ກອງປະຊຸມສຳມະນາທິດສະດີ ລະຫວ່າງ ພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດ ຈີນ ຄັ້ງທີ X

ກອງປະຊຸມສຳມະນາທິດສະດີ

ລະຫວ່າງ ພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດຈີນ ຄັ້ງທີ X

    ໃນຕອນເຊົ້າ ຂອງວັນທີ 04 ເມສາ 2023, ສະພາທິດສະດີສູນກາງພັກປະຊາຊົນປະຕິວັດລາວ ໄດ້ຈັດກອງປະຊຸມສຳມະນາທິດສະດີ ສອງພັກ ລາວ-ຈີນ ຄັ້ງທີ X ໂດຍຜ່ານວີດີໂອທາງໄກ; ພາຍໃຕ້ຫົວຂໍ້ “ ບົດຮຽນໃນການຄຸ້ມຄອງສັງຄົມແບບປະດິດສ້າງໃໝ່ ໃນຍຸກສະໄໝແຫ່ງຂໍ້ມູນຂ່າວສານ ” ທີ່ຫ້ອງປະຊຸມໂຮງແຮມດອນຈັນພາເລດ, ນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານຮ່ວມເປີດກອງປະຊຸມຂອງສະຫາຍ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ; ສະຫາຍ ປອ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກປະຊາຊົນປະຕິວັດລາວ ແລະ ສະຫາຍ ສົມພອນ ສີຈະເລີນ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ; ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ຍັງມີບັນດາສະຫາຍພະນັກງານການນໍາຂັ້ນສູງ, ທີ່ປຶກສາສະພາທິດສະດີສູນກາງພັກປະຊາ ຊົນປະຕິວັດລາວ, ບັນດາສະຫາຍຄະນະປະຈຳສະພາທິດສະດີສູນກາງພັກ, ສະມາຊິກສະພາທິດສະດີສູນກາງພັກ, ບັນດານັກວິທະຍາສາດ, ນັກທິດສະດີ, ບັນດາຜູ້ຕາງໜ້າຈາກຄະນະພັກກະຊວງ-ອົງການ ແລະ ພະນັກງານຫຼັກແຫຼ່ງອ້ອມຂ້າງສູນກາງ ເຂົ້າຮ່ວມ 150 ສະຫາຍ.

    ໃນວາລະເປີດກອງປະຊຸມ; ສະຫາຍ ໂກ່ວ ເຢ້ໂຈ່ວ ຮອງຫົວໜ້າຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ ໄດ້ກ່າວເປີດກອງປະຊຸມ ໂດຍຜ່ານວີດີໂອທາງໄກຈາກ ສປ ຈີນ; ສະຫາຍ ຫລີ ຊູເຫຼີຍ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາສູນກາງພັກກອມມູນິດຈີນ ໄດ້ຂຶ້ນມີຄຳເຫັນຕໍ່ກອງປະຊຸມດັ່ງກ່າວ.

    ຈາກນັ້ນ, ສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ, ເລຂາ ທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ມີຄຳເຫັນຕໍ່ກອງປະຊຸມໃນຫົວຂໍ້ “ ພັກປະຊາຊົນປະຕິວັດລາວນຳພາການຄຸ້ມຄອງສັງຄົມແບບປະດິດສ້າງໃໝ່ ໃນຍຸກສະໄໝຂໍ້ມູນ-ຂ່າວສານ ” ເຊິ່ງໄດ້ຍົກໃຫ້ຄວາມໝາຍສໍາຄັນ ໂດຍສະ ເພາະເນື່ອງໃນໂອກາດຄົບຮອບ 10 ປີແຫ່ງການພົວພັນຮ່ວມມືໃນການຄົ້ນຄວ້າທິດສະດີ ແລະ ພຶດຕິກຳລະຫວ່າງພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດຈີນ, ການສຳມະນາທິດສະດີຮ່ວມກັນຜ່ານມາແມ່ນມີຫຼາຍເນື້ອໃນທີ່ອຸດົມ ສົມບູນ, ປະກອບສ່ວນໃຫ້ຄຳປຶກສາແກ່ສູນກາງພັກໃນການວາງແນວທາງ, ແຜນນະໂຍບາຍ ຂອງພັກ-ລັດ. ສະນັ້ນ, ກອງປະຊຸມສຳມະນາທິດສະດີສອງພັກລາວ-ຈີນໃນຄັ້ງນີ້ ໄດ້ດຳເນີນພາຍໃຕ້ຫົວຂໍ້: “ບົດຮຽນການຄຸ້ມຄອງສັງຄົມແບບປະດິດສ້າງໃໝ່ໃນຍຸກສະໄໝແຫ່ງຂໍ້ມູນຂ່າວສານ”, ເຊິ່ງເປັນໄລຍະທີ່ທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນລາວທັງຊາດ ພວມພ້ອມກັນຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ໃນໄລຍະເຄິ່ງສະ ໄໝຢ່າງມີຜົນສຳເລັດ; ໃນໄລຍະນີ້ ພໍດີກັບຊ່ວງເວລາທີ່ພັກກອມູນິດຈີນ ກໍຄືປະຊາຊົນຈີນ ກຳລັງຊົມເຊີຍຜົນສຳເລັດ ກອງປະຊຸມຄັ້ງທີ XX ຂອງພັກ ແລະໄດ້ສຳເລັດກອງປະຊຸມສະພາຜູ້ແທນປະຊາຊົນແຫ່ງຊາດຈີນ ຄັ້ງທີ XIV ທີ່ໄດ້ຮັບຮອງເອົາຄະນະນຳ ແລະ ຄະນະລັດຖະບານ ສປ ຈີນ ຊຸດໃໝ່ຢ່າງມີຜົນສຳເລັດ ແລະ ມີຄວາມໝາຍທາງປະຫວັດສາດ ໃນການສືບຕໍ່ຊູຄັນທຸງອັນຍິ່ງໃຫຍ່ແຫ່ງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ເພື່ອສ້າງສາປະເທດສັງຄົມນິຍົມທັນສະໄໝຢ່າງຮອບດ້ານ.  

