ກອງປະຊຸມຄົບຄະນະກາງສະໄໝຂອງ ຄະນະບໍລິຫານງານພັກ ຄະນະໂຄສະນາອົບຮົມສູນກາງພັກ ສະໄໝທີ V.


ກອງປະຊຸມຄົບຄະນະກາງສະໄໝຂອງ ຄະນະບໍລິຫານງານພັກ ຄະນະໂຄສະນາອົບຮົມສູນກາງພັກ ສະໄໝທີ V.
ໃນວັນທີ 17 ກໍລະກົດ 2023 ຄະນະໂຄສະນາອົບຮົມສູນກາງພັກ ໄດ້ເປີດກອງປະຊຸມຄົບຄະນະກາງສະໄໝຂອງຄະນະບໍລິຫານງານພັກ ຄະນະໂຄສະນາອົບຮົມສູນກາງພັກສະໄໝທີ V ຂຶ້ນທີ່ ຫ້ອງປະຊຸມໃຫຍ່ (ຫຼັກ 6) ພາຍໃຕ້ການເປັນປະທານ ຂອງ ສະຫາຍ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ; ເຂົ້າຮ່ວມ: ຄະນະປະຈໍາພັກ, ຄະນະບໍລິຫານງານພັກ, ເລຂາໜ່ວຍພັກ, ຄະນະໜ່ວຍພັກ, ຜູ້ຕາງໜ້າຄະນະຈັດຕັ້ງສູນ ກາງພັກ, ຄະນະກວດກາສູນກາງພັກ, ຫົວໜ້າກົມ, ຮອງຫົວໜ້າກົມ.

ໃຫ້ກຽດກ່າວເປີດກອງປະຊຸມໂດຍສະຫາຍ ລາວປາວຊົ່ງ ນະວົງໄຊ ກໍາມະການສູນກາງພັກ ຮອງເລຂາຄະນະພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ. ໃນກອງປະຊຸມຄັ້ງນີ້ ຈະໄດ້ພ້ອມກັນເຊື່ອມຊຶມເນື້ອໃນເອກະສານຈໍານວນໜຶ່ງເຊັ່ນ:

  1. ຄໍາສັ່ງຂອງຄະນະເລຂາທິການສູນກາງພັກ, ສະບັບເລກທີ 268/ຄລສພ, ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ, ມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 030/ກມສພ ແລະ ມາດຕະຖານຄະນະບໍລິຫານງານພັກກະຊວງ-ອົງການ; ສິດ ແລະ ໜ້າທີ່ຂອງຄະນະພັກ ແລະ ຂໍ້ຫ້າມສໍາລັບສະມາຊິກພັກ
  2. ທາບທາມຄວາມໄວ້ວາງໃຈຕໍ່ການນໍາພາລວມຂອງ ຄະນະບໍລິຫານງານພັກ ຕໍ່ບຸກຄົນໃນຄະນະບໍລິຫານງານພັກ.
  3. ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກໃນໄລຍະກາງສະ ໄໝ.

ຫຼັງຈາກນັ້ນໄດ້ພ້ອມກັນສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າ ແລະ ປະກອບຄໍາຄິດຄໍາເຫັນໃສ່ບົດສະຫຼຸບການຈັດຕັ້ງປະຕິບັດມະຕິກອງປະຊຸມກາງສະໄໝ ແລະ ທິດທາງແຜນການທ້າຍສະໄໝ, ການຊີ້ນໍາ-ນໍາພາ ແລະ ຈັດຕັ້ງປະຕິບັດໃນໄລຍະຜ່ານມາ ພ້ອມທັງຍົກໃຫ້ເຫັນດ້ານຕັ້ງໜ້າທີ່ພົ້ນເດັ່ນ, ຈຸດອ່ອນ, ຂໍ້ຄົງຄ້າງ  ແລະ ບົດຮຽນທີ່ຖອດຖອນໄດ້ ເພື່ອນໍາໄປຄົ້ນຄວ້າປັບປຸງແກ້ໄຂໃຫ້ດີຂຶ້ນ.

ຫຼັງຈາກນັ້ນກໍໄດ້ດໍາເນີນການທາບທາມຄວາມໄວ້ວາງໃຈຕໍ່ການນໍາພາລວມ ແລະ ບຸກຄົນຄະນະບໍລິຫານງານພັກ ຄອສພ.

ກອງປະຊຸມຈະໄດ້ດໍາເນີນໄປເປັນເວລາ 2 ວັນ (17-18 ກໍລະກົດ 2023) ຈຶ່ງຈະສໍາເລັດ.