ກອງ​ປະ​ຊຸມ​​ສຳ​ມະ​ນາ​ທິດ​ສະ​ດີ ລະ​ຫວ່າງ ພັກປະຊາຊົນປະຕິວັດລາວ ແລະພັກກອມມູນິດ ຈີນ ຄັ້ງ​ທີ XI

 

ກອງປະຊຸມ​​ສຳມະນາທິດສະດີ

ລະຫວ່າງ ພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດ ຈີນ ຄັ້ງທີ XI

    ໃນຕອນບ່າຍ ຂອງວັນທີ 09 ມັງກອນ 2024, ສະພາທິດສະດີສູນກາງພັກປະຊາຊົນປະຕິວັດລາວໄດ້ຈັດກອງປະຊຸມສຳມະນາທິດສະດີ ສອງພັກ ລາວ-ຈີນ ຄັ້ງທີ XI; ພາຍໃຕ້ຫົວຂໍ້ ບົດຮຽນ ແລະ ພຶດຕິກຳໃນການເພີ່ມທະວີປົກປັກຮັກສາ ລະບົບນິເວດ ແລະ ສິ່ງແວດລ້ອມ ໃນຍຸກຫັນເປັນທັນສະໄໝ ທີ່ຫ້ອງປະຊຸມໂຮງແຮມ ແລນມາກ, ນະຄອນຫຼວງວຽງຈັນ, ສປປ ລາວ ໂດຍການເປັນປະທານຮ່ວມຂອງ ສະຫາຍ ສຈ.ປອ. ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ສະຫາຍ ຫຼີ ຊູ ເຫີຍ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກກອມມູນິດຈີນ.

    ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ຍັງມີບັນດາສະຫາຍພະນັກງານການນໍາຂັ້ນສູງຈາກຝ່າຍຈີນບັນດາທີ່ປຶກສາສະພາທິດສະດີສູນກາງພັກປະຊາຊົນປະຕິວັດລາວ, ບັນດາສະຫາຍຄະນະປະຈຳສະພາທິດສະດີສູນກາງພັກ, ສະມາຊິກສະພາທິດສະດີສູນກາງພັກ, ບັນດານັກວິທະຍາສາດ, ນັກທິດສະດີ, ບັນດາຜູ້ຕາງໜ້າຈາກຄະນະພັກກະຊວງ-ອົງການ ແລະພະນັກງານຫຼັກແຫຼ່ງອ້ອມຂ້າງສູນກາງ ເຂົ້າຮ່ວມ 150 ສະຫາຍ.

ໃນວາລະເປີດກອງປະຊຸມ; ສະຫາຍ ສຈ.ປອ. ກິແກ້ວ ໄຂຄຳພິທູນ ກຳມະການກົມການ ເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກ່າວຄຳເຫັນໃນຫົວຂໍ້: ທັດສະນະຂອງພັກໃນການເພີ່ມທະວີປົກປັກຮັກລະບົບນິເວດ ແລະ ສິ່ງແວດລ້ອມໃນຍຸກຫັນເປັນທັນສະໄໝ

