ກົມກວດກາຄະນະໂຄສະນາອົບຮົມສູນກາງພັກລົງເຮັດວຽກກວດກາປົກກະຕິປະຈຳປີ 2022

ກົມກວດກາຄະນະໂຄສະນາອົບຮົມສູນກາງພັກລົງເຮັດວຽກກວດກາປົກກະຕິປະຈຳປີ 2022

    ໃນຕອນເຊົ້າຂອງວັນທີ 26 ພຶດສະພາ 2023 ຄະນະກົມກວດກາ ຄະນະໂຄສະນາອົບຮົມສູນກາງພັກ ນຳພາໂດຍ ທ່ານ ນ. ວິລະວອນ ພັນທະວົງ ຄະນະປະຈຳພັກ, ປະທານກວດກາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ເຄື່ອນໃຫວເຮັດວຽກນຳຄະນະກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຢູ່ທີຫ້ອງປະຊຸມຊັ້ນ 4 ຄະນະໂຄສະນາອົບຮົມ ສູນກາງພັກ.
    ໃນໂອກາດດັ່ງກ່າວ, ທ່ານ ວັນຕຸລາ ຣັກນຸດ ກຳມະການຄະນະພັກ ເລຂາໜ່ວນພັກ, ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານຂອງກົມໃນໄລຍະຜ່ານມາຕາມການເຈາະຈີ້ມຂອງກົມກວດກາ, ເປັນຕົ້ນແມ່ນ ໜ່ວຍພັກ ໄດ້ເປັນເຈົ້າການຜັນຂະຫຍາຍມະຕິກອງປະຊຸມໃຫ່ຍ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫ່ຍ ຄັ້ງທີ V ຂອງອົງຄະນະພັກຄະນະໂຄສະນາອົບຮົມສູນຫາງພັກ, ມະຕິກອງປະຊຸມໃຫ່ຍ ຄັ້ງທີ II ຂອງຫນ່ວຍພັກ ໂດຍການຫັນມາເປັນ ທິດທາງ ແຜນການ, ແຜນງານ, ໂຄງການ ລະອຽດ ຂອງຫນ່ວຍພັກ ພ້ອມທັງນໍາ ພາຈັດຕັ້ງຜັນຂະຫຍາຍ ແລະ ນໍາພາຈັດຕັ້ງປະຕິບັດ ໂດຍຖືເອົາການສຶກສາອົບຮົມສະມາຊິກພັກ, ພະນັກງານ ໃຫ້ມີ ອຸດົມການທາງດ້ານການເມືອງ, ຍຶດຫມັ້ນອຸດົມການສັງຄົມນິຍົມ, ຈໍາແນກໄດ້ມິດ-ສັດຕູ, ບາງມະຕິກໍໄດ້ເຜີຍແຜ່ຢູ່ຫນ່ວຍພັກ; ໄດ້ເນັ້ນໃສ່ ການປະຕິບັດກົດລະບຽບພັກເຊັ່ນ: ການຂະຫຍາຍພັກ, ສິດ, ຫນ້າທີ່, ພັນທະ ແລະ ຂໍ້ຫ້າມຂອງສະມາຊິກພັກ ເພື່ອສຶກສາອົບຮົມ ແລະ ນໍາພາສະມາຊິກພັກພາຍໃນຫນ່ວຍ ໃຫ້ມີຄວາມເຊື່ອຫມັ້ນຕໍ່ການນໍາພາຂອງພັກ, ມີຄຸນທາດ ການເມືອງຫນັກແຫນ້ນ ແລະ ມີຄຸນສົມບັດສິນທໍາປະຕິວັດທີ່ດີ, ມີສະຕິຕໍ່ການຈັດຕັ້ງ ແລະ ມີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງທີ່ໄດ້ຮັບມອບຫມາຍ. ນອກນັ້ນ ຍັງໄດ້ນໍາພາສະມາຊິກພັກດໍາເນີນຊີວິດການເມືອງເປັນປົກກະຕິ ການດໍາເນີນຊີວິດການເມືອງແຕ່ລະຄັ້ງ ໄດ້ຖືເອົາການຕໍຳນິຕິຊົມຕົນເອງ, ຕິຊົມກັນພາຍໃນພັກເປັນບັນຫາສໍາຄັນ ແລະ ມີຄວາມກ້າຫານຕໍານິກໍ່ສ້າງຊ່ວຍເຫຼືອເຊິ່ງກັນແລະກັນ ຢ່າງກົງໄປກົງມາບົນຈິດໃຈສ້າງສັນ, ມີຄວາມເປັນເອກະພາບ ແລະ ໜ່ວຍພັກມີຄວາມສາມັກຄີຫນັກແໜ້ນ.
    ໃນໂອກາດດັ່ງກ່າວ ທ່ານ ນ. ວິລະວອນ ພັນທະວົງ ຄະນະປະຈຳພັກ, ປະທານກວດກາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ຊົມເຊີຍຕໍ່ຜົນງານດ້ານຕ່າງໆທີ່ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ເຮັດສຳເລັດ ເປັນຕົ້ນການປະຕິບັດໜ້າທີ່, ຂອບເຂດສິດຂອງໜ່ວຍພັກ, ສະມາຊິກພັກ ແລະ ພະນັກງານ – ລັດຖະກອນພາຍໃນກົມ, ທັງເປັນການຍົກສຸງຄຸນນະພາບໃຫ້ມີຄວາມເຂັ້ມແຂງສາມາດປະຕິບັດພາລະບົດບາດ ແລະ ຄວາມຮັບຜິດຊອບຢ່າງມີປະສິດທິຜົນ.

ພາບ,ຂ່າວ: ສີມອນ ຖາກາຍະລາດ.