັງໝົດ 102 ຫົວ ເຊິ່ງເປັນປຶ້ມໂຮມເລື່ອງສັ້ນສັນລະເສີນວິລະກໍາທີ່ພິລະອາດຫານ ຂອງສະຫະພັນນັກຮົບເກົ່າປະຕິວັດ ທີ່ຂຽນໂດຍທ່ານ ຄໍາມາ ພົມກອງ, ອະດີດຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ທັງເປັນໜຶ່ງໃນຄະນະບັນນາທິການຮ່ວມກໍ່ຕັ້ງວາລະສານອະລຸນໃໝ່.

ທ່ານ ພົງສະຫວັນ ພົມກອງ ໄດ້ກ່າວວ່າ: ເພື່ອເປັນການສືບສານຄວາມມຸ່ງມາດປາຖະໜາຂອງທ່ານ ຄໍາມາ ພົມກອງ ຜູ້ເປັນພໍ່ ທີ່ໃຫ້ໄວ້ໃນຄັ້ງເພິ່ນຍັງມີຊີວິດ, ເພິ່ນຖືສໍາຄັນຫຼາຍວຽກງານໂຄສະນາອົບຮົມ ການເມືອງ-ແນວຄິດ ໃຫ້ພະນັກງານ-ສະມາຊິກພັກ ແລະ ຊັ້ນຄົນຕ່າງໆໃນສັງຄົມ, ໃນນັ້ນ ການໂຄສະນາຜ່ານບົດປະພັນ, ນະວະນິຍາຍ ແລະ ບົດເລື່ອງສັ້ນປະເພດຕ່າງໆ ກໍແມ່ນຮູບການໜຶ່ງ ເພື່ອເຮັດໃຫ້ຄົນຮຸ່ນຫຼັງ ທີ່ເກີດໃໝ່ໃຫຍ່ລຸນ ໄດ້ຮັບຮູ້-ເຂົ້າໃຈ ມູນເຊື້ອການຕໍ່ສູ້ທີ່ອົງອາດກ້າຫານ ຂອງຄົນຮຸ່ນກ່ອນ ໃນການຕໍ່ສູ້ກູ້ຊາດ ຕ້ານສັດຕູຜູ້ຮຸກຮານ.

ໃນໂອກາດດັ່ງກ່າວ, ທ່ານ ວັນຕຸລາ ຣັກນຸດ ກໍໄດ້ກ່າວສະແດງຄວາມຊົມເຊີຍ ແລະ ຂອບໃຈເປັນຢ່າງສູງ ຕໍ່ລູກຫຼານ ຂອງທ່ານ ຄໍາມາ ພົມກອງ ທີ່ໄດ້ມາມອບປຶ້ມໃນຄັ້ງນີ້ ເຊິ່ງຫ້ອງສະໝຸດ ກົມຂໍ້ມູນ-ຂ່າວສານ ແລະ ຝຶກອົບຮົມ ຈະຄຸ້ມຄອງ ແລະ ປົກປັກຮັກສາ ປຶ້ມເຫຼົ່ານີ້ໃຫ້ດີເພື່ອໃຫ້ພະນັກງານທົ່ວ ຄອສພ ເວົ້າລວມ, ເວົ້າສະເພາະ ພະນັກງານຖັນແຖວນັກຄົ້ນຄວ້າ-ຂີດຂຽນ ໄດ້ມີປຶ້ມດີໆ ໄວ້ສຶກສາຄົ້ນຄວ້າປະຫວັດສາດ ຂອງພວກເຮົາ.

(ພາບ: ກົງເພັດ-ຂ່າວ: ມີໄຊ)