ພິທີເປີດຊຸດຝຶກອົບວຽກງານໄອທີ ໃຫ້ແກ່ຄະນະໂຄສະນາອົບຮົມແຂວງ ຜົ້ງສາລີ.


ພິທີເປີດຊຸດຝຶກອົບວຽກງານໄອທີ ໃຫ້ແກ່ຄະນະໂຄສະນາອົບຮົມແຂວງ ຜົ້ງສາລີ.
ໃນວັນທີ 4-6 ສິງຫາ 2023 ກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ສົມທົບກັບຄະນະໂຄສະນາອົບຮົມແຂວງ ຜົ້ງສາລີ ຈັດຊຸດຝຶກອົບຮົມວຽກ ງານໄອທີ ກ່ຽວກັບລະບົບຄອມພິວເຕີ, ການບໍາລຸງຮັກສາຄອມພິວເຕີ ແລະ ລະບົບເຄື່ອຂ່າຍເອເລັກໂຕຣນິກ ໃຫ້ແກ່ພະນັກງານຄະນະໂຄສະນາອົບຮົມແຂວງ ຜົ້ງສາລີ ພາຍໃຕ້ການເປັນປະທານຮ່ວມ ແລະ ກ່າວເປີດຊຸດຝຶກອົບຮົມ ໂດຍ ທ່ານ ບຸນສຸລີ ໂລມາ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ຜົ້ງສາລີ ແລະ ທ່ານ ນ. ມອນສະຫວັນ ແສນໄຕ ຮອງຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ; ມີນັກສໍາມະນາກອນເຂົ້າຮ່ວມທັງໝົດ 21 ທ່ານ, ຍິງ 11 ທ່ານ.

ໃນພິທີ ທ່ານ ນ. ມອນສະຫວັນ ແສນໄຕ ຮອງຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ກ່າວຈຸດປະສົງໃນການຝຶກອົບຮົມຄັ້ງນີ້ ເພື່ອຍົກລະດັບຄວາມຮູ້ ຄວາມສາມາດໃຫ້ແກ່ພະນັກງານທີ່ເຮັດວຽກງານໂຄສະນາອົບຮົມ ໂດຍສະເພາະແມ່ນການນໍາໃຊ້ເຄື່ອງມືເຕັກໂນໂລຊີທີ່ທັນສະໄໝ ເຂົ້າໃນວຽກງານໂຄສະນາ ເພື່ອສ້າງບາດກ້າວຫັນປ່ຽນໃໝ່ຂອງວຽກງານການເມືອງ-ແນວຄິດ ຕາມທິດຍົກສູງຄຸນນະພາບ ແລະ ຫັນເປັນທັນສະໄໝເທື່ອລະກ້າວ ທັງເປັນການເປັນການຍົກລະດັບຄວາມຮູ້ ຄວາມສາມາດທາງດ້ານວຽກງານໄອທີ ໃຫ້ແກ່ພະນັກງານໂຄສະນາອົບຮົມແຂວງ, ເມືອງ ໃຫ້ເຂົ້າໃຈເລິກເຊິ່ງເຖິງບົດບາດຂອງເຕັກໂນໂລຊີຂໍ້ມູນຂ່າວສານ, ໄພຄຸກຄາມອາດສະຍາກຳຕ່າງໆດ້ານໄອທີ ແລະ ການນໍາໃຊ້ລະບົບຄອມພິວເຕີ ແລະ ເຄື່ອງມືເອເລັກໂຕຣນິກເຂົ້າໃນການເຮັດວຽກງານວິຊາສະເພາະ ໃຫ້ມີຄວາມສະດວກ,ວ່ອງໄວ ສາມາດຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນໄລຍະໃໝ່ ທັງສ້າງການຫັນປ່ຽນໃໝ່ໃນວຽກງານການເມືອງ-ແນວຄິດໃນຍຸກ 4.0; ເນື້ອໃນການຝຶກອົບຮົມປະກອບມີ 3 ບົດຄື:
1. ຄວາມຮູ້ພື້ນຖານຂອງອຸປະກອນຄອມພິວເຕີ (Hardware)
2. ການຕິດຕັ້ງ Windows ແລະ ລົງໂປຣແກຣມຕ່າງໆ
3. ວິທີການບໍາລຸງຮັກສາຄອມພິວເຕີ


ຫຼັງຈາກນັ້ນ, ທ່ານ ບຸນສຸລີ ໂລມາ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ຜົ້ງສາລີ ໄດ້ສະແດງຄວາມຊົມເຊີຍ ແລະ ຂອບໃຈມາຍັງ ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ຕໍ່ການມາເຄື່ອນໄຫວວຽກງານ ແລະ ຈັດຊຸດຝຶກອົບຮົມໃນຄັ້ງນິີ້ ທ່ານ ໄດ້ກ່າວເນັ້ນໜັກໃຫ້ນັກສໍາມະກອນທັງໝົດ ຈົ່ງພ້ອມກັນເອົາໃຈໃສ່ຄົ້ນຄວ້າ, ແລກປ່ຽນບົດຮຽນ, ເກັບກ່ຽວເອົາຄວາມຮູ້ໃນການເຂົ້າຮ່ວມຝຶກອົບຮົມຄັ້ງນີ້ເພື່ອນໍາໄປໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະ ແລະ ພັດທະນາວຽກງານການໂຄສະນາ ໃຫ້ຄຽງຄູ່ກັບໜ້າທີ່ການເມືອງໃນແຕ່ລະໄລຍະໃຫ້ມີຜົນສໍາເລັດໃໝ່ ໃຫຍ່ຫຼວງກວ່າເກົ່າ ແລະ ມອບໃບຢັ້ງຢືນໃຫ້ແກ່ນັກຝຶກອົບຮົມ.