ຜົນສໍາເລັດການດຳເນີນ ກອງປະຊຸມກາງສະໄໝ ຂອງໜ່ວຍພັກກົມອົບຮົມ

ຜົນສໍາເລັດການດຳເນີນ ກອງປະຊຸມກາງສະໄໝ ຂອງໜ່ວຍພັກກົມອົບຮົມ

ກອງປະຊຸມກາງສະໄໝ ຂອງໜ່ວຍພັກກົມອົບຮົມ ໄດ້ດໍາເນີນເປັນເວລາ 2 ວັນເຕັມ (ເລີ່ມແຕ່ວັນທີ 22-23 ພຶດສະພາ 2023) ກອງປະຊຸມໄດ້ໄຂຂຶ້ນໃນວັນທີ 22 ພຶດສະພາ ເວລາ 8 ໂມງ 00 ນາທີ, ຢູ່ຫ້ອງປະຊຸມຊັ້ນ 5 ຂອງຄະນະໂຄສະນາອົບຮົມສູນກາງພັກ, ຊຶ່ງໄດ້ຮັບກຽດຢ່າງສູງຈາກ ສະຫາຍ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ເລຂາຄະນະພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ໃຫ້ກຽດເປັນປະທານກອງປະຊຸມ; ສະຫາຍ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຫົວໜ້າຄະນະຊີ້ນໍາການດໍາເນີນກອງປະຊຸມກາງສະໄໝ ຂອງແຕ່ລະໜ່ວຍພັກ; ສະຫາຍ ຄໍາກອງ ທໍາມະເທວາ ຄະນະພັກ, ເລຂາໜ່ວຍພັກກົມອົບຮົມ  ພ້ອມດ້ວຍສະມາຊິກພັກສົມບູນ ແລະ ສໍາຮອງ ເຂົ້າຮ່ວມທັງໝົດ 18 ສະຫາຍ, ຍິງ 9 ສະຫາຍ, ສໍາຮອງ 1 ສະຫາຍ ແລະ ມີບັນດາເລຂາໜ່ວຍພັກ, ຕ່າງໜ້າຄະນະໜ່ວຍພັກໃນທົ່ວຄະນະໂຄສະນາອົບຮົມເຂົ້າຮ່ວມ.

ກອງປະຊຸມກາງສະໄໝຂອງໜ່ວຍພັກກົມອົບຮົມໄດ້ພ້ອມກັນຜ່ານເອກະສານຕ່າງໆ ດັ່ງນີ້:

  1. j. ຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ເລກທີ 268/ຄລສພ, ລົງວັນທີ 20 ມັງກອນ 2023.
  2. k. ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ເລກທີ 25/ຄຈສພ, ລົງວັນທີ 24 ມັງກອນ 2023.
  3. l. ມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍມາດຕະຖານຂອງພະນັກງານນໍາພາຄຸ້ມຄອງ ເລກທີ 030/ກມສພ, ລົງວັນທີ 3 ມັງກອນ 2023 ແລະ ມາດຖານ, ຂໍ້ຫ້າມ, ສິດ, ໜ້າທີ່ຂອງຄະນະພັກແຕ່ລະຂັ້ນ ໃນກົດລະ ບຽບພັກ ສະໄໝ XI.

④. ໄດ້ຜ່ານການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງໜ່ວຍພັກໃນໄລຍະກາງສະໄໝ ແລະ ທິດທາງທ້າຍສະໄໝ 2023-2025.

⑤. ໄດ້ຜ່ານບົດສະຫຼຸບການນໍາພາລວມຂອງໜ່ວຍພັກກົມອົບຮົມ.

ສະມາຊິກພັກທີ່ເຂົ້າຮ່ວມກອງປະຊຸມ ໄດ້ພ້ອມກັນຮັບຮອງເອົາບົດລາຍງານການຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງໜ່ວຍພັກ ແລະ ທິດທາງທ້າຍສະໄໝ ດ້ວຍຄວາມເປັນເອກະພາບ ແລະ ຮັບຮອງເອົາບົດສໍາຫຼວດການນໍາພາລວມຂອງຄະນະໜ່ວຍພັກ ແລະ ຮັບຮອງເອົາຜົນການທາບທາມຄວາມໄວ້ວາງໃຈຂອງຄະນະໜ່ວຍພັກຈາກສະມາຊິກພັກທັງໝົດທີ່ເຂົ້າຮ່ວມ.

ກອງປະຊຸມໄດ້ຮັບກຽດຢ່າງສູງ ຈາກ ສະຫາຍ ຄໍາພັນ ເຜີຍຍະວົງ ເລຂາທີ່ໄດ້ມີຄໍາເຫັນໂອ້ລົມທິການສູນກາງພັກເລຂາຄະນະພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ຊຶ່ງສະຫາຍໄດ້ເນັ້ນໜັກຫຼາຍບັນຫາທີ່ຈະຕ້ອງໄດ້ເອົາໃຈໃສ່ ຂອງສະມາຊິກພັກ.

ມາຮອດເວລາ 4 ໂມງ 00 ນາທີ ຂອງວັນທີ 23 ພຶດສະພາ 2023 ເລຂາໜ່ວຍພັກກົມອົບຮົມ ໄດ້ກ່າວປິດກອງປະຊຸມກາງສະໄໝຢ່າງເປັນທາງການ.