    ກອງປະຊຸມຄັ້ງນີ້, ບັນດານັກວິທະຍາສາດ, ນັກທິດສະດີ ຂອງທັງສອງຝ່າຍລາວ-ຈີນ ໄດ້ຜັດປ່ຽນກັນຂຶ້ນສະເໜີບົດຄໍາເຫັນໃນຫົວຂໍ້ຫຍ່ອຍທີ່ປິ່ນອ້ອມບັນດາບົດຮຽນ ໃນການຄຸ້ມຄອງສັງຄົມແບບປະດິດສ້າງໃໝ່ ໃນຍຸກສະໄໝແຫ່ງຂໍ້ມູນຂ່າວສານ ຂອງ ສປປ ລາວ ແລະ ສປ ຈີນ ເຊິ່ງຝ່າຍລາວປະກອບມີ 3 ບົດຄື: 1). ການປະຕິບັດບົດບາດຂອງລັດໃນການຄຸ້ມຄອງສັງຄົມ ຢູ່ ສປປ ລາວ; 2). ການຄຸ້ມຄອງສັງຄົມໃນເງື່ອນໄຂການປະຕິວັດອຸດສາຫະກໍາຄັ້ງທີ 04 ຢູ່ ສປປ ລາວ; 3). ການຫັນເປັນທັນສະໄໝໃນການຄຸ້ມຄອງພົນລະເມືອງ ຢູ່ ສປປ ລາວ; ຝ່າຍ ສປ ຈີນ ປະກອບມີ 5 ບົດຄື: 1). ແນວຄວາມຄິດພື້ນຖານ ແລະ ການປະຕິບັດຕົ້ນຕໍໃນການປັບປຸງລະບົບການຄຸ້ມຄອງສັງຄົມ ໃນຍຸກສະໄໝແຫ່ງຂໍ້ມູນ-ຂ່າວສານ; 2). ໜ້າທີ່ສໍາຄັນ ແລະ ທິດທາງລວມອັນປະດິດສ້າງໃໝ່ ຂອງໃນການຄຸ້ມຄອງສັງຄົມໃນຍຸກສະໄໝຂໍ້ມູນ-ຂ່າວສານ; 3). ຍົກສູງລະດັບການຄຸ້ມຄອງດ້ວຍກົດໝາຍໃນການຄຸ້ມຄອງສັງຄົມ ໃນຍຸກສະໄໝຂໍ້ມູນ-ຂ່າວສານ; 4). ການຄຸ້ມຄອງສັງຄົມໃນຍຸກແຫ່ງຂໍ້ມູນ-ຂ່າວສານ ແລະ ການປະດິດສ້າງໃໝ່ ຂອງລະບົບສັງຄົມ; 5). ການລິເລີ່ມ ແລະ ພຶດຕິກໍາຂອງວຽກງານມະຫາຊົນ ໃນຍຸກສະໄໝໃໝ່. ພ້ອມດຽວກັນນັ້ນ,ຄະນະຜູ້ແທນ ຂອງທັງສອງຝ່າຍ ຍັງໄດ້ຜັດປ່ຽນກັນໃນການແລກປ່ຽນ ແລະ ຖອດຖອນບົດຮຽນບັນຫາຕ່າງໆ ທີ່ທັງສອງຝ່າຍໃຫ້ຄວາມສົນໃຈ.  

