ກຳມະບານຄະນະໂຄສະນາອົບຮົມສູນກາງພັກເຂົ້າຮ່ວມບໍລິຈາກເລືອດຊ່ວຍເຫຼືອສັງຄົມ

ກຳມະບານຄະນະໂຄສະນາອົບຮົມສູນກາງພັກເຂົ້າຮ່ວມບໍລິຈາກເລືອດຊ່ວຍເຫຼືອສັງຄົມ

ໃນຕອນເຊົ້າວັນທີ 30 ມັງກອນ 2024 ເນື່ອງໃນໂອກາດ ວັນສ້າງຕັ້ງກຳມະບານລາວ ຄົບຮອບ 68 ປີ ພະນັກງານກຳມະບານຄະນະໂຄສະນາອົບຮົມສູນກາງພັກເຂົ້າຮ່ວມບໍລິຈາກເລືອດຊ່ວຍເຫຼືອສັງຄົມ ເຊິ່ງນຳພາໂດຍທ່ານ ນາງ ໄພວັນ ວັນນະໄຊ, ຮອງປະທານສະຫະພັນກຳມະບານ ຄອສພ.

ຈຸດປະສົງ ເພື່ອເປັນການປະກອບສ່ວນເຂົ້າໃນການຊ່ວຍເຫຼືອສັງຄົມ ໂດຍສະເພາະແມ່ນບັນຫາການຂາດແຄນເລືອດສຳລັບຜູ້ປ່ວຍຢູ່ບັນດາໂຮງໝໍ, ສຸກສາລາຕ່າງໆໃນຂອບເຂດທົ່ວປະເທດ, ເພື່ອໃຊ້ເຂົ້າໃນການປິ່ນປົວຄົນເຈັບໃນແຕ່ລະມື້ ທີ່ນັບມື້ສູງຂຶ້ນ ໂດຍສະເພາະແມ່ນ ເອື້ອຍນ້ອງແມ່ຍິງ ແລະ ເດັກນ້ອຍ ຊຶ່ງມີອັດຕາສ່ວນການໃສ່ເລືອດຫລາຍກວ່າໝູ່. ສະນັ້ນ ພະນັກງານກຳມະບານ ຄອສພ ຈົ່ງສືບຕໍ່ຮັກສາມູນເຊື້ອໃນການບໍລິຈາກເລືອດແບບປອດໄພທັງເປັນແບບຢ່າງທີ່ດີໃນການສືບຕໍ່ບໍລິຈາກເລືອດຢ່າງຕໍ່ເນື່ອງສະໝໍ່າສະເໝີ, ທັງເປັນຜູ້ປຸກລະດົມຂົນຂວາຍພະນັກງານ, ລັດຖະກອນ ແລະ ປະຊາຊົນ ຫັນມາເຂົ້າຮ່ວມບໍລິຈາກເລືອດໃຫ້ຫລາຍຂຶ້ນ.