ຟອງເດືອນ9 ແລະ ກີບເຂົ້າຕົ້ມຈີ້ເອົາປືນ

ມອບ-ຮັບປຶ້ມເລື່ອງສັ້ນຂອງທ່ານ ຄໍາມາ ພົມກອງ

ມອບ-ຮັບປຶ້ມເລື່ອງສັ້ນຂອງທ່ານ ຄໍາມາ ພົມກອງ         ໃນຕອນບ່າຍຂອງວັນທີ 21 ເມສາ 2023 ທີ່ຫ້ອງສະໝຸດ ກົມຂໍ້ມູນ-ຂ່າວສານ ແລະ ຝຶກອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ (ຫຼັກ 6), ທ່ານ ນາງ ສີອານົງ ພົມກອງ ແລະ ທ່ານ ພົງສະຫວັນ ພົມກອງ ເຊິ່ງເປັນລູກສາວ-ລູກຊາຍ ຂອງທ່ານ ຄໍາມາ ພົມກອງ ໄດ້ນໍາເອົາປຶ້ມເລື່ອງສັ້ນ “ຟອງເດືອນ 9 ແລະ ກີບເຂົ້າຕົ້ມຈີ້ເອົາປືນ” ທີ່ຂຽນໂດຍທ່ານ ຄໍາມາ ພົມກອງ ມາມອບໃຫ້ຫ້ອງສະໝຸດ ກົມຂໍ້ມູນ-ຂ່າວສານ ແລະ ຝຶກອົບຮົມ ຂອງຄະນະໂຄສະນາອົບຮົມສູນກາງພັກ.