    ຈາກນັ້ນ, ສະຫາຍ ຫຼີ ຊູເຫີຍ, ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກກອມມູນິດຈີນ ໄດ້ຂຶ້ນກ່າວຄຳເຫັນ,​ ເຊິ່ງທ່ານໄດ້ຍົກໃຫ້ເຫັນຄວາມ​ ໝາຍ​ສຳ​ຄັນ ໂດຍ​ສະ​ເພາະເນື່ອງໃນໂອກາດຄົບຮອບ 11 ປີແຫ່ງການພົວພັນຮ່ວມມືໃນການຄົ້ນຄວ້າທິດສະດີ ແລະ ພຶດຕິກຳລະຫວ່າງພັກປະຊາຊົນປະຕິວັດລາວ ແລະພັກກອມມູນິດຈີນ, ການສຳມະນາທິດສະດີຮ່ວມກັນຜ່ານມາແມ່ນມີຫຼາຍເນື້ອໃນທີ່ອຸດົມສົມບູນ, ປະກອບສ່ວນໃຫ້ຄຳປຶກສາແກ່ສູນກາງພັກໃນການວາງແນວທາງ, ແຜນນະໂຍບາຍ ຂອງພັກ-ລັດ. ສະ​ນັ້ນ, ກອງປະຊຸມສຳມະນາ​ທິດ​ສະ​ດີ ສອງ​ພັກ​ລາວ-ຈີນ ໃນ​ຄັ້ງ​ນີ້ ໄດ້​ດຳ​ເນີນ​ພາຍໃຕ້ຫົວຂໍ້ໃຫຍ່: “ບົດຮຽນ ແລະ ພຶດຕິກຳໃນການເພີ່ມທະວີປົກປັກຮັກສາລະບົບນິເວດ ແລະ ສິ່ງແວດລ້ອມໃນຍຸກຫັນເປັນ”, ເປັນຫົວຂໍ້ມີຄວາມໝາຍທາງດ້ານທິດສະດີ-ພຶດຕິກໍາ ທີ່ພັກປະຊາຊົນປະຕິວັດລາວມີຄວາມສົນໃຈ ແລະ ມີທັດສະນະຊີ້ນຳຢ່າງໃກ້ຊິດຕະຫຼອດມາ. ກອງປະຊຸມສຳມະນາທິດສະດີສອງພັກຄັ້ງນີ້ມີຄວາມສຳຄັນຫຼາຍຂຶ້ນເພາະມັນໄດ້ຈັດຂຶ້ນໃນທ່າມກາງບັນຍາກາດ ທີ່ພັກກອມມູນິດຈີນ ພວມຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XX ຂອງຕົນຢ່າງເປັນຂະບວນ ແລະ ຍາດໄດ້ຜົນສຳເລັດໃຫຍ່ຫຼວງສຳຄັນຫຼາຍດ້ານ. ສ່ວນພັກປະຊາຊົນປະຕິວັດລາວພວກຂ້າພະເຈົ້າ ກໍພວມຜັນຂະຫຍາຍມະຕິ ກອງປະ ຊຸມໃຫຍ່ ຄັ້ງທີ XI ໃນໄລຍະທ້າຍສະໄໝບົນຈິດໃຈສ້າງການຫັນປ່ຽນຢ່າງແຂງແຮງເລິກເຊິ່ງ, ຮອບດ້ານ ເພື່ອນຳພາປະເທດຊາດກ້າວຂຶ້ນສູ່ຈຸດໝາຍທີ່ກຳນົດໄວ້. ໃນຊ່ວງໄລຍະນີ້ ກໍພໍດີຢູ່ໃນບັນຍາກາດທີ່ສອງພັກ, ສອງລັດ, ປະຊາຊົນສອງຊາດລາວ-ຈີນ ພວມຜັນຂະຫຍາຍເນື້ອໃນແຜນແມ່ບົດວ່າດ້ວຍ ການສ້າງຄູ່ຮ່ວມຊາຕາກຳສັງຄົມນິຍົມ ໄລຍະ 2024-2028 ໃຫ້ດໍາເນີນໄປຢ່າງໝັ້ນທ່ຽງ ແລະ ຍາວນານ ມີມາດຕະຖານສູງ, ມີຄຸນນະພາບສູງ, ມີລະດັບສູງປະກອບສ່ວນຢ່າງຕັ້ງໜ້າ ແລະ ກາຍເປັນຕົວແບບໃນການສ້າງຄູ່ຮ່ວມຊາຕາກໍາຂອງມວນມະນຸດໂລກ.

