ສໍາເລັດບັ້ນແຂ່ງຂັນ ວຽກງານວິຊາສະເພາະພາຍໃນກົມອົບຮົມ ປະຈໍາປີ 2023

ສໍາເລັດບັ້ນແຂ່ງຂັນ

ວຽກງານວິຊາສະເພາະພາຍໃນກົມອົບຮົມ ປະຈໍາປີ 2023

    ເພື່ອເປັນການຍົກສູງຄຸນນະພາບວຽກງານໂຄສະນາອົບຮົມ ແລະ ສ້າງບາດກ້າວຫັນປ່ຽນວຽກງານອົບຮົມໄປສູ່ຄຸນນະພາບໃໝ່ ທັງເປັນການຊຸກຍູ້ສົ່ງເສີມພະນັກງານ ຕາມທິດຫັນເປັນມືອາຊີບ, ໃນຕອນເຊົ້າ ຂອງວັນທີ 15 ທັນວາ 2023 ທີ່ຫ້ອງປະຊຸມຊັ້ນ 5 ຂອງ ຄອສພ  ກົມອົບຮົມໄດ້ມີກອງປະຊຸມສະຫຼຸບບັ້ນແຂ່ງຂັນວຽກງານວິຊາສະເພາະຂອງກົມ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ຄໍາກອງ ທໍາມະເທວາ ຄະນະພັກ ຫົວໜ້າກົມອົບຮົມ, ເຂົ້າຮ່ວມມີຜູ້ຕາງໜ້າຂອງກົມຈັດຕັ້ງ-ກໍ່ສ້າງພະນັກງານ, ກົມກວດກາ ແລະ ພະນັກ ງານ-ລັດຖະກອນຂອງກົມອົບຮົມ. ຂະບວນການເເຂ່ງຂັນແມ່ນເລີ່ມແຕ່ເດືອນມັງກອນ ຫາ ເດືອນພະຈິກ 2023, ດ້ວຍ 2 ຮູບການ ຄື: ການຂຽນເອກະສານ ແລະ ຂຶ້ນຫ້ອງບັນຍາຍເອກະສານອົບຮົມ, ມີພະນັກງານພາຍໃນກົມເຂົ້າຮ່ວມທັງໝົດ 16 ຄົນ, ຍິງ 7 ຄົນ. ໃນນັ້ນ, ມີຂັ້ນພະແນກ 5 ຄົນ, ຍິງ 3 ຄົນ; ຂັ້ນວິຊາການ 11 ຄົນ, ຍິງ 4 ຄົນ; ແບ່ງອອກເປັນ 2 ລະດັບ ຄື: ຂັ້ນພະແນກ ແລະ ຂັ້ນວິຊາການ. ເນື້ອໃນເອກະສານແຂ່ງຂັນມີ 2 ຫົວຂໍ້ ຄື: ເພີ່ມທະວີການນໍາພາຂອງພັກ ສ້າງການຫັນປ່ຽນໃໝ່ ຢ່າງເເຂງແຮງ, ເລິກເຊິ່ງ ວຽກງານການເມືອງ-ແນວຄິດ, ທິດສະດີຂອງພັກ ເຂົ້າສູ່ຄຸນນະພາບໃໝ່ (ສໍາລັບພະນັກງານຂັ້ນພະແນກ) ແລະ ວຽກງານການເມືອງ-ແນວຄິດ ເປັນວຽກກົກ ໃນການກໍ່ສ້າງ-ປັບປຸງພັກ, ເປັນປັດໄຈສໍາຄັນ ຮັບປະກັນສະຖຽນລະພາບທາງດ້ານການເມືອງ, ຄວາມໝັ້ນຄົງຂອງປະເທດຊາດ ແລະ ຄວາມສະ ຫງົບສຸກຂອງສັງຄົມ (ສໍາລັບພະນັກງານວິຊາການ).

    ຜົນຂອງບັ້ນແຂ່ງຂັນມີ 3 ລາງວັນ ເເຕ່ລະລາງວັນມີ 2 ປະເພດ ຄື: ລາງວັນທີ III ໄດ້ເເກ່: ນາງ ວັນນະທອນ ວົງລະຄອນ ພະແນກອົບຮົມພະນັກງານ-ສະມາຊິກພັກ, ທ້າວ ໃຈເເກ້ວ ສີບຸນເຮືອງ ພະ ແນກຕິດຕາມການຮຽນ-ການສອນທິດສະດີມາກ-ເລນິນ ແລະ ແນວທາງຂອງພັກ; ລາງວັນທີ II ໄດ້ເເກ່: ນາງ ສຸກສະຫວັນ ວົງຫາຈັກ ພະແນກອົບຮົມທິດສະດີມາກ-ເລນິນ ແລະ ແນວຄິດ ໄກສອນ ພົມວິຫານ, ທ້າວ ທອງໄຊ ຈັນທະຄໍາ ພະແນກອົບຮົມພະນັກງານ-ສະມາຊິກພັກ ແລະ ລາງວັນທີ I ໄດ້ເເກ່: ທ້າວ ພູ ໄຊ ບຸນມີຈິດ ພະແນກອົບຮົມປະຊາຊົນບັນດາຊັ້ນຄົນ, ທ້າວ ຈ໋າຍໜໍ່ ພົມປັນຍາ ພະແນກອົບຮົມປະຊາ ຊົນບັນດາຊັ້ນຄົນ.

#ຂ່າວ: ທອງໄຊ ຈັນທະຄໍາ
#ພາບ: ໃຈເເກ້ວ ສີບຸນເຮືອງ