    ກອງປະຊຸມໄດ້ມີຄວາມເປັນເອກະພາບສູງຊີ້ໃຫ້ເຫັນວ່າ: ໃນການຄຸ້ມຄອງສັງຄົມແບບປະດິດສ້າງໃໝ່ໃນຍຸກສະໄໝແຫ່ງຂໍ້ມູນ-ຂ່າວສານ ໂດຍພາຍໃຕ້ການນຳພາອັນເຂັ້ມແຂງຂອງພັກ, ພັກຍັງມີບົດບາດຕັດສິນຊີ້ຂາດໃຫ້ແກ່ໄຊ ຊະນະຂອງການປະຕິວັດສັງຄົມນິຍົມ, ພັກກອມມູນິດກັບສັງຄົມນິຍົມແມ່ນອົງປະກອບເອກະພາບທີ່ບໍ່ສາມາດຕັດແຍກອອກຈາກນັ້ນໄດ້, ພັກນໍາພາເຕົ້າໂຮມກຳລັງເພື່ອພາລະກິດອັນຍິ່ງໃຫຍ່, ນຳ ພາປະຊາຊົນເດີນຕາມເສັ້ນທາງແຫ່ງຄວາມຜາສຸກ. ພັກເປັນປັດໄຈສໍາຄັນຕັດສິນໄຊຊະນະຂອງການສ້າງ ແລະ ບູລະນະລະບອບປະຊາທິປະໄຕປະຊາຊົນກ້າວຂຶ້ນສູ່ສັງຄົມນິຍົມເທື່ອລະກ້າວຢູ່ລາວ ແລະ ການສ້າງສັງຄົມນິຍົມທີ່ທັນສະໄໝຢູ່ຈີນ. ໃນນີ້ໄດ້ເອກະພາບສູງຕໍ່ຂັ້ນຕອນ, ບາດກ້າວເດີນ, ວິທີການໃນການສ້າງສັງຄົມນິ ຍົມ ຂອງແຕ່ລະປະ ເທດໂດຍເລີ່ມຈາກຈຸດພິເສດ ແລະເງື່ອນໄຂ ຂອງແຕ່ລະປະເທດ ແຕ່ຕ້ອງຢຶດໝັ້ນໃນລັກສະນະພັກ, ລັກສະນະປະດິດສ້າງ ແລະ ລັກສະນະສາກົນ. ບົນພື້ນຖານດ້ານທິດສະດີວິທະຍາສາດອັນນີ້ ພັກກອມມູນິດຈີນຈຶ່ງຢັ້ງຢືນວ່າການຄຸ້ມຄອງສັງຄົມແບບປະດິດສ້າງໃໝ່ໃນຍຸກສະໄໝແຫ່ງຂໍ້ມູນຂ່າວສານ ແມ່ນການບູລະນະ ແລະ ພັດທະນາລະບອບສັງຄົມນິຍົມໃຫ້ດີຍິ່ງໆຂຶ້ນ. ໃນການດຳເນີນພາລະກິດປ່ຽນແປງໃໝ່ຮອບດ້ານ ແລະ ມີຫຼັກການ ຂອງພັກປະຊາຊົນປະຕິວັດລາວ ກໍແມ່ນເສັ້ນທາງກ້າວຂຶ້ນສັງຄົມນິຍົມ ບົນພື້ນຖານຢຶດໝັ້ນ 6 ຫຼັກການປ່ຽນແປງໃໝ່, 9 ປະຖົມປັດໄຈ ແລະ ການຄຸ້ມຄອງສັງຄົມແບບປະດິດສ້າງໃໝ່ ໃນຍຸກສະໄໝແຫ່ງຂໍ້ມູນ-ຂ່າວສານ ແມ່ນສອດຄ່ອງກັບຈຸດພິເສດ ແລະ ເງື່ອນໄຂຂອງປະເທດ.

ກອງປະຊຸມສໍາມະນາທິດສະດີລະຫວ່າງສອງພັກ ລາວ- ຈີນ ຄັ້ງນີ້ ໄດ້ດໍາເນີນເປັນເວລາເຄິ່ງວັນຈຶ່ງສໍາເລັດລົງ.

ແຫຼ່ງຂ່າວ: ພະແນກຄຸ້ມຄອງວິຊາການ ແລະ ການຄົ້ນຄວ້າ; ຫ້ອງການສະພາທິດສະດີສູນກາງພັກ

ພາບ: ຄອນສະຫວັນ ເນົາວະລັງສີ