    ການເພີ່ມທະວີປົກປັກຮັກສາລະບົບນິເວດ ແລະ ສິ່ງແວດລ້ອມ ມີເນື້ອໃນກວ້າງຂວາງ, ເລິກເຊິ່ງ ແລະ ກວມລວມຫຼາຍບັນຫາ ເຊິ່ງຕ້ອງໄດ້ມີການຄົ້ນຄວ້າ, ວິໄຈໃຫ້ຮັດກຸມ ແລະ ມີການເບິ່ງ ບັນຫາຢ່າງພາວະວິໄສ. ດ້ວຍເຫດນັ້ນ ໃນກອງປະຊຸມສຳມະນາທິດສະດີສອງພັກເທື່ອນີ້ ຈຶ່ງຮຽກຮ້ອງມາຍັງບັນດານັກວິທະຍາສາດ, ນັກທິດສະດີທັງສອງປະເທດ ຂອງພວກເຮົາ ຈົ່ງໄດ້ພ້ອມກັນຍົກສູງຄວາມຮັບຜິດຊອບ ໃນການຄົ້ນຄິດຢ່າງເລິກເຊິ່ງ, ປະກອບຄຳເຫັນຢ່າງສ້າງສັນກົງໄປກົງມາ ຮັບປະກັນທັງລັກສະນະທິດສະດີ ແລະ ພຶດຕິກໍາ ເພື່ອເປັນພື້ນຖານຂໍ້ມູນທີ່ມີວິທະຍາສາດສະໜອງໃຫ້ສູນກາງພັກ ໃນວຽກງານຊີ້ນຳ-ນຳພາ ການປົກປັກຮັກສາລະບົບນິເວດ ແລະ ສິ່ງແວດ ລ້ອມໃນຕໍ່ໜ້າ ແລະ ອະນາຄົດ. ຫວັງຢ່າງຍິ່ງວ່າ ບົນຈິດໃຈຊຸກຍູ້ການຮ່ວມມືຮອບດ້ານໃນຂົງເຂດລະບົບນິເວດ ແລະ ສິ່ງແວດລ້ອມ, ລິເລີ່ມການພັດທະນາແບບໝູນວຽນ, ກາກບໍນິກຕໍ່າ ແລະ ສີຂຽວ; ຮ່ວມກັນສ້າງອະລິຍະທໍາລະບົບນິເວດ ໂດຍຖືເອົາການຮ່ວມມືດ້ານລະບົບນິເວດ ແລະ ສິ່ງແວດລ້ອມ ເປັນການຊຸກຍູ້ການສ້າງຄວາມຮັ່ງມີຜາສຸກໃຫ້ແກ່ປະຊາຊົນສອງຊາດພວກເຮົານັ້ນ ບັນດາສະຫາຍ ຜູ້ແທນທີ່ເຂົ້າຮ່ວມກອງປະຊຸມຈະໄດ້ຮັບຟັງ ແລະ ຕັ້ງບັນຫາແລກປ່ຽນບົດຮຽນ ຈີນ-ລາວ, ລາວ-ຈີນ ມີບັນຍາກາດທີ່ຟົດຟື້ນ ແລະ ມີເນື້ອໃນອຸດົມສົມບູນ ຕອບສະໜອງໄດ້ລະ ດັບຄາດໝາຍທີ່ກຳນົດໄວ້ທຸກປະການ.

    ກອງປະຊຸມຄັ້ງນີ້, ບັນດານັກວິທະຍາສາດ, ນັກທິດສະດີ ຂອງທັງສອງຝ່າຍ ໄດ້ຜັດປ່ຽນກັນຂຶ້ນສະເໜີບົດຄໍາເຫັນໃນຫົວຂໍ້ຫຍ່ອຍທີ່ປິ່ນອ້ອມບັນດາຂະບວນວິວັດ ແລະ ບົດຮຽນ ໃນການເສີມຂະຫຍາຍການປົກປັກຮັກສາລະບົບນິເວດ ແລະ ສິ່ງແວດລ້ອມ ໃນການຫັນເປັນທັນສະໄໝ ຂອງ ສປປ ລາວ ແລະ ສປ. ຈີນ, ເຊິ່ງຝ່າຍລາວປະກອບມີ 03 ບົດຄື: 1). ບົດຮຽນໃນການຈັດຕັ້ງປະຕິບັດຍຸດທະສາດການເຕີບໂຕສີຂຽວ ຂອງ ສປປ ລາວ; 2). ສົ່ງເສີມການຄົ້ນຄວ້ານະວັດຕະກຳໃໝ່, ​ການນຳໃຊ້ເຕັກໂນໂລຊີທີ່ເປັນມິດກັບສິ່ງແວດລ້ອມ ຢູ່ ສປປ ລາວ; 3). ຂຸດຄົ້ນ ແລະ ນຳໃຊ້ຊັບພະຍາກອນຢ່າງມີປະສິດທິຜົນ ຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ ຢູ່ ສປປ ລາວ; 4). ພັດທະນາພະລັງງານສະອາດ, ເປັນມິດກັບສິ່ງແວດລ້ອມ ແລະ ຝ່າຍ ສປ. ຈີນ ປະກອບມີ 05 ບົດຄື:​ 1). ຂະບວນການວິວັດ ແລະ ບົດຮຽນ ໃນການເສີມຂະຫຍາຍການປົກປັກຮັກສາລະບົບນິເວດ ແລະ ສິ່ງແວດລ້ອມ ໃນການຫັນເປັນທັນສະໄໝ ຂອງ ສປ. ຈີນ ພາຍໃຕ້ການນຳພາຂອງພັກກອມມູນິດຈີນ; 2).​ພຶດຕິກຳຕົ້ນຕໍ ແລະ ຜົນສຳເລັດໃຫຍ່ຫຼວງຂອງ ສປ.ຈີນ ໃນການເພີ່ມທະວີການປົກປັກຮັກສາລະບົບນິເວດ ແລະ ສິ່ງແວດລ້ອມ ນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 18 ຂອງພັກກອມູນິດຈີນ ເປັນຕົ້ນມາ; 3). ຊຸກຍູ້ການຫັນເປັນສີຂຽວຢ່າງຮອບດ້ານ ຂອງການພັດທະນາເສດຖະກິດ-ສັງຄົມ; 4). ການສ້າງ ແລະ ປັບປຸງລະບົບການຄຸ້ມຄອງອາລິຍະທຳລະບົບນິເວດວິທະຍາ; 5),​ ການບຸກເບີກ ແລະ ການຈັດຕັ້ງປະຕິບັດຢ່າງເລິກເຊິ່ງ ກ່ຽວກັບ ແນວຄວາມຄິດ: “ພູຂຽວນ້ຳໃສ ກໍ່ຄື ພູເງິນ ພູເຂົາ”. ພ້ອມ​ດຽວ​ກັນ​ນັ້ນ, ຄະນະຜູ້ແທນ ຂອງທັງສອງຝ່າຍຍັງໄດ້ຜັດ​ປ່ຽນ​ກັນໃນ​ການແລກປ່ຽນ ແລະຖອດຖອນບົດຮຽນບັນຫາຕ່າງໆທີ່ທັງສອງຝ່າຍໃຫ້ຄວາມສົນໃຈ ແລະ ກອງປະຊຸມສໍາມະນາຄັ້ງນີ້ຈະເປັນການປະກອບສ່ວນເພີີ່ມພູນຄັງສາງທິດສະດີຂອງສອງພັກພວກເຮົາໃຫ້ນັບມືື້ນັບສົມບູນຂຶ້ນຢ່າງບໍໍ່ຢຸດຢັ້ງ.

ແຫຼ່ງຂ່າວ: ພະ​ແນກ​ຄຸ້ມ​ຄອງ​ວິ​ຊາ​ການ ແລະການ​ຄົ້ນ​ຄວ້າ; ຫ້ອງການສະພາທິດສະດີສູນກາງພັກ